ຮອງເຈົ້າແຂວງສະຫວັນນະເຂດ ລົງຊີ້ນຳວຽກງານ ພ້ອມມອບເຄື່ອງຊ່ວຍເຫຼືອຢູ່ເມືອງນອງ

160

ໃນລະຫວ່າງວັນທີ 4-6 ພະຈິກ 2019 ນີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການຈຳນວນໜຶ່ງຂອງແຂວງ ໄດ້ລົງເຄື່ອນໄຫວຊີ້ນຳການພັດທະນາເສດຖະກິດ-ສັງຄົມ ຢູ່ຈຸດສຸມຕ່າງໆຂອງເມືອງນອງ ໂດຍໄດ້ຮັບການຕ້ອນຮັບຂອງທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ ພ້ອມຄະນະນຳຂອງເມືອງ, ຈຸດສຸມ ແລະປະຊາຊົນເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.

ກ່ອນອື່ນ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ກໍ່ໄດ້ລົງຢ້ຽມຢາມ ແລະຕິດຕາມການພັດທະນາຂອງຈຸດສຸມຕັງອາໄລ-ລະແບງ ໃນໂອກາດນີ້, ກໍ່ໄດ້ຮັບຟັງການລາຍງານຈາກທ່ານ ບຸນໂສມ ແສນປັນຍາ ຫົວໜ້າຈຸດສຸມດັ່ງກ່າວ ຊຶ່ງໃຫ້ຮູ້ວ່າ: ຈຸດສຸມ ປະກອບມີ 12 ບ້ານ, ມີ 719 ຫຼັງຄາ, ມີ 920 ຄອບຄົວ, ມີພົນລະເມືອງທັງໝົດເກືອບ 5 ພັນຄົນ ໃນນັ້ນ ເປັນເຜົ່າຕະໂອ້ຍ 99%, ປະຊາຊົນ ຖືເອົາການເຮັດໄຮ່, ເຮັດສວນ ແລະລ້ຽງສັດເປັນຕົ້ນຕໍ, ເຊິ່ງຈາກການປະເມີນຕາມດໍາລັດເລກທີ348/ລບ ເຫັນວ່າ ຈຸດສຸມຕັງອາໄລ-ລະແບງ ຍັງບໍ່ທັນຫຼຸດພົ້ນອອກຈາກຄວາມທຸກຍາກ ເພາະຄອບຄົວທຸກຍາກຍັງກວມອັດຕາສ່ວນຫຼາຍ.

ມາໃນໄລຍະປະຈຸບັນ, ປະຊາຊົນພາຍໃນຈຸດສຸມ ແມ່ນພົບກັບບັນຫາເລື່ອງຕະຫຼາດການຈຳໜ່າຍຜະລິດຕະພັນກະສິກຳ ໂດຍສະເພາະແມ່ນຢາງໂບງທີ່ລາຄາຕົກຕ່ຳ (ເມື່ອກ່ອນລາຄາ 3-4 ພັນກີບ/ກິໂລ ຕົກມາເປັນ 500 ກີບ/ກິໂລ) ເຮັດໃຫ້ປະຊາຊົນບໍ່ສາມາດຂາຍອອກໄດ້ ແລະເກີດມີບັນຫາໜີ້ສິນ. ຕໍ່ກັບບັນຫາດັ່ງກ່າວນີ້, ທ່ານຮອງເຈົ້າແຂວງ ພ້ອມດ້ວຍພະແນກການຕ່າງໆຂອງແຂວງ, ການນຳຂອງເມືອງ ແລະຈຸດສຸມ ກໍ່ໄດ້ມີການປຶກສາຫາລື ເພື່ອຫາທາງອອກຮ່ວມກັນ ໃນນີ້ ທ່ານຮອງເຈົ້າແຂວງ ໄດ້ແຈ້ງໃຫ້ຮູ້ວ່າ: ທະນາຄານນະໂຍບາຍ ມີແຜນຈະລົງມາປ່ອຍເງິນກູ້ດອກເບ້ຍຕ່ຳ ຢູ່ເມືອງນອງຂອງພວກເຮົາ ສະນັ້ນ ຈິ່ງຢາກໃຫ້ພາກສ່ວນກ່ຽວຂ້ອງໃຫ້ກວດກາ ແລະຢັ້ງຢືນຄືນວ່າ ຍັງມີຈັກຄົວຄົວທີ່ຍັງເປັນໜີ້ທະນາຄານ ແລະສາເຫດເກີດຈາກຫຍັງ ເພື່ອຫາທິດທາງຊ່ວຍເຫຼືອປະຊາຊົນໃຫ້ເຂົ້າເຖິງແຫຼ່ງທຶນ ແລະມີເງື່ອນໄຂທຳການຜະລິດໃໝ່ ເພື່ອແກ້ໄຂຄວາມທຸກຍາກຂອງເຂົາເຈົ້າ ພ້ອມນີ້, ທ່ານກໍ່ໄດ້ເນັ້ນໃຫ້ປະຊາຊົນ ທຳການຜະລິດທີ່ມີທ່າແຮງເງື່ອນໄຂ ແລະມີຕະຫຼາດຮອງຮັບເຊັ່ນວ່າ: ມັນຕົ້ນ, ໄມ້ວິກ, ໄມ້ກະຖິນນະລົງ, ໄມ້ຕິ້ວ ແລະອື່ນໆ ສ່ວນເລື່ອງຢາງໂບງ ແມ່ນໃຫ້ຢຸດໄວ້ກ່ອນ ເພື່ອຊອກຫາທິດທາງແກ້ໄຂບັນຫາໃນຕໍ່ໜ້າອີກ. ຫຼັງຈາກນັ້ນ, ທ່ານຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຈຸດສຸມດັ່ງກ່າວ.

ໃນວັນຕໍ່ມາ, ທາງຄະນະທ່ານຮອງເຈົ້າແຂວງ ກໍ່່ໄດ້ສືບຕໍ່ຢ້ຽມຢາມ ແລະຕິດຕາມການກໍ່ສ້າງເຂື່ອນໄຟຟ້າເຊລະນອງ1 ຈາກນັ້ນ, ກໍ່ໄດ້ລົງໄປຢ້ຽມຢາມປະຊາຊົນ 2 ບ້ານຄື: ບ້ານລ໋ອຍນໍ້າ ແລະບ້ານລະເບົານໍ້າ ເຊິ່ງ 2 ບ້ານດັ່ງກ່າວ ແມ່ນເປັນບ້ານຈັດສັນໃໝ່, ລວມມີຈໍານວນ 88 ຫຼັງຄາເຮືອນ ໂດຍທາງໂຄງການເປັນຜູ້ສະໜອງທຶນໃນການປຸກສ້າງອາຄານເຮືອນຫຼັງໃໝ່ ລວມທັງການຈັດສັນທີ່ດິນ ແລະເນື້ອທີ່ທໍາການຜະລິດ, ໂດຍປະຊາຊົນໄດ້ອອກມາຢູ່ບ້ານຈັດສັນໃໝ່ ໃນເດືອນມິຖຸນາຜ່ານມານີ້, ພ້ອມນີ້, ທາງໂຄງການ ຍັງໄດ້ສະໜອງເຂົ້າກິນໃຫ້ປະຊາຊົນ 3 ເດືອນ (26ໂຕນ) ແລະໄດ້ສະໜອງຄ່າອາຫານ, ທາດຊີ້ນ ແລະທາດປາໃຫ້ອີກໃນມູນຄ່າ 235 ລ້ານກີບຕໍ່ງວດ. ໂອກາດນີ້, ທ່ານຮອງເຈົ້າແຂວງ ກໍ່ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 2 ບ້ານດັ່ງກ່າວ ແລະຍັງໄດ້ມອບຢາປົວພະຍາດໃຫ້ສຸກສາລາແກ້ງລີ້ນ ແລະຈຸດສຸມແດນວິໄລນຳອີກ.


ຫຼັງຈາກນັ້ນ, ທາງຄະນະທ່ານຮອງເຈົ້າແຂວງ ຍັງໄດ້ມີການຕັ້ງແຄ້ມ ເພື່ອລົງສຳຫຼວດ ແລະວາງແຜນໃນການພັດທະນາການທ່ອງທ່ຽວໃນເຂດຕາດອາຢະ ບ້ານໂອ໋ຍຕານຕີບ ຈຸດສຸມແດນວິໄລ ເຊິ່ງເປັນເຂດຊາຍແດນ ຕິດກັບເມືອງສະໝ້ວຍແຂວງສາລະວັນອຳອີກ.
ເຊິ່ງເຄື່ອງຊ່ວຍເຫຼືອທີ່ທ່ານຮອງເຈົ້າແຂວງສະຫວັນນະເຂດ ລົງໄປມອບ ແລະແຈກຢາຍໃນແຕ່ລະຈຸດຂອງເມືອງນອງ ປະກອບມີ: ນົມແລັກຕາຊອຍຈຳນວນ 40 ແພັກ, ເກືອ 50 ຊົບ, ເຂົ້າໜົມ 6 ແກັດ, ເຂົ້າສານ+ໝີ່ສຳເລັດຮູບ 75 ຖົງ, ຖົງເຄື່ອງນຸ່ງ+ເກີບ+ເຄື່ອງໃຊ້ປະຈຳວັນ 100 ຖົງ ແລະຢາປົວພະຍາດ, ລວມມູນຄ່າທັງໝົດປະມານ 45 ລ້ານກີບ.