ອັບເດດພະຍາກອນອາກາດ ເຊົ້ານີ້ໜາວສຸດຢູ່ເຂດໃດ

94

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກຂອງປະເທດລາວດ້ວຍປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດໜາວເຢັນຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ. ມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ພ້ອມມີໝອກ ໜາປົກຫຸ້ມຢູ່ບາງທ້ອງຖິ່ນ ແລະ ຈະມີຝົນຕົກກະຈາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນພະຍາກອນອາກາດຂອງເຊົ້າມື້ນີ້ 10 ພະຈິກ 2019 ວ່າ: ເຂດທີ່ມີອາກາດໜາວກວ່າໝູ່ແມ່ນປາກຊ່ອງ ອຸນຫະພູມຢູ່ທີ່ 7 ອົງສາ; ຮອງລົງມາແມ່ນ ໄຊສົມບູນ ອຸນຫະພູມວັດແທກໄດ້ 8 ອົງສາ; ຮອງລົງມາແມ່ນ ຊຽງຂວາງ ວັດແທກໄດ້ 10 ອົງສາ.

 

ວຽງໄຊ 11 ອົງສາ; ຊຳເໜືອ 12 ອົງສາ; ນິຄົມ34, ເມືອງທ່າແຕງ ວັດແທກໄດ້ 12 ອົງສາ ແລະ ດາກຈຶງ ວັດແທກໄດ້ 13 ອົງສາ. ຂະນະທີ່, ຜົ້ງສາລີ: ອຸດົມໄຊ ແລະ ເມືອງວຽງທອງ ອຸນຫະພູມຢູ່ທີ່ 14 ອົງສາ. ສ່ວນນະຄອນຫຼວງວຽງຈັນ ອຸນຫະພູມຢູ່ທີ່ 19 ອົງສາ ແລະ ອັດຕະປືຢູ່ທີ່ 21 ອົງສາ ຕາມລຳດັບ.

 

ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ