ເມືອງບໍ່ແຕນ ເປັນເມືອງຂາດດຸນງົບປະມານ ລາຍຮັບບໍ່ກຸ້ມລາຍຈ່າຍ

138

ໄລຍະ 9 ເດືອນຜ່ານມາ ເມືອງບໍ່ແຕນ ແຂວງໄຊຍະບູລີ ເກັບລາຍຮັບເຂົ້າງົບປະມານຫຼຸດປີຜ່ານມາ 11,80%; ຂະນະທີ່ລາຍຈ່າຍປະຕິບັດໄດ້ 6,42 ຕື້ ກວ່າກີບ ເພີ່ມຂຶ້ນຈາກປີຜ່ານມາ 2%. ສ່ວນອີກ 3 ເດືອນທ້າຍປີ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 2,78 ຕື້ກວ່າກີບ.

ທ່ານ ຊົມພູ ລຽງໄຊ ຫົວໜ້າຫ້ອງການການເງິນເມືອງບໍ່ແຕນ ໄດ້ເປີດເຜີຍໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດລາຍ  ຮັບ – ລາຍຈ່າຍງົບປະມານແຫ່ງລັດ 9 ເດືອນ ແລະ ທິດທາງແຜນການມາດຕະການວຽກງານຈຸດສຸມ 3 ເດືອນທ້າຍປີ 2019 ທີ່ສຳເລັດລົງໃນທ້າຍເດືອນຕຸລາທີ່ຜ່ານມານີ້ ວ່າ: ເມືອງບໍ່ແຕນ ໄດ້ຮັບຕົວເລກລາຍຮັບ – ລາຍຈ່າຍ ທັງໝົດ 9,3 ຕື້ກວ່າກີບ. ໃນນີ້, ມີລາຍຮັບພາຍໃນ 3,14 ຕື້ກວ່າກີບ, ສ່ວຍສາອາກອນ 3,74 ຕື້ ກວ່າກີບ, ຊັບສິນຂອງລັດ 70 ລ້ານກີບ, ດຸນດ່ຽງຈາກແຂວງ 6,15 ຕື້ກວ່າກີບ, ສະເພາະ 9 ເດືອນ ສາມາດຈັດເກັບລາຍຮັບງົບປະມານໄດ້ທັງໝົດ 2,6 ຕື້ ກວ່າກີບ ເທົ່າກັບ 82,74% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາ ຫຼຸດລົງ 11,80% ໂດຍແບ່ງປັນຂັ້ນຄຸ້ມຄອງຄືເມືອງຄຸ້ມຄອງປະຕິບັດໄດ້ 1,33 ຕື້ກວ່າກີບ ເທົ່າກັບ 81,86% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາ ຫຼຸດລົງ 20,96%, ບ້ານຄຸ້ມຄອງປະຕິບັດໄດ້ 1,26 ຕື້ກວ່າກີບ ເທົ່າກັບ 83,84% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ່ມຂຶ້ຶ້ນ 0,64% ສັງເກດລາຍຮັບຕາມຂະແໜງການ.

ໃນນີ້, ສ່ວຍສາອາກອນປະຕິບັດໄດ້ 2,54 ຕື້ກີບ ເທົ່າກັບ 82,86% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາ ຫຼຸດລົງ 12,08% ລາຍຮັບຊັບສິນຂອງຂອງລັດ ປະຕິບັດໄດ້ 547 ລ້ານກວ່າກີບ ເທົ່າກັບ 77,50% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ່ມຂຶ້ນ 3,85%. ໃນນີ້, ຫ້ອງການການເງິນເມືອງປະຕິບັດໄດ້ 951 ລ້ານກີບ ເທົ່າກັບ 119,18% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດ 20,8%, ຫ້ອງການອ້ອມຂ້າງເມືອງປະຕິບັດໄດ້ 382 ລ້ານກີບ ເທົ່າກັບ 45,86% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາ ຫຼຸດ 26,76% ສ່ວນການຈັດຕັ້ງປະຕິບັດລາຍຈ່າຍໃນ 9 ເດືອນ ມີທັງໝົດ 6,42 ຕື້ກວ່າກີບ ເທົ່າກັບ 69,09% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາແມ່ນເພີ່ມຂຶ້ນ 2%.

ທ່ານຍັງກ່າວຕື່ມວ່າ: ໄລຍະ 3 ເດືອນທ້າຍປີ ເມືອງບໍ່ແຕນ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 2,78 ຕື້ກວ່າກີບ ເທົ່າກັບ 29,89% ຂອງແຜນປີ ລາຍຮັບພາຍໃນ 543 ລ້ານກີບ, ລາຍຮັບດຸນດ່ຽງຈາກແຂວງ 2,23 ຕື້ກວ່າກີບ ເທົ່າກັບ 36,34 ຂອງແຜນປີ ດ້ານລາຍຈ່າຍ 2,78 ຕື້ກວ່າກີບ ເທົ່າກັບ 29,89% ຂອງແຜນປີ. ໃນນີ້, ຈ່າຍເງິນນະໂຍບາຍ, ເງິນບໍລິຫານ ແລະ ຈ່າຍດັດສົມສົ່ງເສີມ.

( ຂ່າວ: ບຸນທີ ແສງຈັນທະລາ )