ວິກິດເສດຖະກິດເຮັດໃຫ້ຄົນຮັ່ງທົ່ວໂລກມີເງິນໜ້ອຍລົງ

57

ບົດລາຍງານຂອງຢູບີເອສ/ພີດັບເບິນຢູຊີໃຫ້ຮູ້ວ່າ:ບັນຫາຄວາມບໍ່ຫງົບ ແລະ ຄວາມປັ່ນປ່ວນໃນຕະຫຼາດໂລກເຮັດໃຫ້ຄົນຮັ່ງທົ່ວໂລກມີເງິນໜ້ອຍລົງເມື່ອປຽບກັບປີກ່ອນ ແລະ ເປັນການມີເງິນຫຼຸດລົງເປັນຄັ້ງທໍາອິດໃນຮອບທົດສະວັດ.

ຊັບສິນຂອງຄົນຮັ່ງທົ່ວໂລກເມື່ອປີກ່ອນຫຼຸດລົງ388.000ລ້ານໂດລາເຫຼືອ8,53ພັນຕື້ໂດລາໂດຍຫຼຸດລົງຫຼາຍເປັນພິເສດໃນກຸ່ມຄົນຮັ່ງໃນຈີນ ແລະ ກຸ່ມຄົນຮັ່ງໃນອາຊີ.ຄົນຮັ່ງຈີນມີເງິນຫຼຸດລົງ12,8%ເມື່ອຄິດເປັນເງິນໂດລາເນື່ອງຈາກລາຄາຊັບສິນຫຼຸດລົງ,ສະກຸນເງິນອ່ອນຄ່າ ແລະ ເສດຖະກິດຈີນຂະຫຍາຍຕົວຫຼຸດລົງຫຼາຍໃນຮອບ3ທົດສະວັດ.ແຕ່ກໍຍັງມີຄົນຮັ່ງຈີນໜ້າໃໝ່ເກີດຂຶ້ນຕໍ່ເນື່ອງເຊັ່ນກັນ.

ຄວາມບໍ່ສະຫງົບ ແລະ ຄວາມປັ່ນປ່ວນຂອງຕະຫຼາດໂລກເຮັດໃຫ້ຄົນຮັ່ງທົ່ວໂລກຫຼຸດລົງຍົກເວັ້ນໃນທະວີບອາຟຣິກາທີ່ມີນັກທຸລະກິດດ້ານເທັກໂນໂລຢີຍັງຄອງຕໍາແໜ່ງໃນອັນດັບຕົ້ນໆໄວ້ຢ່າງໜຽວແໜ້ນ.

ຕະຫຼາດຫຼັກຊັບທີ່ຟື້ນຄືນຫຼັງຈາກຕົກຕໍ່າໃນທ້າຍປີກ່ອນຊ່ວຍໃຫ້ຄົນຮັ່ງຫຼາຍຄົນມີຊັບສິນເພີ່ມຂຶ້ນ,ແຕ່ຫຼາຍຄອບຄົວກໍຍັງກັງວົນບັນຫາຕ່າງໆຕັ້ງແຕ່ເລື່ອງອັງກິດອອກຈາກອີຢູ,ກະແສປະຊານິຍົມຕະຫຼອດຮອດການປ່ຽນແປງຂອງອາກາດໂລກຈຶ່ງເລືອກທີ່ຈະທ້ອນເງິນໄວ້ໃນຮູບຂອງເງິນສົດ.