9 ເດືອນ ລາວເກີນດຸນການຄ້າ 170 ກວ່າລ້ານໂດລາ

70

ໃນ 9 ເດືອນປີນີ້ມູນຄ່າການຄ້າ ບັນລຸ 8.582 ລ້ານໂດລາສະຫະລັດ ເທົ່າກັບ 76% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 4,1% ໂດຍມີຍອດເກີນດຸນ 170 ກວ່າລ້ານໂດລາສະຫະລັດ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສພຊ ຊຸດທີ VIII ວ່າ: ໃນຕະຫຼອດປີ 2019 ນີ້ ສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ ເຊິ່ງສົ່ງຜົນຕໍ່ສະພາບການພາຍໃນປະເທດເຮົາຢ່າງຫຼີກລຽງບໍ່ໄດ້.

ແນວໃດກໍຕາມ, ຕໍ່ໜ້າສະພາບການດັ່ງກ່າວຢູ່ ສປປ ລາວ ໂດຍສະເພາະຂະແໜງອຸດສາຫະກໍາ ແລະ ການຄ້າ ກໍສາມາດບັນລຸມູນຄ່າຂາອອກ – ຂາເຂົ້າທາງການ ທັງໝົດ 8.582 ລ້ານໂດລາສະຫະລັດ ໃນ 9 ເດືອນຜ່ານມາ ເທົ່າກັບ 76% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 4,1%. ໃນນັ້ນ, ມູນຄ່າຂາອອກທາງການ ປະຕິບັດໄດ້ 4.380 ລ້ານໂດລາສະຫະລັດ ເທົ່າກັບ 79,4% ຂອງແຜນການ ຄາດຄະເນໝົດປີຈະສາມາດບັນລຸຕາມແຜນ ( ມະຕິສະພາ 5.516 ລ້ານໂດລາສະຫະລັດ ); ຂະນະທີ່ມູນຄ່າຂາເຂົ້າທາງການ ປະຕິບັດໄດ້ 4.202 ລ້ານໂດລາສະຫະລັດ ຄາດຄະເນໝົດປີຈະປະຕິບັດໄດ້ຕາມແຜນ ( ມະຕິສະພາ 5.775 ລ້ານໂດລາສະຫະລັດ ) ຖ້າສົມທຽບຕົວເລກຂາອອກກັບຂາເຂົ້າ ເຫັນວ່າລາວເຮົາເກີນດຸນການຄ້າ 178 ລ້ານໂດລາສະຫະລັດ.

ເຖິງແມ່ນວ່າສະພາບການຄ້າເກີນດຸນ ແຕ່ວ່າການໂອນເງິນຕາເຂົ້າປະເທດຕົວຈິງບໍ່ໄດ້ຕາມມູນຄ່າທີ່ສົ່ງອອກ ( ມູນຄ່າແຈ້ງຜ່ານດ່ານພາສີ ) ເພາະວ່າສິນຄ້າບາງປະເພດຂາອອກບໍ່ໄດ້ໂອນເງິນເຂົ້າມາລາວ ຍ້ອນມີຂໍ້ຜູກພັນທາງສັນຍາກັບຜູ້ລົງທຶນ. ນອກຈາກນັ້ນ, ບາງໝວດສິນຄ້ານໍາເຂົ້າປະເທດແລ້ວເພື່ອສົ່ງອອກຄືນ. ສະນັ້ນ, ຈຶ່ງບໍ່ມີການຊໍາລະສະສາງຄ່າອຸປະກອນ ແລະ ຄ່າວັດຖຸດິບໃນເວລານໍາເຂົ້າມາ.

ໃນຂະນະດຽວກັນການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາທີ່ເປັນຂະແໜງການສ້າງລາຍຮັບສຳຄັນໜຶ່ງຂອງປະເທດ ກໍປະຕິບັດໄດ້ 8.968 ຕື້ກີບ ເທົ່າກັບ 73,5% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 19,8% ຄາດຄະເນໝົດປີ 2019 ຈະສາມາດປະຕິບັດໄດ້ 12.306 ຕື້ກີບ ເທົ່າກັບ 99% ຂອງແຜນການປີ ຫຼຸດແຜນເລັກໜ້ອຍ ( ມະຕິສະພາ 12.386 ຕື້ກີບ ) ເນື່ອງຈາກວ່າໂຮງງານອຸດສາຫະກໍາປຸງແຕ່ງຊີມັງຈໍານວນໜຶ່ງໄດ້ຢຸດຕິການຜະລິດ ຍ້ອນຕົ້ນທຶນການຜະລິດທີ່ສູງຂຶ້ນ ແລະ ໂຮງງານຈໍານວນໜຶ່ງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງຄາດວ່າຜົນຜະລິດ 3 ເດືອນທ້າຍປີ 2019 ຈະຫຼຸດລົງ.

ພ້ອມດຽວກັນນີ້, ການຜະລິດກະແສໄຟຟ້າທີ່ເປັນໜຶ່ງຂະແໜງການສ້າງລາຍຮັບສຳຄັນຂອງປະເທດ ພັດໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ເຊິ່ງປະຕິບັດໄດ້ພຽງ 23.641 ລ້ານກິໂລວັດໂມງ, ມູນຄ່າ 11.612 ຕື້ກີບ ເທົ່າກັບ 70% ຂອງແຜນການ ( ມະຕິສະພາ 33.875 ລ້ານກິໂລວັດໂມງ ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 5,17% ເນື່ອງຈາກໃນໄລຍະຕົ້ນປີ 2019 ຂາດຝົນເຮັດໃຫ້ປະລິມານນໍ້າໄຫຼເຂົ້າອ່າງມີປະລິມານໜ້ອຍ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍສະເພາະແມ່ນນ້ຳເທີນ 2 ແລະ ໂຄງການໄຟຟ້າຄວາມຮ້ອນຫົງສາ ໄດ້ຢຸດການຜະລິດຊົ່ວຄາວ ເພື່ອສ້ອມແປງຕາມກໍານົດການກວດສອບ ແລະ ສ້ອມແປງ ເຊິ່ງໄດ້ເຮັດໃຫ້ການຜະລິດໄຟຟ້າຫຼຸດລົງ.

ແນວໃດກໍຕາມ, ໃນການຜະລິດກະແສໄຟຟ້າ ຄາດຄະເນໝົດປີຈະສາມາດຜະລິດໄດ້ 34.652 ລ້ານກິໂລວັດໂມງ ລື່ນແຜນທີ່ວາງໄວ້ ( ມະຕິສະພາ 33.875 ລ້ານກິໂລວັດໂມງ ) ເນື່ອງຈາກເຂື່ອນຈໍານວນໜຶ່ງກໍ່ສ້າງສໍາເລັດ ແລະ ເລີ່ມເຂົ້າສູ່ການຜະລິດ, ບາງເຂື່ອນກໍສໍາເລັດການສ້ອມແປງ ແລະ ຈະກັບມານໍາໃຊ້ໄດ້ເປັນປົກກະຕິ.