ເບິ່ງແຍງສຸຂະພາບເດັກນ້ອຍ ແລະ ຜູ້ເຖົ້າໃຫ້ດີ, ມື້ນີ້ ໄຊສົມບູນໜາວສຸດ 6 ອົງສາ

74

2-3 ມື້ຜ່ານມາ, ຫຼາຍທ້ອງຖິ່ນໃນແຕ່ລະພາກ ມີອາກາດໜາວ ຫາ ໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ສະນັ້ນ, ຂໍໃຫ້ແຕ່ລະທ່ານ ຈົ່ງເອົາໃຈໃສ່ຮັກສາສຸຂະພາບໃຫ້ອົບອຸ່ນ ໂດຍສະເພາະປະຊາຊົນທີ່ອາໄສຢູ່ໃກ້ພູຜາສູງຊັນ. ພ້ອມນັ້ນ, ໃຫ້ເບິ່ງແຍງພິເສດສຸຂະພາບເດັກນ້ອຍ ແລະ ຜູ້ສູງອາຍຸ ເນື່ອງຈາກມີພູມຄຸມກັນຕໍ່າ ອາດຈະສ່ຽງຈະບໍ່ສະບາຍໄດ້ງ່າຍ.


ພະຍາກອນອາກາດ ປະຈຳວັນທີ 11 ພະຈິກ 2019 ນີ້, ເຂດທີ່ມີອາກາດໜາວກວ່າໝູ່ແມ່ນ ແຂວງ ໄຊສົມບູນ, ອຸນຫະພູມວັດແທກໄດ້ 6 ອົງສາ; ຮອງລົງມາແມ່ນ ປາກຊ່ອງ ອຸນຫະພູມຢູ່ທີ່ 7 ອົງສາ; ແຂວງ ຊຽງຊວາງ 9 ອົງສາ; ວຽງໄຊ 10 ອົງສາ; ຊໍາເໜືອ 11 ອົງສາ ແລະ ເມືອງ ວຽງທອງ 12 ອົງສາ. ຂະນະທີ່, ນິຄົມ 34 ມື້ອຸນຫະພູມວັດແທກໄດ້ 13 ອົງສາ; ຮອງລົງງມາຜົ້ງສາລີ, ອຸດົມໄຊ ວັດແທກໄດ້ 14 ອົງສາ. ສຳລັບນະຄອນຫຼວງວຽງຈັນ ອຸນຫະພູມຢູ່ທີ່ 18 ອົງສາ. ສ່ວນ ອັດຕະປື ວັດແທກຢູ່ທີ່ 22 ອົງສາ.


ສຳລັບພາຍຸໝຸນເຂດຮ້ອນ ນາກຼີ (NAKRI) ຫົວທີ 24 ປະຈຳປີ 2019 ປັດຈຸບັນໄດ້ອ່ອນກຳລັງລົງເປັນພະຍຸດີເປຼຊັນ ພວມເຄື່ອນທີ່ມາທາງດ້ານຕາເວັນຕົກຢ່າງຊ້າໆ, ເຊິ່ງໃນເວລາ 07 ໂມງ 45 ຂອງວັນທີ 11 ພະຈິກ 2019 ມີຈຸດສູນກາງຢູ່ເສັ້ນຂະໜານທີ 13.0 ອົງສາເໜືອ ແລະ ເສັ້ນແວງທີ 109.6 ອົງສາຕາເວັນອອກ.


ພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກກາງຕອນໃຕ້ຂອງປະເທດຫວຽດນາມ ໃນຕອນເຊົ້າຂອງມື້ນີ້ ແລະ ສືບຕໍ່ເຄື່ອນທີ່ຜ່ານແຂວງ ພາກໃຕ້ ແລະ ຢູ່ບາງທ້ອງຖິ່ນຂອງແຂວງພາກກາງ, ເຊິ່ງຈະເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.