ມີຜູ້ເສຍຊີວິດ 20 ຄົນ ຈາກອິດທິພົນຂອງພາຍຸບຸລບູລ ໃນບັງກລາເທດ-ອິນເດຍ

101

ອິດທິພົນທີ່ຮຸນແຮງຂອງພາຍຸໄຊໂຄລນບຸລບູລ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະເທດບັງກລາເທດ ແລະ ອິນເດຍ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງທາກາ ປະເທດບັງກລາເທດ ເມື່ອວັນຈັນ ທີ 11 ພະຈິກ ວ່າ ອິດທິພົນຂອງພາຍຸໄຊໂຄລນບຸລບູລ ເຊິ່ງຕໍ່ໂຕຂຶ້ນໃນອ່າວເບງກອລ ເມື່ອຕົ້ນເດືອນນີ້ ແລະ ເຄື່ອນທີ່ຂຶ້ນໄປທາງທິດເໜືອ ເມື່ອທ້າຍອາທິດ ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ໃນບັງກລາເທດ ແລະ ໄດ້ຮັບບາດເຈັບຢ່າງ ໜ້ອຍ 20 ຄົນ ແຕ່ຍັງມີຜູ້ສູນຫາຍຢ່າງໜ້ອຍ 5 ຄົນ ເປັນຊາວປະມົງ ເຊິ່ງເຮືອຫຼົ້ມໃນແມ່ນໍ້າ ໃກ້ກັບເມືອງໂພລາ. ນອກຈາກນີ້, ຄວາມຮຸນແຮງຂອງພາຍຸຍັງສ້າງຄວາມເສຍຫາຍໃຫ້ແກ່ບ້ານເຮືອນປະຊາຊົນຫຼາຍກວ່າ 4 ພັນຫຼັງ ທີ່ກໍ່ສ້າງຈາກດິນ ແລະ ມີໂຄງສ້າງຫຼັກບໍ່ໄດ້ມາດຕະຖານ. ນອກຈາກນີ້, ມີລາຍງານສະພາບນໍ້າຖ້ວມເປັນພື້ນທີ່ກວ້າງໃນຫຼາຍພື້ນທີ່ ລວມທັງປ່າສະຫງວນຊຸນດາມັນ ຫຼື ອຸທິຍານແຫ່ງຊາດສຸນທອນພົນ ເຊິ່ງເປັນປ່າສະຫງວນທີ່ໃຫຍ່ທີ່ສຸດໃນໂລກ  ແລະ ເປັນໜຶ່ງໃນເຂດແຫຼ່ງສະຫງວນທາງຊີວະພາບທີ່ສຳຄັນຂອງໂລກ.

ຂະນະທີ່ພາຍຸບຸລບູລ ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ປະເທດບັງກະລາເທດ ເຊິ່ງໄດ້ສັ່ງອົບພະຍົບປະຊາຊົນລ່ວງໜ້າ ຫຼາຍກວ່າ 2 ລ້ານ ອິດທິພົນຂອງພາຍຸຍັງສົ່ງຜົນກະທົບໃຫ້ແກ່ບາງລັດຂອງອິນເດຍທີ່ມີແຄມຝັ່ງຕິດກັບອ່າວເບງກອລ ໂດຍມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ໃນລັດເບງກອລຕາເວັນຕົກ ແລະ ອີກຢ່າງໜ້ອຍ 2 ຄົນ ໃນລັດໂອຣິສາ.

ທັງນີ້ ເນື່ອງຈາກພູມສັນຖານໃນບັງກະລາເທດ ແລະ ບາງສ່ວນໃນພາກຕາເວັນອອກຂອງອິນເດຍເປັນເຂດທົ່ງພຽງ ຈຶ່ງມັກໄດ້ຮັບຄວາມເສຍຫາຍຢ່າງໜັກເມື່ອເກີດພາຍຸ ໃນໄລຍະບໍ່ເທົ່າໃດປີຜ່ານມາ ໄດ້ເກີດພາຍຸມໍລະສຸມນອກລະດູຫຼາຍຄັ້ງ ຍ້ອນການປ່ຽນແປງຂອງສະພາບດິນຟ້າອາກາດໂລກ ໂດຍຢ້ອນກັບໄປເມື່ອເດືອນພຶດສະພາ ຜ່ານມາ ເກີດພາຍຸໄຊໂຄລນຟານີ ເຄື່ອນທີ່ເຂົ້າສູ່ບໍລິເວນດຽວກັນນີ້ຂອງອິນເດຍ ແລະ ບັງກລາເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 89 ຄົນ.