ຫວຽດນາມຍັງບໍ່ພ້ອມຈະເປັນໂຮງງານຂອງໂລກແທນຈີນ

78

ນັກເສດຖະສາດຊີ້ວ່າ:ບັນຫາຂອດດ້ານການຜະລິດກາຍເປັນບັນຫາໃໝ່ຂອງຫວຽດນາມຈາກຜົນພວງກະແສຍ້າຍໂຮງງານອອກຈາກຈີນມາຕັ້ງຢູ່ຫວຽດນາມ,ແຕ່ຫວຽດນາມເອງຍັງບໍ່ພ້ອມທີ່ຈະເປັນໂຮງງານຂອງໂລກແທນທີ່ຈີນໄດ້ໃນເວລາອັນສັ້ນ.

ໃນໄລຍະທີ່ອາເມຣິກາ ແລະ ຈີນມີຂໍ້ພິພາດທາງການຄ້າຕໍ່ກັນ,ຫຼາຍປະເທດໃນອາຊີເປັນຕົ້ນຫວຽດນາມກາຍເປັນປະເທດທີ່ໄດ້ຮັບປະໂຫຍດຫຼາຍທີ່ສຸດເໜືອກວ່າປະເທດອື່ນເນື່ອງຈາກບໍລິສັດຫຼາຍແຫ່ງທີ່ຢູ່ໃນຈີນພາກັນຍ້ານໂຮງງານມາທີ່ຫວຽດນາມ,ແຕ່ບັນຫາຕາມມາກໍຄືປະເທດນີ້ປະເຊີນພາວະຂອດດ້ານການຜະລິດທີ່ຕິດຂັດໃນຫຼາຍອຸດສາຫະກໍາເພາະຄວາມຕ້ອງການຜະລິດສິນຄ້າມີຫຼາຍກວ່າຄວາມພ້ອມດ້ານພື້ນຖານໂຄງລ່າງ ແລະ ແຮງງານທີ່ມີສີມືໃນລະບົບເມື່ອປຽບທຽບກັບຈີນທີ່ຖືກຈັດໃຫ້ເປັນໂຮງງານຂອງໂລກ.

ປັດຈຸບັນຍັງບໍ່ມີປະເທດໃດທີ່ສາມາດທົດແທນທາງດ້ານອຸດສາຫະກໍາທີ່ຫຼັ່ງໄຫຼເຂົ້າມາໃນປະເທດນັ້ນໆຢ່າງບໍ່ທັນໄດ້ຕັ້ງຕົວຈາກຜົນກະທົບຂອງຂໍ້ພິພາດທາງການຄ້າລະຫວ່າງອາເມຣິກາກັບຈີນໄດ້ຢ່າງແທ້ຈິງ.

ໃນອາຊຽນຫວຽດນາມໄດ້ຮັບຄວາມສົນໃຈມາໂດຍຕະຫຼອດວ່າເປັນໜຶ່ງໃນຜູ້ຊະນະທີ່ແທ້ຈິງໃນບັນຫາການຄ້າລະຫວ່າງສອງປະເທດມະຫາອໍານາດທີ່ດໍາເນີນມາປີກວ່າຈົນສົ່ງຜົນໃຫ້ປະລິມານດ້ານການຄ້າຂອງສອງປະເທດຍັກໃຫຍ່ທາງເສດຖະກິດຂອງໂລກຫຼຸດໜ້ອຍຖອຍລົງນໍາອີກ.

ບໍລິສັດ ອ໊ອກຟອດ ອີໂຄໂນມິກໃຫ້ຮູ້ວ່າ:ຜົນກະທົບຈາກຂໍ້ພິພາດທາງການຄ້າລະຫວ່າງສອງປະເທດມະຫາອໍານາດທາງເສດຖະກິດໃຫ້ອາເມຣິກາ ແລະ ຈີນກໍສະແຫວງຫາແຫຼ່ງຜະລິດສິນຄ້າໃນປະເທດອື່ນເພື່ອຫຼີກເວັ້ນຈາກການຖືກເກັບພາສີຫາກຕ້ອງການສົ່ງອອກສິນຄ້າໄປຂາຍໃນຕະຫຼາດອາເມຣິກາ.

ຢ່າງໃດກໍຕາມສິ່ງທີ່ເຮັດໃຫ້ຫວຽດນາມຖືກຄິດວ່າຈະກ້າວຂຶ້ນມາເປັນສູນກາງດ້ານການຜະລິດສິນຄ້າດ້ານອຸດສາຫະກໍາແທນທີ່ຈີນໃນອະນາຄົດມີຫຼາຍດ້ານຄືເລີ່ມຈາການສົ່ງອອກຂອງຫວຽດນາມທີ່ຂະຫຍາຍຕົວຕໍ່ເນື່ອງເປັນຕົ້ນການສົ່ງອອກສິນຄ້າໄປອາເມຣິກາ.

ຕໍ່ມາຄືຈໍານວນເງິນລົງທຶນຫຼັ່ງໄຫຼເຂົ້າຫວຽດນາມເນື່ອງຈາກບັນຫາການຄ້າລະຫວ່າງອາເມຣິກາກັບຈີນເຮັດໃຫ້ບໍລິສັດຕ່າງປະເທດເລີ່ມຂະຫຍາຍກໍາລັງການຜະລິດໃນຫວຽດນາມເຊິ່ງທ່າອ່ຽງໃນລັກສະນະນີ້ເລີ່ມມາຕັ້ງແຕ່ປີກ່ອນທີ່ຕົ້ນທຶນການຜະລິດສິນຄ້າອຸດສາຫະກໍາໃນຈີນເພີ່ມຂຶ້ນເຮັດໃຫ້ບັນດາບໍລິສັດຕ້ອງຫາແຫຼ່ງຜະລິດອື່ນທີ່ຕົ້ນທຶນການຜະລິດຖືກກວ່າ.

ຂະນະທີ່ຍັງມີບໍລິສັດຕ່າງປະຕ່າງປະເທດຫຼາຍບໍລິສັດບໍ່ຕັດສິນໃຈຍ້າຍໂຮງງານມາຫວຽດນາມກໍເປັນເພາະພາກການຜະລິດດ້ານອຸດສາຫະກໍາຂອງຈີນ ແລະ  ເສດຖະກິດຈີນມີຂະໜາດໃຫຍ່ກວ່າຫວຽດາມຈຶ່ງອໍາອວຍປະໂຫຍດໃຫ້ບັນດາບໍລິສັດຕ່າງໆເດີນສາຍການຜະລິດໄດ້ຢ່າງມີປະສິດທິພາບ.

ສ່ວນຫວຽດນາມເອງເຖິງວ່າຈະຖືກມອງວ່າເປັນແຫຼ່ງຜະລິດທາງເລືອກໃນຍາວຫຍຸ້ງຍາກລໍາບາກໃນຍາມເກີດຄວາມເຄັ່ງຕຶງທາງການຄ້າລະຫວ່າງສອງປະເທດມະຫາອໍານາດທາງເສດຖະກິດ,ແຕ່ດ້ວຍທີ່ຫວຽດນາມເປັນປະເທດທີ່ມີຖານການຜະລິດທາງດ້ານອຸດສາຫະກໍານ້ອຍ,ການຜະລິດຈຶ່ງບໍ່ມີປະສິດທິພາບເທົ່າກັບຈີນ.

ນອກຈາກນີ້ຫວຽດນາມຍັງມີບັນຫາເລື່ອງຊັບພະຍາກອນມະນຸດຈາກຄວາມເຫັນຂອງນັກເສດຖະສາດລະບຸວ່າອຸປະສັກໃຫຍ່ທີ່ເຮັດໃຫ້ຫວຽດນາມເປັນຖານການຜະລິດໄດ້ໃນລະດັບທີ່ບໍ່ດີພຽງພໍເທົ່າກັບຈີນຄືການທີ່ແຮງງານຫວຽດນາມຍັງມີລະດັບການສຶກສາ,ຄວາມຮູ້ຄວາມສາມາດ ແລະ ສຸຂະພາບບໍ່ເທົ່າແຮງງານໃນຈີນ.