ທສວ ຫາລືແຜນນຳໃຊ້ເງິນ 200 ຕື້ກີບຍູ້ ເອັສເອັມອີ ເຂົ້າເຖິງແຫຼ່ງທຶນ

105

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ທສວ ໄດ້ຈັດກອງປະຊຸມສະພາບໍລິຫານ ທສວ ສະໄໝສາມັນ ຄັ້ງທີ I ຂຶ້ນຢ່າງເປັນທາງການ ໃນອາທິດຜ່ານມາ ໂດຍໄດ້ປຶກສາຫາລື ແລະ ພິຈາລະນາຮັບຮອງເອົາຫຼາຍບັນຫາ ໂດຍສະເພາະແມ່ນແຜນການນຳໃຊ້ທຶນ 200 ຕື້ກີບ ເພື່ອແກ້ໄຂບັນຫາການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ແລະ ມີສະມາຊິກສະພາບໍລິຫານ ທສວ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ຈັດຂຶ້ນ ພາຍຫຼັງສຳເລັດການປັບປຸງດຳລັດ ວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 123/ນຍ ລົງວັນທີ 3 ມີນາ 2010 ມາເປັນດໍາລັດ ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 299/ລບ ລົງວັນທີ 4 ກັນຍາ 2019 ແລະ ການແຕ່ງຕັ້ງສະພາບໍລິຫານ ທສວ ( ຊຸດໃໝ່ ) ຕາມຂໍ້ຕົກລົງ ສະບັບເລກທີ 91/ນຍ ລົງວັນທີ 23 ຕຸລາ 2019.

ດັ່ງນັ້ນ, ກອງປະຊຸມສະພາບໍລິຫານ ທສວ ສະໄໝສາມັນ ຄັ້ງທີ I ໄດ້ປຶກສາຫາລື ແລະ ພິຈາລະນາຮັບຮອງເອົາຫຼາຍບັນຫາທີ່ຕິດພັນກັບການເຄື່ອນໄຫວວຽກງານຂອງ ທສວ ໂດຍສະເພາະແມ່ນໄດ້ພິຈາລະນາຮັບຮອງແຜນຈັດຕັ້ງຜັນຂະຫຍາຍດຳລັດ ສະບັບເລກທີ 299/ລບ ລົງວັນທີ 4 ກັນຍາ 2019; ແຜນນຳໃຊ້ທຶນບ້ວງ 200 ຕື້ກີບ ທີ່ລັດຖະບານມີແຜນຈະປະກອບໃຫ້ ທສວ; ລະບຽບບໍລິຫານ ທສວ ( ສະບັບປັບປຸງ ) ແລະ ອື່ນໆ.

ຜົນຂອງກອງປະຊຸມດັ່ງກ່າວຈະເປັນພື້ນຖານໃຫ້ກະຊວງການເງິນ ແລະ ທະນາຄານ ແຫ່ງ ສປປ ລາວ ດຳເນີນຂັ້ນຕອນປະກອບທຶນບ້ວງເງິນ 200 ຕື້ກີບ ໃຫ້ ທສວ ໃນບາດກ້າວຕໍ່ໄປ ເພື່ອແກ້ໄຂບັນຫາການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ.

ການນຳໃຊ້ທຶນບ້ວງ 200 ຕື້ກີບ ທີ່ລັດຖະບານຈະປະກອບໃຫ້ ທສວ ແມ່ນແນໃສ່ເປັນເຄື່ອງມືດັດສົມການສະໜອງສິນເຊື່ອ ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ ໂດຍກຳນົດອັດຕາດອກເບ້ຍ ແລະ ໄລຍະການກູ້ຢືມທີ່ເໝາະສົມ ອີງຕາມນະໂຍບາຍຂອງລັດຖະບານໃນແຕ່ລະໄລຍະ.

ດຳລັດ 299/ລບ ໄດ້ກຳນົດ 4 ຂະແໜງການບຸລິມະສິດ ຄື: ຂະແໜງອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ຂະແໜງຫັດຖະກຳ, ຂະແໜງກະສິກຳ ປູກຝັງ – ລ້ຽງສັດ ແລະ ຂະແໜງທ່ອງທ່ຽວ.

ສຳລັບກົນໄກການສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນຜ່ານທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ, ຈຳນວນເງິນກູ້ທີ່ສະໜອງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ສູງສຸດແມ່ນບໍ່ເກີນ 70% ຂອງມູນຄ່າຊັບສິນທັງໝົດຂອງວິສາຫະກິດທີ່ກູ້ຢືມ. ສ່ວນໄລຍະເວລາກູ້ຢືມສຳລັບທຶນຄົງທີ່ ສູງສຸດບໍ່ເກີນ 10 ປີ ແລະ ສຳລັບທຶນໝູນວຽນ ບໍ່ເກີນ 5 ປີ ໃນອັດຕາດອກເບ້ຍທີ່ຕໍ່າ ໂດຍອີງຕາມດຳລັດ ສະບັບເລກທີ 25/ລບ ລົງວັນທີ 16 ມັງກອນ 2017 ວ່າດ້ວຍການຈັດແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ.

ສະພາບໍລິຫານ ທສວ ຈຳນວນ 7 ທ່ານ ທີ່ໄດ້ຮັບການແຕ່ງຕັ້ງຕາມຂໍ້ຕົກລົງສະບັບເລກທີ 91/ນຍ ລົງວັນທີ 23 ຕຸລາ 2019 ປະກອບດ້ວຍ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ກະຊວງການເງິນ, ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າກົມບໍລິການທະນາຄານ ທະນາຄານ ແຫ່ງ ສປປ ລາວ, ຫົວໜ້າກົມແຜນການ ແລະ ການເງິນ ກະຊວງກະສິກໍາ ແລະ ປ່າໄມ້, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ຜູ້ອຳນວຍການກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.