ກປ ຕັ້ງເປົ້າສະໜອງນໍ້າໃຫ້ການຜະລິດລະດູແລ້ງ 1,65 ແສນເຮັກຕາ

138

ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ຕັ້ງເປົ້າສະໜອງນໍ້າໃຫ້ການຜະລິດລະດູແລ້ງ 165.000 ເຮັກຕາ. ໃນນັ້ນ, ປູກເຂົ້າ 100.000 ເຮັກຕາ, ປູກພືດ 65.000 ເຮັກຕາ, ຂະນະດຽວກັນພ້ອມຂໍງົບປະມານແກ້ໄຂສຸກເສີນສ້ອມແປງຊົນລະປະທານທີ່ເປ່ເພຈາກໄພພິບັດນໍ້າຖ້ວມ 68 ຕື້ກີບ.

ທ່ານ ບຸນຄໍາ ສີດາວົງ ຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສໍາພາດແກ່ທີມຂ່າວພວກເຮົາໃນໂອກາດເຂົ້າຮ່ວມພິທີເປີດຂະບວນການຜະລິດລະດູແລ້ງ ທີ່ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ – ຫ້ວຍຊົ້ວ ໃນວັນທີ 8 ພະຈິກ 2019 ທີ່ຜ່ານມາ ວ່າ: ໃນປີນີ້ຊົນລະປະທານໃນທົ່ວປະເທດ ຫຼາຍແຫ່ງໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເສຍຫາຍໜັກໜ່ວງຈາກຊົນລະປະທານທົ່ວປະເທດ 7.800 ແຫ່ງ, ໃຊ້ໄດ້ພຽງ 3.211 ແຫ່ງ. ໃນນັ້ນ, ມີອ່າງເກັບນໍ້າ 321 ແຫ່ງ, ຈັກສູບນໍ້າ 875 ແຫ່ງ, ຝາຍນໍ້າລົ້ນ 1.699 ແຫ່ງ ແລະ ປະຕູນໍ້າ 325 ແຫ່ງ ເຊິ່ງທັງໝົດນີ້ແມ່ນມີຄວາມອາດສາມາດໃນການສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງ 2019 – 2020 ໃນທົ່ວປະເທດ ຈໍານວນ 165.000 ເຮັກຕາ. ໃນນີ້, ປູກເຂົ້າ 100.000 ເຮັກຕາ, ປູກພືດ 65.000 ເຮັກຕາ ແຕ່ທັງນີ້ທັງນັ້ນກໍຍັງຕ້ອງໄດ້ທໍາການຟື້ນຟູ ແລະ ສ້ອມແປງຊົນລະປະທານເຫຼົ່ານີ້ໃຫ້ຢູ່ໃນສະພາບດີ ກຽມພ້ອມໃຊ້ງານໃຫ້ບັນລຸເປົ້າໝາຍທີ່ວາງໄວ້.

ສໍາລັບການຟື້ນຟູຊົນລະປະທານທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ຫຼື ເປ່ເພຈາກອາຍຸການໃຊ້ງານມາເປັນເວລາດົນນານນັ້ນ ໄດ້ແບ່ງອອກເປັນ 2 ລະບົບ ຄື: ການແກ້ໄຂສຸກເສີນໃຫ້ບັນດາເນື້ອທີ່ນາທີ່ຍັງມີຜົນຜະລິດຢູ່ ແລະ ການສ້າງແຜນຟື້ນຟູສ້ອມແປງເພື່ອການຜະລິດໃນລະດູການຕໍ່ໄປ ເຊິ່ງຈາກການສັງລວມຜົນເສຍຫາຍ ຫຼື ງົບປະມານທີ່ຕ້ອງນໍາໃຊ້ເຂົ້າໃນການສ້ອມແປງທັງໝົດ 165 ຕື້ກີບ ໂດຍສະເພາະງົບການແກ້ໄຂສຸກເສີນ 68 ຕື້ກີບ, ງົບປະມານໃນການຟື້ນຟູສ້ອມແປງໃນລະດູການຕໍ່ໄປ 96 ຕື້ກີບ. ເຖິງຢ່າງໃດກໍຕາມ, ປັດຈຸບັນປະຊາຊົນໃນບາງທ້ອງຖິ່ນກໍໄດ້ສ້ອມແປງບັນດາຊົນລະປະທານທີ່ເປ່ເພເລັກໜ້ອຍທີ່ສາມາດແກ້ໄຂໄດ້ແບບປະຖົມປະຖານ ໃຫ້ມີນໍ້າຮັບໃຊ້ໃນການຜະລິດໄດ້ຈໍານວນໜຶ່ງ, ທ່ານ ບຸນຄໍາ ສີດາວົງ ກ່າວ.

( ຂ່າວ: ເອຢິບ; ຮູບ: ສຸກສະຫວັນ )