ຕາມຄາດ ສົມໄຊ – ບຸນພະຈັນ 2 ດາວເດັ່ນຂອງ ຊ້າງນ້ອຍ ຕິດທີມຊາດລາວ ຊຸດຊີເກມ

229

ກາຍເປັນທີ່ຈັບຕາຕໍ່ໄປສໍາລັບ ສົມໄຊ ແກ້ວຫານາມ ກັບ ບຸນພະຈັນ ບຸນກອງ 2 ນັກເຕະຕົວບຸກຂອງ ຊ້າງນ້ອຍ ເອັຟຊີ ທີ່ຫາກໍ່ສ້າງຄວາມໝັ້ນໃຈໃຫ້ກັບຕົວເອງດ້ວຍການຍິງປະຕູໃຫ້ກັບຕົ້ນສັງກັດໃນລາຍການນາໆຊາດໄດ້ສໍາເລັດ, ເຊິ່ງປັດຈຸບັນ ຕິດທີມຊາດລາວ ຊຸດຊີເກມ ທີ່ຟິລິບປິນ ແລະ ຫຼ້າສຸດອອກເດີນທາງໄປເກັບຕົວທີ່ປະເທດ ກາຄ້າ ຈົນເຖິງວັນທີ 18 ພະຈິກ 2019.

ຊ້າງນ້ອຍ ເອັຟຊີ ທີມອັນດັບ 3 ໃນເປບຊີ ລາວພຣີເມຍລີກ 2019 ເຂົ້າຮ່ວມການແຂ່ງຂັນບານເຕະລາຍການນາໆຊາດຄັ້ງທໍາອິດ ລາຍການ Sheikh Kamal International Club Cup 2019 ທີ່ປະເທດບັງກະລາເທດ 19-29 ຕຸລາ 2019 ປາກົດວ່າ: ລົງສະໜາມ 3 ນັດສາມາດຊະນະ 2 ແລະ ເສຍ 1 ນັດ ຕົກຮອບໄປຫວຸດຫວິດຈາກການມີ 6 ຄະແນນເທົ່າກັບອັນດັບ 2 ຢ່າງ Muhun Bagan AC ທີ່ມີຜົນປະຕູໄດ້ເສຍດີກວ່າ ຕົກຮອບໄປຫວຸດຫວິດເທົ່ານັ້ນ.

ຢ່າງໃດກໍຕາມ, ລາຍການດັ່ງກ່າວ ຊ້າງນ້ອຍ ເອັຟຊີ ສາມາດແຈ້ງເກີດໄດ້ໂດຍສະເພາະ ສົມໄຊ ແກ້ວຫານາມ ສາມາດຍິງໄດ້ 2 ປະຕູຊ່ວຍໃຫ້ທີມຊະນະ Muhun Bagan AC 2-1 ໃນນັດທໍາອິດ ແລະ ຍິງໄດ້ 1 ປະຕູນັດທີ່ເສຍໃຫ້ CHITTAHONG ABHANI 2-4, ສ່ວນ ບຸນພະຈັນ ບຸນກອງ ສາມາດຍິງໄດ້ 2 ປະຕູນັດສຸດທ້າຍຊ່ວຍໃຫ້ ຊ້າງນ້ອຍ ເອັຟຊີ ເອົາຊະນະ T.C Sports Club ທີມຈາກມານດິບ 2-1, ເຊິ່ງທັງສອງຍັງຄວ້າລາງວັນນັກເຕະດີເດັ່ນປະຈໍານັດ ທີ່ພາທີມຊາດລາວ ເກັບໄຊຊະນະໄດ້ອີກດ້ວຍ.
ຫຼ້າສຸດທັງສອງຕິດ ທີມຊາດລາວ ຊຸດຊີເກມ 2019 ໃນ 23 ຄົນສຸດທ້າຍ ໂດຍທັງສອງເປີດໃຈແບບຄ້າຍໆກັນວ່າ: ພວກເຮົາທັງສອງ ຍິງປະຕູທໍາອິດໃຫ້ກັບ ຊ້າງນ້ອຍ ເອັຟຊີ ໃນລາຍການລະດັບສະໂມສອນ ທີ່ບັງກະລາເທດ ເມື່ອເດືອນຕຸລາ ທີ່ຜ່ານມາ, ແນ່ນອນຖ້າໄດ້ຮັບໃຊ້ທີມຊາດລາວ ຊຸດຊີເກມ ກໍຈະເຮັດໃຫ້ດີທີ່ສຸດ ເພື່ອເກັບໄຊຊະນະໃຫ້ໄດ້ ແລະ ຫວັງເຂົ້າຮອບສອງໃຫ້ໄດ້ ເຖິງວ່າ ຈະຢູ່ສາຍທີ່ແຂງແກ່ນ.

ສໍາລັບ ສົມໄຊ ຫຼິ້ນຕໍາແໜ່ງກອງໜ້າ ເກີດວັນທີ 27 ກໍລະກົດ 1998 ທີ່ບ້ານໂພໄຊ ເມືອງບາຈຽງ ແຂວງຈໍາປາສັກ ເລີ່ມກ້າວຂາສູ່ວົງການເຕະບານຄັ້ງທໍາອິດກັບ ທີມໄກຍະລາດ ຕອນສະໄໝຮຽນຢູ່ຊັ້ນປະຖົມ ປີທີ 4 ທີ່ແຂວງຈໍາປາສັກ ກ່ອນຂຶ້ນມາ ນະຄອນຫຼວງ ວຽງຈັນ ຈາກການຖືກຄັດເລຶອກຕິດສະໂມສອນ ເອັສຣາ ນັບຕັ້ງແຕ່ປີ 2011 ຈົນເຖິງປີ 2017 ແລະ ປັດຈຸບັນຢູ່ກັບ ຊ້າງນ້ອຍ ເອັຟຊີ, ສ່ວນດ້ານ ທີມຊາດລາວ ຕິດທີມຊາດຕັ້ງແຕ່ຊຸດເຍົາວະຊົນ ຈົນເຖິງຊຸດໃຫຍ່ ໄດ້ຄັ້ງທໍາອິດເມື່ອປີ 2018.

ສ່ວນ ບຸນພະຈັນ ຫຼິ້ນຕໍາແໜ່ງກອງກາງຕົວບຸກ ເກີດວັນທີ 29 ພະຈິກປີ 2000 ເຈົ້າຂອງລວງສູງ 160 ຊັງຕີແມັດ ແລະ ໜັກ 50 ກິໂລກຣາມ ເກີດທີ່ບ້ານນາແກ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ເລີ່ມຕົ້ນການເປັນນັກເຕະຢ່າງເຕັມຕົວກັບ ສະໂມສອນ ສະຫວັນ ຢູໄນເຕັດ ແລະ ປັດຈຸບັນຢູ່ກັບ ຊ້າງນ້ອຍ ເອັຟຊີ, ສ່ວນທີມຊາດແມ່ນເລີ່ມຕິີດຕັ້ງແຕ່ຊຸດເຍົາວະຊົນ ຈົນເຖິງຊຸດໃຫຍ່ ເຊັ່ນກັນ ເປັນທີ່ໜ້າຕິດຕາມວ່າ 2 ນັກເຕະຈະໄດ້ຮັບໃຊ້ ທີມຊາດລາວ ຊຸດຊີເກມ ແລະ ສ້າງຜົນງານແນວໃດຕໍ່ໄປ.

ສໍາລັບ ຄະນະນໍາ ແລະ ຄະນະຄູຝຶກ ທີມຊາດລາວ ຊຸດນີ້ ນໍາໂດຍ ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສຕລ ຄະນະນຳ ແລະ ທ່ານ Sundram Moorthy ຫົວໜ້າຄູຝຶກ ຊາວສິງກະໂປ ພ້ອມດ້ວຍຄະນະຄູຝຶກອີກ 7 ທ່ານ, ສ່ວນ 23 ນັກກີລາປະກອບມີ:
-ຜູ້ຮັກສາປະຕູ:
1. ໄຊສະຫວາດ ສຸວັນນະໂຊກ ຈາກຊ້າງນ້ອຍ ເອັຟຊີ
2. ສໍລະສັກ ທິລະວົງ ຈາກຊ້າງນ້ອຍ ເອັຟຊີ ( ດີວີຊັນ 1 )

-ກອງຫຼັງ:
3. ທິບພະຈັນ ອີນທະວົງ ຈາກລາວໂຕໂຢຕ້າ ເອັຟຊີ ( ໂຄຕ້າອາຍຸເກີນ 22 ປີ )
4. ບຸນພິທັກ ຈັນທະລັງສີ ຈາກ ລາວໂຕໂຢຕ້າ ເອັຟຊີ
5. ກ້າຫານ ເພັດສີວິໄລ ຈາກ ຊ້າງນ້ອຍ ເອັຟຊີ
6. ກິດຕິສັກ ພົມວົງສາ ຈາກ ຊ້າງນ້ອຍ ເອັຟຊີ

  1. ອາພິໄຊ ຖານະຂັນຕີ ຈາກ ຊ້າງນ້ອຍ ເອັຟຊີ
  2. ວັນນາ ບຸນຫລໍ່ວົງສາ ຈາກ ຊ້າງນ້ອຍ ເອັຟຊີ
  3. ໄຊຍະສິດ ສິງສະຫວ່າງ ຈາກ ຊ້າງນ້ອຍ ເອັຟຊີ
  4. ອານັນຕະຊາ ສີພົງພັນ ຈາກ ເອັສຣາ ເອັຟຊີ
    -ກອງກາງ:

  1. ຈິດປະສົງ ລັດທະຈັກ ຈາກ ຊ້າງນ້ອຍ ເອັຟຊີ
  2. ພິທັກ ກອງມາທິລາດ ຈາກ ອາຍຸດທະຍາ ຢູໄນເຕັດ ( ໂຄຕ້າອາຍຸເກີນ 22 ປິ )
  3. ສົມລິດ ແສງວັນນີ ຈາກ ຊ້າງນ້ອຍ ເອັຟຊີ
  4. ຈັນທະຈອນ ທີໂນລາດ ຈາກ ຊ້າງນ້ອຍ ເອັຟຊີ
  5. ສົມສະຫວາດ ສໍພາບມີໄຊ ຈາກ ລາວໂຕໂຢຕ້າ ເອັຟຊີ

  1. ທະນູທອງ ກຽດນະລົງລົບ ຈາກ ວຽງຈັນ ເອັຟທີ ( ດີວີຊັນ 1 )
  2. ອາລຸນໄນ ລຸນລາສີ ຈາກ ລາວໂຕໂຢຕ້າ ເອັຟຊີ
  3. ຈັນສະໝອນ ພົມມະລີວົງ ຈາກ ຊ້າງນ້ອຍ ເອັຟຊີ
  4. ບຸນພະຈັນ ບຸນກອງ ຈາກ ຊ້າງນ້ອຍ ເອັຟຊີ
  5. ລູ້ງເລືອງ ແກ້ວພູວົງ ຈາກ ຊ້າງນ້ອຍ ເອັຟຊີ ( ດີວີຊັນ 1 )

-ກອງໜ້າ:
21. ສຸກອາພອນ ວົງຈຽງຄຳ ຈາກ ພີທີ ປາຈວບ ເອັຟຊີ ( ໂຄຕ້າອາຍຸເກີນ 22 ປີ )
22. ສົມໄຊ ແກ້ວຫານາມ ຈາກ ຊ້າງນ້ອຍ ເອັຟຊີ
23. ວັນນະສອນ ດວງໄມຕີ ຈາກ ຊ້າງນ້ອຍ ເອັຟຊີ
ສໍາລັບ ທີມຊາດລາວ ຢູ່ກຸ່ມ B ໃນການແຂ່ງຂັນບານເຕະ ຊີເກມ ຮ່ວມກັບ ໄທ, ອິນໂດເນເຊຍ,ຫວຽດນາມ, ສິງກະໂປ ແລະ ບຣູໄນ ໂດຍນັດທໍາອິດຈະລົງສະໜາມໃນວັນທີ 26 ພະຈິກ 2019 ເວລາ 20:00 ໂມງພົບ ສິງກະໂປ ແຂ່ງຂັນຢູ່ທີ່ສະໜາມ RIZAL MEMORIAL STADIUM.

(ຄໍາສອນ; ຮູບຈາກ: ສຕລ)