ບໍລິສັດ GENTOP ຈາກ ສ.ເກົາຫຼີ ມອບອຸປະກອນທົດລອງໃຫ້ກັບ ບໍລິສັດ ເອເຊຍລົງທຶນ

148

ບໍລິສັດ GENTOP ຈາກ   ສ.ເກົາຫຼີ ຮ່ວມມືກັບ ອົງການໂຄຕຣ້າ ວຽງຈັນ ມອບອຸປະກອນທົດລອງໃຊ້ງານໃຫ້ ບໍລິສັດ ເອເຊຍລົງທຶນ, ພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ( AIDC ) ເພື່ອຈະຮ່ວມມືກັນສະໜອງອຸປະກອນຕ່າງໆເຂົ້າໃນວຽກງານໂຄງການພັດທະນາພື້ນຖານໂຄງລ່າງ ແລະ ວຽກງານ ICT Solution ຢູ່ໃນ ສປປ ລາວ.

ພິທີມອບ – ຮັບໄດ້ຈັດຂຶ້ນໃນວັນທີ 8 ພະຈິກ 2019 ທີ່ ບໍລິສັດ ເອເຊຍລົງທຶນ, ພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ, ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ Hong Dae Park ປະທານ ບໍລິສັດ GENTOP ແລະ ທ່ານ ປັກ ຈັງ ອຶ່ນ ຫົວໜ້າອົງການໂຄຕຣ້າ ວຽງຈັນ ຕາງໜ້າຮັບໂດຍ ທ່ານ ສຸລິຍາ ອັກຄະສອນ ຫົວໜ້າພະແນກພັດທະນາພື້ນຖານໂຄງລ່າງ ບໍລິສັດ ເອເຊຍລົງທຶນ, ພັດທະນາ ແລະ ກໍ່ສ້າງຈຳກັດ.

ທ່ານ ປັກ ຈັງ ອຶ່ນ ໄດ້ກ່າວວ່າ: ບໍລິສັດ GENTOP ເປັນບໍລິສັດຊ່ຽວຊານການສະໜອງ ແລະ ບໍລິການອຸປະກອນກ້ອງວົງຈອນປິດ ( CCTV Solution ), ລະບົບຝາກລົດທັນສະໄໝ ( Parking Control System ), ລະບົບການຝຶກໂດດຈ້ອງ ( Parachute Training ) ໃຫ້ໜ່ວຍງານລັດຖະບານ ສ.ເກົາຫຼີ, ການໄດ້ຈັບມືຮ່ວມກັບບໍລິສັດຊັ້ນນຳທາງດ້ານການພັດທະນາໂຄງການຢູ່ປະເທດລາວ ກໍຄື ບໍລິສັດ ເອເຊຍລົງທຶນ, ພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ໂດຍໄດ້ມອບຊຸດອຸປະກອນກ້ອງວົງຈອນປິດ ( CCTV Solution ) ຈໍານວນ 4 ເຄື່ອງ ລວມມູນຄ່າທັງໝົດ 20 ພັນໂດລາສະຫະລັດ ເພື່ອເປັນການທົດລອງນຳໃຊ້.

ທ່ານ ສຸລິຍາ ອັກຄະສອນ ໄດ້ກ່າວວ່າ: ໃນອະນາຄົດທັງ 2 ຝ່າຍ ໄດ້ມີແຜນການຂະຫຍາຍການຮ່ວມມືກັນເພື່ອສະໜອງອຸປະກອນຕ່າງໆເຂົ້າໃນການພັດທະນາໂຄງການຕ່າງໆ ແລະ ວຽກງານ ICT Solution ຢູ່ໃນ ສປປ ລາວ ເຊັ່ນ: ວຽກງານທາງດ້ານການກໍ່ສ້າງຂົວທາງ, ອາຄານ, ດ້ານພະລັງງານ, ໂທລະຄົມມະນາຄົມ, ການສື່ສານ ແລະ ອື່ນໆ. ໃນຕໍ່ໜ້າກໍຈະກາຍເປັນບາດກ້າວທີ່ດີໃນການພົວພັນດ້ານອື່ນໆຫຼາຍຂຶ້ນ ເຊິ່ງການນໍາໃຊ້ອຸປະກອນທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານໃນການເຮັດວຽກ ກໍຈະສົ່ງຜົນໃຫ້ ວຽກງານມີປະສິດທິພາບອີກດ້ວຍ.

[ ຂ່າວ: ທິບອຸສາ; ຮູບ: ວິລະສັກ ]