ໜ້າຫ່ວງ! ເດືອນ ກັນຍາ ລາວຂາດດຸນການຄ້າກັບຕ່າງປະເທດກວ່າ 100 ລ້ານໂດລາ

181

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກັນຍາ (9) ປີ 2019 ບັນລຸໄດ້ປະມານ 792 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 327 ລ້ານໂດລາສະຫະລັດ (ຍັງບໍ່ກວມເອົາການສົ່ງອອກໄຟຟ້າ) ສ່ວນມູນຄ່າການນໍາເຂົ້າປະມານ 464 ລ້ານໂດລາສະຫະລັດ ເຊິ່ງເຮັດໃຫ້ລາວເຮົາຍັງຂາດດຸນການຄ້າກັບຕ່າງປະເທດຢູ່ປະມານ 137 ລ້ານໂດລາ.

ເປັນພຽງພາບປະກອບຂ່າວ

ຂະນະທີ່, ໝວດສິນຄ້າທີ່ ສປປ ລາວ ສົ່ງອອກໄປຕ່າງປະເທດປະກອບມີ: ແຮ່ທອງ 39 ລ້ານໂດລາ; ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 35 ລ້ານໂດລາ; ໝາກກ້ວຍ 11 ລ້ານໂດລາ ເຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາ; ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ 24 ລ້ານໂດລາ; ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູກໍາລັງ) 20 ລ້ານໂດລາ; ເຄື່ອງນຸ່ງຫົ່ມ 16 ລ້ານໂດລາ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 14 ລ້ານໂດລາ; ນໍ້າຕານ 9 ລ້ານໂດລາ ແລະ ຢາງພາລາ 19 ລ້ານໂດລາ.

ເປັນພຽງພາບປະກອບຂ່າວ

ສຳລັບໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ 34 ລ້ານໂດລາ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 15 ລ້ານໂດລາ; ນ້ຳມັນກາຊວນ 31 ລ້ານໂດລາ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນ) 36 ລ້ານໂດລາ; ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 47 ລ້ານໂດລາ; ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) 21 ລ້ານໂດລາ ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 17 ລ້ານໂດລາ; ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ 16 ລ້ານໂດລາ; ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 17 ລ້ານ ແລະ ສັດທີ່ມີຊີວິດ 20 ລ້ານໂດລາ.

ເປັນພຽງພາບປະກອບຂ່າວ

ສ່ວນປະເທດທີ່ ສປປ ລາວ ສົ່ງອອກສິນຄ້າມີ: ສປ ຈີນ 118 ລ້ານໂດລາສະຫະລັດ, ຣາຊະອານາຈັກໄທ 94 ລ້ານໂດລາ; ສສ ຫວຽນນາມ 72 ລ້ານ; ຢີ່ປຸ່ນ 8 ລ້ານໂດລາ ແລະ ສະວິດເຊີແລນ 9 ລ້ານໂດລາ. ສຳລັບບັນດາປະເທດ ທີ່ສປປ ລາວ ນໍາເຂົ້າສິນຄ້າມີ: ຣາຊະອານາຈັກໄທ 265 ລ້ານໂດລາ; ສປ ຈີນ 106 ລ້ານໂດລາ; ສສ ຫວຽດນາມເກືອບເຖິງ 52 ລ້ານໂດລາ; ສະຫາລັດອາເມລິກາ 7 ລ້ານ ແລະ ຍີ່ປຸ່ນ 6 ລ້ານໂດລາ.

ເປັນພຽງພາບປະກອບຂ່າວ

ຂໍ້ມູນ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal