ບໍ່ເກີນ 29 ພະຈິກ! ການຄ້າແຈ້ງບໍລິສັດນຳເຂົ້າ-ຈຳໜ່າຍພາຫະນະເຂົ້າພົບ ເພື່ອກວດກາຄືນເງື່ອນໄຂ

185

ໂດຍອີງຕາມຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍລົງວັນທີ 23 ສິງຫາ 2018 ແລະ ຂໍ້ຕົກລົງ ເລກທີ 0075/ອຄ.ກຂອ ວັນທີ 13 ມັງກອນ 2012 ວ່າດ້ວຍລະບຽບການນໍາເຂົ້າ ແລະ ຈໍາໜ່າຍລົດ ຢູ່ ສປປ ລາວ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ດັ່ງນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 2467/ຫອຄ.ກຂອ ວັນທີ 7 ພະຈິກ 2019 ເພື່ອເອີ້ນບັນດາບໍລິສັດນໍາເຂົ້າ ແລະ ຈໍາໜ່າຍພາຫະນະ ໃນການຈັດຕັ້ງປະຕິບັດ ຕາມຄໍາສັ່ງ ເລກທີ 12/ນຍ, ມາດຕະການທີ 1 ຂໍ້ ຂ(4) ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖືກມອບໝາຍໃຫ້ກວດກາ ແລະ ເກັບກໍາສະຖິຕິຈໍານວນບໍລິສັດ ແລະ ຮ້ານຈໍາໜ່າຍພາຫະນະ ທີ່ບໍ່ໄດ້ມາດຕະຖານທາງດ້ານການບໍລິການຫຼັງການຂາຍ ແລະ ຄຸນນະພາບທາງເຕັກນິກ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ໂດຍໃນແຈ້ງການໄດ້ລະບຸໄວ້ວ່າ: ໃຫ້ບັນດາບໍລິສັດນຳເຂົ້າພາຫະນະ ໃຫ້ເຂົ້າມາພົວພັນລາຍງານຄືນການເຄື່ອນໄຫວກິດຈະການນຳເຂົ້າ ແລະ ຈຳໜ່າຍພາຫະນະ ດັ່ງລາຍລະອຽດດັ່ງນີ້:
ໃຫ້ບໍລິສັດນຳເຂົ້າ ແລະ ຈຳໜ່າຍພາຫະນະ ສະໜອງຂໍ້ມູນດັ່ງລາຍລະອຽດລຸ່ມນີ້: ສໍາເນົາທະບຽນວິສາຫະກິດ ທີ່ຍັງນໍາໃຊ້ໄດ້; ສຳເນົາໃບດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກ (ສຳລັບບໍລິສັດ ທີ່ມີການດັດແກ້ໃບທະບຽນວິສາຫະກິດ ພາຍຫຼັງວັນທີ 1 ກຸມພາ 2019); ໃບສໍາເນົາການຢັ້ງຢືນການມອບພັນທະອາກອນປະຈຳປີ.

ເອກະສານແຈ້ງທີ່ຕັ້ງ ຂອງບໍລິສັດ, ຫ້ອງວາງຈຳໜ່າຍ ແລະ ສູນບໍລິການຫຼັງການຂາຍ. (ໃນກໍລະນີເຊົ່າສະຖານທີ່ ແມ່ນໃຫ້ຕິດຄັດສັນຍາເຊົ່າມາພ້ອມ); ໜັງສືການຢັ້ງຢືນເປັນຕົວແທນ ຈໍາໜ່າຍພ້ອມຂໍ້ມູນຕິດຕໍ່ປະສານງານ ຂອງບໍລິສັດແມ່ທີ່ມອບສິດໃຫ້.
ສະຫຼຸບບຕົວເລກ ການນຳເຂົ້າພາຫະນະຕົວຈິງ ທີ່ກົມນຳເຂົ້າ ແລະ ສົ່ງອອກໄດ້ອະນຸຍາດໃຫ້ ແລະ ຕົວເລກການນຳເຂົ້າຕົວຈິງ ທີ່ໄດ້ແຈ້ງເສຍພາສີຜ່ານລະບົບ (ASYCUDA) ຈາກຂະແໜງການເງິນມມາພ້ອມ.

ບໍລິສັດ ນຳເຂົ້າພາຫະນະ ທີ່ຢາກຢຸດຕິການເຄື່ອນໄຫວ ໃນກິດຈະການໝວດນໍາເຂົ້າຍານພາຫະນະ ແມ່ນໃຫ້ເຮັດໜັງສືແຈ້ງເຈດຈຳນົງເປັນລາຍລັກອັກສອນ ເຖິງກົມນຳເຂົ້າ ແລະ ສົ່ງອອກ. ການກຳນົດເຂົ້າມາພົວພັນນຳກົມການນຳເຂົ້າ ແລະ ສົ່ງອອກ ນັບແຕ່ວັນອອກແຈ້ງການ ຈົນຮອດວັນທີ 29 ພະຈິກ 2019. ຫຼັງຈາກຮອດກໍານົດເວລາ, ຖ້າບໍລິສັດໃດຫາກບໍ່ມາພົວພັນ ກົມການນໍາເຂົ້າ ແລະ ສົ່ງອອກ ຈະໄດ້ຢຸດຕິການອອກອະນຸຍາດນຳເຂົ້າຍານພາຫະນະ ແລະ ຕັດລາຍຊື່ອອກຈາກບັນຊີບໍລິສັດ ທີ່ມີເງື່ອນໄຂນຳເຂົ້າຍານພາຫະນະ.