ທ່ຽວແຫຼ່ງທ່ອງທ່ຽວທາງທໍາມະຊາດ ຖ້ຳລອດ ແຂວງໄຊຍະບູລີ

378

ເປີດໃຫ້ບໍລິການແລ້ວ ສໍາລັບແຫລ່ງທ່ອງທ່ຽວທຳມະຊາດຖ້ຳລອດ ຕັ້ງຢູ່ບ້ານຖ້ຳລອດ ເມືອງໄຊຍະບູລີ ແຂວງໄຊຍະບູລີ ທີ່ນັກທ່ອງທ່ຽວສາມາດ ຢ່າງຊົມທຳມະຊາດຂອງຖ້ຳ,​ ທຳມະຊາດອ້ອມຮອບຖ້ຳ ມີນ້ຳໃສໄຫລເຢັນ ອາກາດບໍລິສຸດ ແລະ ອາຫານພື້ນເມືອງໄວ້ຄອຍບໍລິການທ່ານ

.

ຖ້ຳລອດ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ ເມືອງໄຊຍະບູລີ ໄດ້ປັບປຸງບູລະນະເປັນອີກໜຶ່ງໃນບັນດາແຫຼ່ງທ່ອງທ່ຽວຂອງເມືອງໄຊຍະບູລີ ຖ້ຳລອດຕັ້ງຢູ່ບໍລິເວນບ້ານ ຖ້ຳລອດຫ່າງຈາກເທດສະບານແຂວງໄປທາງທິດເໜຶອ 13 ກິໂລແມັດ.

.

ເສັ້ນທາງເຂົ້າຫາຖ້ຳສະດວກສະບາຍ ໃນບໍລິເວນດັ່ງກ່າວມີຕົ້ນໄມ້ໃຫຍ່ນ້ອຍທີ່ມີຄ່າອ້ອມຮອບ, ມີສາຍນ້ຳຫວ້ຍຊອຍ ຫຼືເຖົ້າແກ່ເຄີຍເອີ້ນກັນວ່າ: ຫ້ວຍຊອຍມີນ້ຳທີ່ໃສເຢັນໄຫຼຜ່ານໂຕນຕາມແກ້ງ ແລະ ກ້ອນຫີນບວກໃສ່ກັບສຽງຮ້ອງຂອງສັດປ່ານາໆຊະນິດ ຟັງແລ້ວເປັນໜ້າອອນຊອນ.

.

ກ່ອນຈະເອີ້ນກັນວ່າຖ້ຳລອດ ແມ່ນຊາວບ້ານຖ້ຳລອດໄດ້ພາກັນໄປທຳມາຫາກິນຜ່ານບໍລິເວນນັ້ນແລ້ວ ລອດ ຫຼືເຂົ້າໄປໃນຖ້ຳນັ້ນ ເພາະວ່າເສັ້ນທາງຜ່ານຖ້ຳນັ້ນ, ຄວາມຍາວແຕ່ປາກຖ້ຳຫາທາງອອກປະມານ 15 ແມັດ ທາງໃນຈະເປັນຜົ້ງກວ້າງປະມານ 10 ແມັດມົນທົນ.

.

ເມື່ອຂຶ້ນເມືອທັງຈອມຜາຈະມີຖ້ຳອີກ 5 ແຫ່ງ ໄລຍະຫ່າງກັນປະມານ 20 – 50 ແມັດ ແຕ່ລະຖ້ຳຈະມີຮູເຂົ້າ ໄປແລ້ວຈະເປັນຜົ້ງໃຫຍ່ ໃນຜົ້ງກໍຈະມີນົມຜານ້ອຍໃຫຍ່ເກາະກ່າຍກັນປຽບເໝືອນວ່າທຳມະຊາດຊ່າງສ້າງບັນຈົງຂຶ້ນມາ.

.

.