ຢູ 19 ລາວ ສ້າງຜົນງານໜ້າປະທັບໃຈ ສ້າງປະຫວັດສາດທະລຸເຂົ້າຮອບສຸດທ້າຍບານເຕະອາຊີ

94

ຫຼ້າສຸດ ວັນອາທິດ 10 ພະຈິກ 2019 ແຂ່ງຂັນຢູ່ທີ່ສະຫນາມກິລາ National Stadium (Kaohsiung City), CHINESE TAIPEI ທີມຊາດລາວ ລົງສະຫນາມນັດສຸດທ້າຍ ພົບ ທີມຊາດມາເກົາ ໃນລາຍການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ກຸ່ມ H ຫລື AFC U-19 CHAMPIONSHIP 2020, Qualifiers

ຜ່ານການແຂ່ງຂັນຜົນປະກົດວ່າ ທີມຊາດລາວ ຖະຫລົ່ມ ມາເກົາ 6-0 ໂດຍທີມຊາດລາວ ໄດ້ 3 ປະຕູ ເຄິ່ງເວລາທຳອິດ ຈາກສະກັດບານເຂົ້າປະຕູຕົນເອງ 2 ປະຕູຈາກ ນັກເຕະ ມາເກົາ CHEANG KA LOK ນາທີ 17, LOU CHON HEI ນາທີ 45+1 ແລະ ທີມຊາດລາວໄດ້ 1 ປະຕູຈາກ ອານັນຕະຊາ ສີພົງພັນ ນາທີ 42, ສ່ວນເຄິ່ງເວລາທີມຊາດລາວ ໄດ້ເພີ້ມອີກ 3 ປະຕູຈາກ: ໂຈນີ ແຫວນປະເສີດ ນາທີ 53, 85 ແລະ ອານັນຕະຊາ ສີພົງພັນ ນາທີ 82. ຈົບເກມ ທີມຊາດລາວ ຖະຫລົ່ມ ມາເກົາ 6-0.ຈາກໄຊຊະນະດັ່ງກ່າວເຮັດໃຫ້ ທີມຊາດລາວ ຢູ 19 ສ້າງປະຫວັດສາດຜ່ານເຂົ້າຮອບສຸດທ້າຍທີ່ປະເທດ ອຸເບກິສຖານ.

ສະຫລຸບຜົນການແຂ່ງຂັນ ທີມຊາດລາວ ລົງສະຫນາມ 3 ນັດ ຊະນະ 2 ສະເຫມີ 1 ມີ 7 ຄະແນນ ເຮັດໃຫ້ກາຍເປັນທີມອັນດັບ 2 ດີທີ່ສຸດເປັນທີ່ແນ່ນອນແລ້ວ ເນື່ອງຈາກມີ 7 ຄະແນນເທົ່າກັບ ທີມນໍາກຸ່ມຢ່າງ ອົດສະຕຣາລີ
– ນັດທີ 1 ວັນທີ 06 ພະຈິກ 2019 ລາວ ສະເຫມີ ອົດສະຕຣາລີ 2-2
– ນັດທີ 2 ວັນທີ 08 ພະຈິກ 2019 ລາວ ຊະນະ ໄຕ້ຫວັນ 2-1
– ນັດທີ 3 ວັນທີ 10 ພະຈິກ 2019 ລາວ ຊະນະ ມາເກົາ 6-0
ຮູບຈາກ: ສຕລ