ຄາດການເກັບລາຍຮັບເຂົ້າງົບປະມານຈະບໍ່ບັນລຸເປົ້າ

51

ການຈັດຕັ້ງປະຕິບັດລາຍຮັບຮອດວັນທີ 31 ຕຸລາ 2019 ປະຕິບັດໄດ້ 19.439 ຕື້ກີບ ເທົ່າກັບ 73,35% ຂອງແຜນການປີ. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 18.558,17 ຕື້ກີບ ເທົ່າກັບ 76,56% ຂອງແຜນການປີ. ຄາດຄະເນຈັດຕັ້ງປະຕິບັດໝົດປີ 2019 ຈະບັນລຸ 25.744 ຕື້ກີບ​ ເທົ່າກັບ 97,1% ຂອງແຜນການປີ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານການປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ແລະ ທິດທາງແຜນການປີ 2020 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສພຊ ຊຸດທີ 8 ໃນວັນທີ 7 ພະຈິກ 2019 ວ່າ: ອີງຕາມແຜນງົບປະມານແຫ່ງລັດ ທີ່ສະພາແຫ່ງຊາດຮັບຮອງປະກອບມີ: ແຜນລາຍຮັບທັງໝົດ 26.502 ຕື້ກີບ. ໃນນັ້ນ, ລາຍຮັບພາຍໃນ 24.240 ຕື້ກີບ; ລາຍຮັບຈາກການຊ່ວຍເຫຼືອລ້າ 2.065 ຕື້ກີບ ແລະ ລາຍຮັບຈາກການປະກອບສ່ວນຂອງສັງຄົມ​ 197 ຕື້ກີບ.

ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 09 ເດືອນປີ 2019​  ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2019 ນັບແຕ່ວັນທີ 01 ມັງກອນ ຮອດວັນທີ 30 ກັນຍາ 2019 ການຈັດຕັ້ງປະຕິບັດລາຍຮັບທັງໝົດສາມາດບັນລຸໄດ້​ 17.261 ຕື້ກີບ ເທົ່າກັບ 65,62% ຂອງແຜນການປີ ໂດຍສະເພາະລາຍຮັບພາຍໃນປະຕິບັດໄດ້ 16.440 ຕື້ກີບ ເທົ່າກັບ 67,82% ຂອງແຜນການປີ​ ທຽບໃສ່ໄລຍະດຽວກັນຂອງປີ 2018 ( ວັນທີ 30 ກັນຍາ 2018 ຈໍານວນ 15.819 ຕື້ກີບ ) ເພີ່ມຂຶ້ນປະມານ 4%. ໃນນີ້, ຂັ້ນສູນກາງ 13.099 ຕື້ກີບ​ ເທົ່າກັບ 68,26% ຂອງແຜນການປີ ແລະ ທ້ອງຖິ່ນ​ 3.340 ຕື້ກີບ ເທົ່າກັບ 66,18% ຂອງແຜນການປີ, ສໍາລັບລາຍຮັບຈາກການຊ່ວຍເຫຼືອລ້າ ປະຕິບັດໄດ້ 821 ຕື້ກີບ ເທົ່າກັບ 39,77% ຂອງແຜນການປີ; ສ່ວຍສາອາກອນ 7.580  ຕື້ກີບ ເທົ່າກັບ 61,53% ຂອງແຜນການປີ; ພາສີ 4.884 ຕື້ກີບ ເທົ່າກັບ 64,96% ຂອງແຜນການປີ; ຄຸ້ມຄອງພັດທະນາລັດວິສາຫະກິດ – ການປະກັນໄພ​ 2.404 ຕື້ກີບ ເທົ່າກັບ 102,34% ຂອງແຜນການປີ; ຄຸ້ມຄອງຊັບສິນຂອງລັດ 1.564 ຕື້ກີບ ເທົ່າກັບ 76,32% ຂອງແຜນການປີ ແລະ ລາຍຮັບອື່ນໆ​ 5,73 ຕື້ກີບ.

ສໍາລັບການຈັດຕັ້ງປະຕິບັດລາຍຮັບທັງໝົດຮອດວັນທີ 31 ຕຸລາ 2019 ປະຕິບັດໄດ້ 19.439 ຕື້ກີບ ເທົ່າກັບ 73,35% ຂອງແຜນການປີ. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 18.558 ຕື້ກີບ ເທົ່າກັບ 76,56% ຂອງແຜນການປີ.

ຄາດຄະເນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໝົດປີ 2019 ຄາດຄະເນລາຍຮັບງົບປະມານໝົດປີ 25.744 ຕື້ກີບ ເທົ່າກັບ 97,1% ຂອງແຜນປີ. ໃນນັ້ນ, ສະເພາະລາຍຮັບພາຍໃນຈະສາມາດປະຕິບັດໄດ້ 23.482 ຕື້ກີບ ເທົ່າກັບ 96,8% ຂອງແຜນປີ, ຫຼຸດແຜນປະມານ 758 ຕື້ກີບ ໂດຍສະເພາະ 2 ຂະແໜງລາຍຮັບ ຄື: ຂະແໜງສ່ວຍສາອາກອນ ຄາດວ່າຈະປະຕິບັດໄດ້ 95% ແລະ ລາຍຮັບພາສີ 98% ຂອງແຜນການປີ.

ແຕ່ເຖິງແນວໃດກໍຕາມ, ກະຊວງການເງິນ ຈະສູ້ຊົນຕື່ມເພື່ອຈັດເກັບລາຍຮັບໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້​ ແຕ່ກໍຍັງມີຄວາມສ່ຽງສູງຢູ່ ເນື່ອງຈາກໃນໄລຍະທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາ ປີ 2019 ມີຫຼາຍແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ເຊັ່ນ: ນ້ຳຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້, ສະພາບສັດຕູພືດລະບາດຢູ່ບັນດາແຂວງທາງພາກເໜືອ ແລະ ພະຍາດອະຫິວາໝູອາຟຣິກາທີ່ລະບາດຢູ່ຫຼາຍແຂວງ​ ເຊິ່ງບັນຫາດັ່ງກ່າວ ກະທົບເຖິງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ທັງທາງກົງ ແລະ ທາງອ້ອມຫຼາຍສົມຄວນ.

ເພື່ອສູ້ຊົນຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈໍາປີ 2019 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ກະຊວງການເງິນ ຈຶ່ງໄດ້ຄົ້ນຄວ້າ ແລະ ກໍານົດມາດຕະການຕ່າງໆ ຄື: ມາດຕະການດ້ານລາຍຮັບ ຈະສຸມກໍາລັງໃສ່ການຈັດເກັບລາຍຮັບໃຫຍ່ທີ່ເປັນລາຍຮັບຕົ້ນຕໍມອບເຂົ້າງົບປະມານໃນທ້າຍປີ 2019 ໂດຍສະເພາະເລັ່ງທວງໜີ້ຄ້າງມອບ, ເພີ່ມທະວີມາດຕະການເກັບລາຍຮັບຕໍ່ທຸລະກິດຂຸດຄົ້ນບໍ່ແຮ່, ພະລັງງານໄຟຟ້ານ້ຳຕົກ, ໂຄງການສາຍສົ່ງໄຟຟ້າ, ໂຄງການສ້າງທາງລົດໄຟ ແລະ ບັນດາໂຄງການຕ່າງໆ ທີ່ນໍາໃຊ້ເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ, ສືບຕໍ່ບັນດາໂຄງການຫັນເປັນທັນສະໄໝໃນການຈັດເກັບລາຍຮັບຕ່າງໆໃຫ້ໄວ, ຮັດກຸມ ແລະ ມີປະສິດທິຜົນ ແລະ ອື່ນໆ.