ກົມມາດຕະຖານ ແລະ ວັດແທກ ລົງກວດຕາຊິງບໍລິສັດນ້ຳຕານມິດລາວ ເພື່ອຄວາມໂປ່ງໃສຕໍ່ຊາວສວນອ້ອຍ

151

ກົມມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບກະຊວງວິທະຍາສາດ ແລະເຕັກໂນໂລຊີ ໄດ້ກວດກາຊິງຊັ່ງອ້ອຍ ຂອງໂຮງງານນ້ຳຕານມິດລາວ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໃນວັນທີ 7 ພະຈິກ 2019 ຢູ່ທີ່ໂຮງງານດັ່ງກ່າວ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ອ່ອນລຳພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ, ມີການນຳຂອງເມືອງທີ່ມີສ່ວນກ່ຽວຂ້ອງ, ການນຳຂອງບໍລິສັດ, ຕາງໜ້າກຸ່ມຜູ້ປູກອ້ອຍເຂົ້າຮ່ວມ. ທັງນີ້ກໍ່ເພື່ອ ເປັນການກວດສອບຄືນຊິງຊັ່ງ ໃນການກຽມເຂົ້າສູ່ລະດູການເກັບກ່ຽວຜົນຜະລິດ ຂອງຊາວສວນອ້ອຍ ແລະເຮັດໃຫ້ການເກັບຊື້ອ້ອຍ ຂອງບໍລິສັດມີຄວາມເປັນລະບຽບ ແລະຍຸດຕິທຳ.


ທ່ານ ສະອາດ ປັນຍາດິດວົງ ຜູ້ອຳນວຍການດ້ານອ້ອຍ ບໍລິສັດນ້ຳຕານມິດລາວ ໄດ້ລາຍງານໃຫ້ຮູ້ວ່າ: ຈຸດປະສົງໃນການກວດກາຊິງຊັ່ງອ້ອຍ ກໍ່ເພື່ອເປັນການສະແດງເຖິງຄວາມຍຸດຕິທຳ, ຄວາມໂປ່ງໃສຕໍ່ຜູ້ຊື້ ແລະຜູ້ຂາຍ, ໃນນີ້ກໍ່ໄດ້ຈັດໃຫ້ມີການກວດກາຊິງຊັ່ງເປັນປະຈຳທຸກໆປີ ໂດຍແມ່ນກົມມາດຕະຖານ ແລະວັດແທກຕາຊິງ ຂອງກະຊວງວິທະຍາສາດ ແລະເຕັກໂນໂລຊີ ເປັນຜູ້ກວດກາ. ຈາກນັ້ນ ທາງບໍລິສັດນ້ຳຕານມິດລາວພວກເຮົາ ຍັງໄດ້ອອກລະບຽບ ແລະມາດຕະການຕໍ່ລົດບັນທຸກອ້ອຍ ເຊັ່ນ: ລົດບັນທຸກອ້ອຍແຕ່ລະຄັນ ເມື່ອນຳອ້ອຍບັນຈຸໃສ່ລົດຮຽບຮ້ອຍແລ້ວ ຕ້ອງມີສາຍຮັດຢ່າງໜ້ອຍ 2 ເສັ້ນຕໍ່ຄັນ, ຖ້າລົດ 12 ລໍ້ຂຶ້ນໄປ, ຕ້ອງ 3-4 ເສັ້ນ. ທັງນີ້ກໍ່ເພື່ອບໍ່ໃຫ້ອ້ອຍທີ່ບັນທຸກມາ ຕາມທ້ອງຖະໜົນຫຼວງ ບໍ່ໃຫ້ຕົກເຮ່ຍ ອັນສ້າງຄວາມເສຍຫາຍຕໍ່ຜູ້ໃຊ້ລົດໃຊ້ຖະໜົນ. ອີກບັນຫາໜຶ່ງ ລົດບັນທຸກອ້ອຍແຕ່ລະຄັນ ມີຄວາມສູງບໍ່ໃຫ້ເກີນ 3,80 ແມັດ, ຖ້າສູງກວ່ານັ້ນຖືວ່າຜິດລະບຽບ ຈະບໍ່ມີການຊັ່ງນ້ຳໜັກ, ອັນນີ້ກໍ່ຍ້ອນວ່າ ຢາກໃຫ້ລົດບັນທຸກແຕ່ລະຄັນ ຕ້ອງພ້ອມກັນປະຕິບັດລະບຽບ ເພື່ອຫຼີກລ້ຽງລົດນ້ຳໜັກເກີນ, ເຮັດໃຫ້ທາງເປ້ເພເສຍຫາຍ, ສ້າງຄວາມລຳບາກແກ່ຊຸມຊົນ.


ທ່ານ ສະອາດ ປັນຍາດິດວົງ ຍັງໃຫ້ຮູ້ຕື່ມວ່າ: ສຳລັບປີນີ້ ໄດ້ມີລົດລາກແກ່ເຂົ້າມາແຈ້ງເຈດຈຳນົງ ເພື່ອຂົນອ້ອຍເຂົ້າໂຮງງານ ຈຳນວນທັງໝົດ 200 ຄັນ, ໃນນັ້ນປະກອບມີ: ມີລົດພ່ວງ, ລົດ 10 ລໍ້, ລົດກະບະຕ່າງໆ ແລະລົດໄຖນາຍ່າງຕາມ, ຄາດວ່າຈະໄດ້ອ້ອຍເຂົ້າໂຮງງານປະມານ 510.000 ໂຕນ, ໃນເນື້ອທີ່ປະມານ 10.000 ເຮັກຕາ, ຂອງສະມາຊິກຊາວສວນອ້ອຍທັງໝົດ 1.600 ກວ່າຄອບຄົວ. ຂ່າວດີອີກອັນໜຶ່ງ ສຳລັບອ້ອຍສົດທີ່ຕັດເຂົ້າໂຮງງານ, ຖ້າເປັນອ້ອຍປະເພດ 1 ເມື່ອຂາຍເຂົ້າໂຮງງານ ຈະໄດ້ຮັບໂບນັດຕື່ມອີກ ໂຕນລະ 12.000 ກີບ, ອີກລາງວັນໜຶ່ງ ຖ້າຕັດອ້ອຍ ແລ້ວຈົ່ງໃບໄວໃນສວນອ້ອຍ ໂດຍບໍ່ຈູດ ຈະໄດ້ຮັບໂບນັດຕື່ມອີກ ໂຕນລະ 12.500 ກີບ.


ໂອກາດດຽວກັນນີ້ ທ່ານ ອ່ອນລຳພັນ ບົວສີແກ້ວ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະສະແດງຄວາມດີໃຈຕໍ່ຊາວສວນອ້ອຍ ທີ່ເຫັນຄວາມຕັ້ງໃຈຂອງໂຮງງານ ໃນການສົ່ງເສີມ ແລະໃຫ້ຄວາມຍຸຕິທຳແກ່ຊາວກະສິກອນ ໃນການເຮັດທຸລະກິດຮ່ວມກັນ, ພັດທະນາຮ່ວມກັນ ຈົນເຮັດໃຫ້ມີຫຼາຍຄອບຄົວ ໄດ້ຫັນມາປູກອ້ອຍ ເພື່ອປ້ອນໂຮງງານໄດ້ມີການເພີ່ມຂຶ້ນທຸກໆປີ.