ບານເຕະຢູ 15 ຊີງຂັນ ສຕລ ອາທິດນີ້ ແຂ່ງຂັນ 6 ຄູ່, ຄູ່ເອກ ລາວໂຕຢຕ້າ ວັດຄົມ ມາສເຕີ 7

95

ການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນສະຫະພັນບານເຕະແຫ່ງຊາດລາວ ( ສຕລ )ຜ່ານໄປແລ້ວ 3 ອາທິດ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ຫຼາກຫຼາຍສີສັນ, ສ່ວນອາທິດນີ້ລະຫວ່າງວັນທີ 9-10 ພະຈິກ 2019 ຈະມີການແຂ່ງຂັນ 6 ຄູ່ ໂດຍຄູ່ທີ່ໜ້າສົນໃຈເປັນການພົບກັນລະຫວ່າງ ມາສເຕີ 7 ເອັຟຊີ ທີມນໍາຂອງກຸ່ມ B ຈະພົບກັບ ລາວໂຕໂຢຕ້າ ເອັຟຊີ ເພື່ອລຸ້ນຂຶ້ນເປັນທີມນໍາ.

ການແຂ່ງຂັນລາຍການດັ່ງກ່າວເປີດສາກຂຶ້ນມາຕັ້ງແຕ່ວັນທີ 19 ຕຸລາ 2019 ມີທັງໝົດ15 ທີມເຂົ້າຮ່ວມແຂ່ງຂັນທີ່ສະໜາມບານເຕະຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍແບ່ງເປັນ 2 ກຸ່ມ ແລະ ຄັດເອົາ 2 ທີມທີ່ດີທີ່ສຸດຂອງແຕ່ລະກຸ່ມເຂົ້າຮອບຮອງຊະນະເລີດແລະ ຮອບຊີງຊະນະເລີດ ໂດຍແຊັມຈະໄດ້ຮັບຂັນລາງວັນ ແລະ ຫຼຽນລາງວັນ ພ້ອມເງິນລາງວັນ 15 ລ້ານກີບ ມາຮອດປັດຈຸບັນແຂ່ງຂັນສໍາເລັດໄປແລ້ວ 3 ອາທິດປາກົດວ່າ:
-ກຸ່ມ A ລົງຄົບ 3 ນັດໝົດທຸກທີມປາກົດວ່າ: ທີມນໍາຕົກເປັນຂອງ ເສດຖາ ສະເຕດ້ຽມ ເອັຟຊີ ຊະນະລວດມີ 9 ຄະແນນ, ອັນດັບ 2 ດີເຄ ເອັຟຊີ ມີ 7 ຄະແນນ, ອັນດັບ 3 ວຽງຈັນ ເອັຟຊີທີ ມີ 7 ຄະແນນ, ອັນດັບ 4 ລ໋ອບ ສະເຕດ້ຽມ ມີ 6 ຄະແນນ, ອັນດັບ 5 ແບລາວ ເອັຟຊີ ມີ 6 ຄະແນນ, ອັນດັບ 6 ເຄພີເອັສ ເອັຟຊີ ມີ 1 ຄະແນນ, ອັນດັບ 7 ແຄນລາວ ຢູໄນເຕັດ ບໍ່ມີຈັກຄະແນນ ແລະ ອັນດັບ 8 ທຣີນີຕີ ເອັຟຊີ ບໍ່ມີຈັກຄະແນນ.

-ກຸ່ມ B: ທີມນໍາເປັນຂອງ ມາສເຕີ 7 ລົງສະໜາມ 3 ນັດມີ 7 ຄະແນນ, ອັນດັບ 2 ລາວໂຕໂຢຕ້າ ເອັຟຊີ ລົງ 2 ນັດມີ 6 ຄະແນນ, ອັນດັບ 3 ທະເວັ້ນຕີ ຊິກ ຢູໄນເຕັດ ລົງ 2 ນັດມີ 3 ຄະແນນ, ອັນດັບ 4 ເອັສທີທີ ເອັຟຊີ ລົງ 3 ນັດມີ 3 ຄະແນນ, ອັນດັບ 5 ຊ້າງນ້ອຍ ເອັຟຊີ ລົງ 2 ນັດມີ 1 ຄະແນນ, ອັນດັບ 6 ວຽງຈັນ ເອັຟຊີ ລົງ 2 ນັດບໍ່ມີຈັກຄະແນນ ແລະ ອັນດັບ 7 ເອັສຣາ ເອັຟຊີ ຍັງບໍ່ທັນໄດ້ລົງຈັກນັດ ເນື່ອງຈາກນັກເຕະຕິດທີມຊາດ ຮຸ່ນອາຍຸບໍ່ເກີນ 19 ປີເກີນ 3 ຄົນຈິ່ງຕ້ອງເລື່ອນການແຂ່ງຂັນ.

ສໍາລັບ ອາທິດນີ້ຈະມາແຂ່ງຂັນກັນຕໍ່ເປັນອາທິດທີ 4 ມີການແຂ່ງຂັນ 6 ຄູ່ຄື: ວັນເສົາທີ 9 ພະຈິກ 2019 ລ໋ອບ ສະເຕດ້ຽມ ພົບ ເຄພີເອັສ ເອັຟຊີ ເວລາ 9:30 ໂມງທີ່ສະໜາມ 2, ຊ້າງນ້ອຍ ເອັຟຊີ ພົບ ວຽງຈັນ ເອັຟຊີ ເວລາ 9:30 ໂມງທີ່ສະໜາມ 1 ແລະ ໄຊເສດຖາ ເອັຟຊີ ພົບ ວຽງຈັນ ເອັຟທີ ເວລາ 15:30 ໂມງສະໜາມ 2.

ສ່ວນວັນອາທິດທີ 10 ພະຈິກ 2019 ແບລາວ ເອັຟຊີ ພົບ ແຄນລາວ ເອັຟຊີ ເວລາ 9:30 ໂມງທີ່ສະໜາມ 2, ດີເຄ ເອັຟຊີ ພົບ ທຣີນີຕີ ເອັຟຊີ ເວລາ 15:30 ໂມງທີ່ສະໜາມ 2 ແລະ ຄູ່ເອກ ລາວໂຕໂຢຕ້າ ເອັຟຊີ ພົບກັບ ມາສເຕີ 7 ໃນເວລາ 15:30 ໂມງສະໜາມ 1 ຖ້າທີມໃດຊະນະກໍຈະຂຶ້ນເປັນທີມນໍາທັນທີ.

(ຄໍາສອນ; ຮູບຈາກ: LFF U-15 Championship)