ຊອຍ ຊີວອນ ເດີນທາງມາລາວ ເຂົ້າຮ່ວມງານສະເຫຼີມສະຫຼອງວັນຄົບຮອບ 30 ປີຂອງສົນທິສັນຍາວ່າດ້ວຍສິດທິຂອງເດັກ

230

ໃນວັນທີ 11 ພະຈິກ 2019, ທ່ານຊອຍ ຊີວອນ ດາລານັກຮ້ອງຊາຍ ວົງຊູເປີຈູເນຍ ຂອງ ສ.ເກົາຫຼີ ໄດ້ເດີນທາງມາ ສປປ ລາວ ເພື່ອເຂົ້າຮ່່ວມງານສະເຫຼີມສະຫຼອງ ວັນຄົບຮອບ 30 ປີຂອງສົນທີສັນຍາວ່າດ້ວຍສິດທິຂອງເດັກທີ່ນະຄອນຫຼວງວຽງຈັນ. ໃນພິທີດັ່ງກ່າວ ກໍມີ ປະກາດການແຕ່ງຕັ້ງທ່ານຊອຍ ຊີວອນ ໃຫ້ເປັນທູດສັນຕະວະໄມຕີ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຂອງອົງການຢູນີເຊັບ (UNICEF)

ຕະຫຼອດ 4 ປີທີ່ຜ່ານມາ ທ່ານ ຊີວອນ ຈອຍ ໄດ້ເອົາໃຈໃສ່ບັນຫາທີ່ກ່ຽວກັບເດັກ ໂດຍຜ່ານບົດບາດຂອງເພິ່ນທີ່ເປັນຜູ້ຕາງໜ້າພິເສດສຳລັບອົງການຢູນີເຊັບ ໃນ ສ.ເກົາຫຼີ. ໃນບົດບາດດັ່ງກ່າວ, ທ່ານ ຊີວອນ ຊອຍ ໄດ້ເດີນທາງໄປທົ່ວພາກພື້ນ ໂດຍຄັ້ງຫຼ້າສຸດແມ່ນທີ່ປະເທດຫວຽດນາມ ທີ່ເພິ່ນໄດ້ໃຫ້ການສະໜັບສະໜູນ ໂຄງການຢຸດການຂົ່ມເຫັງ ເພື່ອເພີ່ມຄວາມຮັບຮູ້ກ່ຽວກັບຜົນຮ້າຍຂອງການຂົ່ມເຫັງ ແລະ ໃຫ້ໄວໜຸ່ມມີສ່ວນຮ່ວມໃນການຄິດຄົ້ນວິທີການເພື່ອຢຸດບັນຫາດັ່ງກ່າວ.

ທ່ານນາງ ຄາຣິນ ຮູນຊອບ ຜູ້ອຳນວຍການໃຫຍ່ ອົງການຢູນີເຊັບ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: “ຂ້າພະເຈົ້າມີຄວາມຍິນດີທີ່ຈະແຈ້ງວ່າ ທ່ານ  ຊອຍ ຊີວອນ ຖືກແຕ່ງຕັ້ງເປັນເປັນທູດສັນຕະວະໄມຕີ ປະຈຳພາກພື້ນຄົນໃໝ່ຂອງເຮົາ. ລາວມີຄວາມມຸ່ງໝັ້ນອັນແຮງກ້າຕໍ່ເດັກນ້ອຍ, ຕ້ອງການການປົກປ້ອງຈາກຄວາມຮຸນແຮງ, ການກົດຂີ່ ແລະ ການເອົາປຽບ, ລາວເປັນຕົວແທນທີ່ເໝາະສົມທີ່ສຸດ ໃນການໂຄສະນາບັນຫາທີ່ສົ່ງຜົນກະທົບຕໍ່ເດັກນ້ອຍໃນພາກພື້ນນີ້. ຄວາມມຸ່ງໝັ້ນອັນແນ່ນອນຂອງລາວ ຕໍ່ເດັກ ແລະ ຊື່ສຽງຂອງລາວ ຈະຊ່ວຍໃຫ້ອົງການ ຢູນີເຊັບ ສົ່ງຂໍ້ຄວາມອັນມີພະລັງ ທີ່ຈະເຂົ້າເຖິງຫົວໃຈ ແລະ ຄວາມຄິດ ຂອງຜູ້ຄົນທົ່ວໂລກ”.

ທ່ານ ຊອຍ ຊີວອນ  ທູດປະຈຳພາກພື້ນຂອງອົງການຢູນີເຊັບໄດ້ກ່າວວ່າ: “ຂ້າພະເຈົ້າມີອາຍຸພຽງ 2 ປີ ເມື່ອສົນທິສັນຍາໄດ້ຖືກຮັບການຮັບຮອງ, ຂ້າພະເຈົ້າມີຄວາມພູມໃຈທີ່ໄດ້ຮັບການແຕ່ງຕັ້ງເປັນໜຶ່ງໃນທູດປະຈຳພາກພື້ນຄົນໃໝ່ ຂອງອົງການຢູນີເຊັບ ໃນວາລະຄົບຮອບ 30 ປີ. ຂ້າພະເຈົ້າໂຊກດີທີ່ໄດ້ເຫັນບົດບາດຂອງອົງການ ຢູນີເຊັບ ແລະ ຜົນກະທົບທີ່ໄດ້ມີຕໍ່ຊີວິດຂອງເດັກນ້ອຍ ແລະ ຂ້າພະເຈົ້າຫວັງຢ່າງຍິ່ງທີ່ຈະໄດ້ສືບຕໍ່ເຮັດວຽກກັບອົງການຢູນີເຊັບ”.