ສສຊ ສະເໜີໃຫ້ລັດຖະບານ ສຸມໃສ່ສົ່ງເສີມການຜະລິດໃຫ້ເຂັ້ມແຂງ

55

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ( ສພຊ ) ຊຸດທີ VIII ໃນວັນທີ 8 ພະຈິກ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ  ( ສສຊ ) ໄດ້ສຸມໃສ່ປະກອບຄຳເຫັນ ພ້ອມສະເໜີໃຫ້ລັດຖະບານເລັ່ງແກ້ໄຂບັນຫາຕ່າງໆ ໂດຍສະເພາະແມ່ນການພັດທະນາເສດຖະກິດທີ່ຕິດພັນກັບການຜະລິດກະສິກຳໂດຍສະເພາະການປູກພືດຜັກ ແລະ ພືດອື່ນໆທີ່ເປັນທ່າແຮງ.

ທ່ານ ສາຍທອງ ໄຊຍະວົົງ ສສຊ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ປະກອບຄຳເຫັນ ວ່າ: ສະໜີໃຫ້ລັດຖະບານຈັດສັນແຜນງົບປະມານແກ້ໄຂໄພພິບັດທີ່ເກີດຂຶ້ນຢູ່ແຂວງພາກກາງ ແລະ ພາກໃຕ້ ໄດ້ສົ່ງຜົນເສຍຫາຍຕໍ່ໄຮ່ນາ, ຮົ້ວສວນ, ພືດຜັກ ແລະ ອື່ນໆໄດ້ຮັບຄວາມເສຍຫາຍ ຕໍ່ກັບບັນຫາດັ່ງກ່າວຕ້ອງໄດ້ຮັບການແກ້ໄຂຢ່າງທັນການ, ສະເໜີໃຫ້ລັດຖະບານແກ້ໄຂສ້ອມແປງຊົນລະປະທານ, ຫົວຈັກດູດນໍ້າ ເພື່ອໃຫ້ທັນກັບລະດູການຜະລິດນາແຊງ ພ້ອມສະເໜີໃຫ້ລັດສືບຕໍ່ສຸມງົບປະມານໃສ່ໂຄງການທີ່ໃກ້ຈະສຳເລັດ ໂດຍສະເພາະອາຄານຊ່ອງເມັກ ເຊິ່ງມາຮອດປັດຈຸບັນແມ່ນຄືບໜ້າແລ້ວ80% ແຕ່ວ່າບໍ່ມີການສືບຕໍ່ໂຄງການ ຖ້າຫາກໂຄງການດັ່ງກ່າວສຳເລັດຄາດວ່າຈະສາມາດເກັບລາຍຮັບ – ລາຍຈ່າຍໄດ້ຫຼາຍຂຶ້ນ.

ທ່ານ ວົງສະຫວັນ ໄຊຍະວົງ ສສຊ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ສະເໜີວ່າ: ຢາກໃຫ້ລັດຖະບານ ຊຸກຍູ້ສົ່ົງເສີມໃຫ້ປະຊາຊົນຜະລິດກະສິກຳທີ່ເປັນທ່າແຮງຂອງແຕ່ລະທ້ອງຖິ່ນໃຫ້ກາຍເປັນສິນຄ້າສົ່ງອອກ, ເປີດດ່ານເພື່ອອຳນວຍຄວາມສະດວກໃຫ້ແກ່ການສົ່ງສິນຄ້າ ເພາະເຫັນວ່າຍັງມີຂໍ້ຫຍຸ້ງຍາກ, ນະໂຍບາຍການສົ່ງເສີມການລົງທຶນຂອງລັດຍັງບໍ່ຫັນເຂົ້າສູ່ລວງເລິກ, ການລົງທຶນເຖິງວ່າຈະຫັນເປັນບໍລິການປະຕູດຽວ ແຕ່ກໍເຫັນວ່າດ້ານການປະຕິບັດຍັງບໍ່ທັນໄປໃນລ່ວງດຽວກັນ.

ທ່ານ ລີເບີ ລີບົວປາວ ສສຊ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ກ່າວວ່າ: ສະເລ່ຍອັດຕາການເຕີບໂຕຂອງເສດຖະກິດປີ 2019 ນີ້ຢູ່ທີ່ 6,4%. ໃນນີ້, ຂະແໜງທີ່ຂະຫຍາຍຕົວຕ່ຳກວ່າໝູ່ ກໍຄືຂະແໜງກະສິກຳ ເພາະວ່າຖ້າເບິ່ງຕົວເລກແລ້ວແມ່ນໄດ້ຕາມແຜນ 2,8%. ຄວາມຈິງແລ້ວຂະແໜງກະສິກຳປີນີ້ເປັນປີໜຶ່ງທີ່ຖືກຄຸກຄາມຈາກໄພທຳມະຊາດຮ້າຍແຮງທີ່ສຸດ ແຕ່ວ່າຕົວເລກອອກມາລັກສະນະນີ້ສອດຄ່ອງແລ້ວ ຫຼື ບໍ່ ວ່າໄດ້ຕາມແຜນ ຢາກໃຫ້ລັດຖະບານເບິ່ງຄືນ. ນອກນັ້ນ, ຂະແໜງກະສິກຳເອີ້ນໄດ້ວ່າ ເປັນພາກເສດຖະກິດຂອງປະຊາຊົນ ເພາະວ່າປະຊາຊົນສ່ວນໃຫຍ່ອາໄສຂະແໜງກະສິກຳ ການເຕີບໂຕ 2,8% ເມື່ອທຽບກັບອັດຕາການເຕີບໂຕຂອງພົນລະເມືອງເກືອບເທົ່າກັນ, ທຽບກັບອັນຕາເງິນເຟີ້ 2,6% ກໍເກືອບເທົ່າກັນ ສະແດງວ່າລາຍຮັບຈາກຂະແໜງກະສິກຳຂອງປະຊາຊົນນັ້ນບໍ່ໄດ້ເພີ່ມຂຶ້ນ.

ທ່ານ ກົງຈີ ຢ່າງຈື່ ສສຊ ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ກ່າວວ່າ: ສະເໜີໃຫ້ລັດຖະບານເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ຂະແໜງກະສິກຳມີການພັດທະນາຂຶ້ນໄວກວ່ານີ້ ເນື່ອງຈາກວ່າດ້ານການຈັດຕັ້ງປະຕິບັດທາງພາກລັດຍັງບໍ່ທັນເອົາໃຈໃສ່ດີເທົ່າທີ່ຄວນ ເຊິ່ງສະແດງໃຫ້ເຫັນວ່າວຽກງານກະສິກຳນີ້ສ່ວນໃຫຍ່ແມ່ນປະຊາຊົນເປັນເຈົ້າການ. ດັ່ງນັ້ນ, ຢາກສະເໜີໃຫ້ລັດຖະບານຄົ້ນຄິດຫາວິທີການ ແລະ ເຮັດເປັນໂຄງການຕ່າງໆຂຶ້ນມາ ດ້ວຍການສະໜັບສະໜູນບັນດາທຸລະກິດເປັນຕົ້ນຕໍ.