ຊົມເຊີຍສາວລັດ ສາມາດຄວ້າຕໍາແໜ່ງ Miss Crystal Angel International 2019 ມາຝາກຊາວລາວ

181

ອີກໜຶ່ງສາວງາມທີ່ເປັນຕົວແທນປະເທດໄປປະກວດໃນເວທີສາກົນ Miss Crystal Angel International 2019 ເປັນເວທີຕ້ານ ແລະ ສະກັດກັດຄວາມຮຸນແຮງແມ່ຍິງ ແລະ ເດັກນ້ອຍ ທີ່ຈະຈັດຂຶ້ນປະເທດມຽນມາ

.

ຄືສາວງາມ ຫຼາກຫຼາຍຄວາມສາມາດຄື ສາວ ລັດ ລັດດາພອນ ພົມສຸວັນ Miss Crystal Angel International Laos 2019 ອາຍຸ 21 ປີ ສຶກສາຢູ່ສະຖາບັນທະນາຄານ ສາຂາການເງິນ-ທະນາຄານ ປີ 4

.

ແລະ ສາມາດສ້າງຊື່ສຽງໃຫ້ກັບປະເທດກໍຄື ສາມາດຄວ້າມົງກຸດຈາກເວທີດັ່ງກ່າວມາໄດ້ ໃນຄໍ່າຄືນວັນທີ 10 ຕຸລາ 2019 ຜ່ານມາ ທ່າມກາງຄວາມດີໃຈ, ຕື້ນຕັນໃຈຂອງຄົນລາວທົ່ວປະເທດ ທີ່ລາວສາມາດເປັນ Miss Crystal Angel International 2019 ເວທີປະກວດນາງສາວສລະດັບສາກົນ

.

ສາວ ລັດ ເຄີຍປະກວດນາງສາວລາວ 2018 ຮອບ 40 ຄົນ ແລະ ປະກວດນາງສາວເອເມ່ທີ່ບາງກອກປະເທດໄທ ປັດຈຸບັນຢູ່ ບ້ານໂພນສະຫວ່າງ ເມືອງຈັນທະບູລີ

ຊຸດ ທີ່ສາວ ລັດ ຈະໃຊ້ເປັນຊຸດປະຈໍາຊາດໃນການປະກວດເວທີນີ້ແມ່ນ ຊຸດ “​ນົກສັນຕິພາບ” ທີ່ແຮງ​ບັນດານໃຈໃນການອອກແບບ ນົກສັນຕິພາບ​ ເປັນ​ສັນຍາລັກ​ຂອງຄວາມສະຫງົບ ການຢູ່ເຢັນເປັນສຸກ ທຸກໆຄົນຢູ່ໃນໂລກນີ້ ຢ່າງມີຄວາມສຸກໂດຍບໍ່ແບ່ງແຢກ ຢູ່​ຮ່ວມກັນຢ່າງ ສັນຕິສຸກ ແລະ ການດຳລົງຊີວິດຢ່າງມີມິດຕະພາບ

*

*

.

*