ຝ່າຍປະຊາຊົນ ຊະນະ ຝ່າຍລັດຖະກອນ 4-3 ງານຕີຄີບຸນທາດຫຼວງ ປີນີ້ບ້ານເມືອງຢູ່ເຢັນເປັນສຸກ

279

ຕາມເຄີຍໃນມື້ຂຶ້ນ 15 ຄໍ່າເດືອນສິບສອງລາວຂອງທຸກໆປີ ແລະ ປີນີ້ກົງກັບວັນຈັນທີ 11 ພະຈິກ 2019 ເປັນມື້ສຸດທ້າຍຂອງບຸນທາດຫຼວງ ຫຼັງຈາກທີ່ໄດເປິດໃຫ້ເຂົ້າໄປສັກກາລະບູຊາພະທາດຫລວງ ແລະ ເລີ່ມຄົບງັນບຸນນະມັດສະການພະທາດຫລວງ ມາຕັ້ງແຕ່ວັນທີ 5 ພະຈິກ 2019, ເຊິ່ງການສະເຫລີມສະຫລອງໃນງານບຸນປະເພນີນະມັດສະການພະທາດຫລວງ ໄດ້ຈັດຂຶ້ນແຕ່ອະດີດຈົນເຖິງປະຈຸບັນ

ພິເສດໃນຕອນບ່າຍຂອງທຸກປີຈະມີການແຂ່ງຂັນຕີຄີ ເພື່ອທວາຍຊາຕາຂອງບ້ານເມືອງໄດ້ (ຕາມຄວາມເຊື່ອທີ່ເລົ່າ ສືບຕໍ່ກັນມາ); ຫາກປີໃດ ຝ່າຍລັດຖະບານຊະນະ ແມ່ນປີນັ້ນ ຝົນບໍ່ຕົກຕ້ອງຕາມລະດູ, ຜົນຜະລິດບໍ່ສູງ ເຂົ້າໝາກປາແພງ, ມີໂຈນຂີ້ລັກງັດແງະຫລາຍ, ເກີດພະຍາດ ລະບາດ, ແຕ່ຖ້າປີໃດ ຝ່າຍປະຊາຊົນ ຊະນະ ປີນັ້ນ ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍ, ເຂົ້າປາອາຫານ ເຫລືອຢູ່ເຫລືອກິນ, ປະຊາຊົນຢູ່ເຢັນ ເປັນສຸກ ບ້ານເມືອງສະຫງົບສຸກ.

ເຊິ່ງປີນີ້ ຈັດຂຶ້ນໃນເວລາ 13:00 ໂມງ ໂດຍມີການນໍາ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ເຂົ້າຮ່ວມຊົມຢ່າງພ້ອມ ປາກົດວ່າ: ເປັນຝ່າຍປະຊາຊົນເອົາຊະນະ ຝ່າຍລັດຖະກອນ 4-3 ຈະເຮັດໃຫ້ປີນີ້ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍ, ເຂົ້າປາອາຫານ ເຫລືອຢູ່ເຫລືອກິນ, ປະຊາຊົນຢູ່ເຢັນ ເປັນສຸກ ບ້ານເມືອງສະຫງົບສຸກ