ວິນຟາດ 2 ລຸ້ນ ຜ່ານຄວາມປອດໄພລະດັບ 5 ດາວ

0
100

ວິນຟາດ ( Vinfast ) ຜູ້ຜະລິດລົດຈາກປະເທດຫວຽດນາມ ສົ່ງລົດ 3 ລຸ້ນ ໄປທົດສອບມາດຕະຖານຄວາມປອດໄພ ASEAN NCAP ທີ່ປະເທດມາເລເຊຍ ຜົນທົດສອບ 2 ລຸ້ນ ສາມາດຜ່ານລະດັບ 5 ດາວ ພ້ອມນໍາລົດເຂົ້າເປີດທີ່ຕະຫຼາດລົດປະເທດໄທ ແລະ ບັນດາປະເທດໃນອາຊຽນ.

ລາຍງານຈາກ ວິນຟາດ ເປີດເຜີຍວ່າ: ຄະແນນດ້ານຄວາມປອດໄພ ອາຊຽນ ເອັນແຄັບ ASEAN NCAP ເລັງເປົ້າໄປທີ່ຄວາມສາມາດຂອງລົດໃນການປົກປ້ອງຜູ້ໂດຍສານ ເຊິ່ງ ວິນຟາດ ລຸ້ນ LUX SA2.0 ແລະ Lux A2.0 ໄດ້ຮັບການຮັບຮອງມາດຕະຖານຄວາມປອດໄພລະດັບ 5 ດາວ ເຊິ່ງເປັນລະດັບຄະແນນສູງສຸດໃນການປະເມີນ ຄວາມປອດໄພຂອງ ອາຊຽນ ເອັນແຄັບ ສ່ວນວິນຟາດ ລຸ້ນ Fadil ໄດ້ຄະແນນ 4 ດາວ.

ການທົດສອບກັນຊົນລຸ້ນ LUX SA2.0 ໄດ້ຄະແນນລະດັບ 46,45 ຈາກ 50 ຄະແນນ ດ້ານຄວາມປົກປ້ອງຜູ້ໂດຍສານທີ່ເປັນຜູ້ໃຫຍ່ ແລະ 22,73 ຈາກ 25 ຄະແນນ ສໍາລັບປົກປ້ອງຜູ້ໂດຍສານທີ່ເປັນເດັກນ້ອຍ ສ່ວນ ວິນຟາດ ລຸ້ນ Lux A2.0 ໄດ້ຄະແນນ 46,89 ຈາກ 50 ຄະແນນ ສໍາລັບຄຸ້ມຄອງຜູ້ໂດຍສານຜູ້   ໃຫຍ່ ແລະ 21,81 ຈາກ 25 ຄະແນນສໍາລັບຄຸ້ມຄອງຜຸ້ໂດຍສານທີ່ເປັນເດັກນ້ອຍ.

ທັງນີ້, ວິນຟາດ ຕັ້ງເປົ້ານໍາສະເໜີລົດທີ່ອອກແບບ ແລະ ຜະລິດໃນປະເທດຫວຽດນາມ ດ້ວຍລາຄາປະຢັດໃຫ້ລູກຄ້າໃນພາກພື້ນອາຊຽນ ໂດຍບໍລິສັດວາງແຜນຜະລິດເຖິງ 5 ແສນຄັນຕໍ່ປີ ພາຍໃນປີ 2025.

 

( ຂໍ້ມູນເພີ່ມຕື່ມທີ່: www.aseancap.org )

LEAVE A REPLY

Please enter your comment!
Please enter your name here