ສຶກສາຄວາມເປັນໄປໄດ້ໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນ

113

ບໍລິສັດ ຄູນຄຳກຣຸບ ຈຳກັດ ສຶກສາຄວາມເປັນໄປໄດ້ ໂຄງການກໍ່ສ້າງພັດທະນາພະລັງງານໄຟຟ້າແສງຕາເວັນ ກຳລັງຕິດຕັ້ງ 5 MW ຢູ່ເຂດອ່າງເກັບນໍ້າເຂື່ອນໄຟຟ້າເຊເສັດ – ຫ້ວຍເປາະ ຫາກການລົງທຶນມີປະສິດຕິຜົນຄາດຈະຂະຫຍາຍໄປຈຸດອື່ນເພີ່ມ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈໄດ້ມີຂຶ້ນທ້າຍອາທິດຜ່ານມາ, ຕາງໜ້າຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນແຂວງ ລົງນາມເຊັນໂດຍ ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ໂພທິຍາ ວົງຈອມສີ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງສາລະວັນ, ຝ່າຍບໍລິສັດລົງນາມໂດຍ ທ່ານ ແສງດາລາ ວົງໄຊຍາ ຮອງປະທານ ບໍລິສັດ ຄູນຄໍາກຣຸບ ຈໍາກັດ ໂດຍຊ້ອງໜ້າ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂັ້ນແຂວງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງການລົງທຶນຂັ້ນແຂວງ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ແສງດາລາ ວົງໄຊຍາ ຮອງປະທານ ບໍລິສັດ ຄູນຄຳກຣຸບ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງພັດທະນາໄຟຟ້າແສງຕາເວັນຂອງ ກຸ່ມບໍລິສັດ ຄູນຄຳກຣຸບ ຈຳກັດ ກໍເປັນອີກໂຄງການໜຶ່ງທີ່ນອນຢູ່ໃນເຂດອ່າງເກັບນໍ້າຂອງໂຄງການເຂື່ອນໄຟຟ້າຫ້ວຍເປາະ ພາວເວີ ຈຳກັດ, ໂຄງການນີ້ແມ່ນຕັ້ງຢູ່ເຂດບ້ານສັນທົ່ງ ເມືອງເລົ່າງາມ ແຂວງສາລະວັນ ເຊິ່ງປັດຈຸບັນນີ້ແມ່ນທາງບໍລິສັດໄດ້ຮັບສິດເປັນຜູ້ພັດທະນາໂຄງການ, ໂຄງການນີ້ຕາມການສຳຫຼວດເບື້ອງຕົ້ນແມ່ນມີກຳລັງຕິດຕັ້ງ 15 ເມກາວັດ ແຕ່ ຄວາມເປັນຈິງແລ້ວແມ່ນຜະລິດໄດ້ພຽງ 1 ເມກາວັດ, ຍ້ອນສະພາບດິນຟ້າອາກາດເຮັດໃຫ້ການຜະລິດກະແສໄຟຟ້າບໍ່ໄດ້ຕາມຄວາມເປັນຈິງ. ສະນັ້ນ, ທາງບໍລິສັດຈຶ່ງໄດ້ມີການປັບປຸງການຜະລິດ ໂດຍການຫາແຫຼ່ງຜະລິດພະລັງງານເຂົ້າມາໃໝ່ ເພື່ອເຮັດໃຫ້ການຜະລິດພະລັງງານໄຟຟ້າມີ ຄວາມສະຖຽນລະພາບທັງສອງລະດູ.

ໂດຍໄດ້ເລັງເຫັນພື້ນທີ່ທີ່ມີຄວາມເໝາະສົມນັ້ນ ກໍຄືພື້ນທີ່ອ່າງເກັບນໍ້າຂອງໂຄງການເຂື່ອນໄຟຟ້າຫ້ວຍເປາະ ພາວເວີ ຈຳກັດ ທີ່ຈະພັດທະນາເປັນແຫຼ່ງຜະລິດພະລັງງານແສງຕາເວັນຂຶ້ນ, ຈາກການສຳຫຼວດເບື້ອງຕົ້ນເຫັນວ່າໂຄງການນີ້ແມ່ນມີ ຄວາມເປັນໄປໄດ້ສູງທີ່ຈະຊ່ວຍຕອບສະໜອງຄວາມຕ້ອງການດ້ານພະລັງງານໃຫ້ກັບໂຄງການເຂື່ອນໄຟຟ້າຫ້ວຍເປາະ ພາວເວີ ຈຳກັດ ແລະ ສາມາດຄາດຄະເນກຳລັງຕິດຕັ້ງໄດ້ຢູ່ໃນລະດັບ 5 ເມກາວັດ, ໃນອະນາຄົດຖ້າຫາກການລົງທຶນຂອງໂຄງການມີປະສິດທິຜົນສູງກໍຈະໄດ້ມີແຜນການຂະຫຍາຍເພີ່ມອອກໄປຕື່ມອີກ.

( ຮູບ – ຂ່າວ: ທິດລານີ ໂຄດໂຍທາ )