ຊົມເຊີຍ!! ນາຍ ແລະ ພົນຕຳຫຼວດຫຼາຍສະຫາຍຢູ່ ເມືອງບົວລະພາ ໄດ້ເລື່ອນຊັ້ນ

133

ໃນວັນທີ 8 ພະຈິກ 2019 ທີ່ຜ່ານມານີ້ ທີ່ ກອງບັນຊາການ ເມືອງບົວລະພາ ໄດ້ຈັດພິທີປະກາດເລື່ອນຊັ້ນນາຍ ແລະ ພົນຕໍາຫຼວດ ໃນກຳລັງປ້ອງກັນຄວາມສະຫງົບ ເມືອງບົວລະພາ ແຂວງ ຄຳມ່ວນ ໂດຍການເປັນປະທານ ຂອງ ພັນໂທ ວົງມາ ໄຊສີຈັນ ຫົວກອງບັນຊາການ ປກສ ເມືອງບົວລະພາ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນກວ້າງ ແກ້ວບຸນຍົງ ຫົວໜ້າກອງບັນຊາການ ປກຊ ເມືອງບົວລະພາ ມີບັນດານາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.


ໃນພິທີ ພັນຕີ ນວນຕາ ໄຊຍະລາດ ໄດ້ຂຶ້ນຜ່ານແຈ້ງການຂອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ເລກທີ 4138/ຫວ; ຜ່ານຂໍ້ຕົກລົງ ຂອງກອງບັນຊາການ ປກສ ເມືອງບົວລະພາ ເລກ ທີ 94/ປກສ.ບພ ວ່າດ້ວຍການສັບຊ້ອນພະນັກງານ-ນັກຮົບພາຍໃນກຳລັງ; ຜ່ານແຈ້ງການ ແລະ ຄໍາສັ່ງແນະນຳຂອງກະຊວງພາຍໃນ ແລະ ພະແນກພາຍໃນແຂວງ ກ່ຽວກັບວຽກງານພະແນກຄຸ້ມຄອງສຳມະໂນຄົວ ແລະ ລະບຽບການຕ່າງໆຂອງກໍາລັງ ປກສ ເມືອງ.

ເຊິ່ງການປະກາດເລື່ອນຊັ້ນນາຍຕຳຫຼວດ ໃນກຳລັງປ້ອງກັນຄວາມສະຫງົບໃນນີ້: ພັນຕີ ຂຶ້ນເປັນ ພັນໂທ ມີ 3 ສະຫາຍ; ເລື່ອນຊັ້ນ ຮ້ອຍເອກ ຂຶ້ນເປັນພັນຕີ ມີ 3 ສະຫາຍ; ຮ້ອຍໂທ ຂຶ້ນ ຮ້ອຍເອກ ມີ 3 ສະຫາຍ; ເລື່ອນຊັ້ນ ວາທີຮ້ອຍຕີ ຂຶ້ນເປັນຮ້ອຍຕີ ມີ 1 ສະຫາຍ ແລະ ເລື່ອນຊັ້ນ ສິບໂທ ຂຶ້ນເປັນ ສິບເອກ 3 ສະຫາຍ.


ພ້ອມນັ້ນ, ໃນຕອນທ້າຍຂອງພິທີ ພັນໂທ ບຸນກວ້າງ ແກ້ວບຸນຍົງ ໄດ້ໂອ້ລົມ ແລະ ຮຽກຮ້ອງໃຫ້ບັນສະຫາຍໃນກຳລັງ ປກສ ຕ້ອງມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນຝືກຜົນຕົນເອງດ້ານວິຊາສະເພາະ ພ້ອມກັນປົກປັກຮັກສາຄວາມສະຫົງບພາຍໃນບ້ານກໍ່ຄືໃນສັງຄົມໃຫ້ມີຄວາມສະຫົງບເປັນລະບຽບຮຽບຮ້ອຍໃນທຸກດ້ານ.

ທີ່ມາ: Khammouane News