ຂໍຫາປະສົບການໃໝ່ໆໃນອີກເວທີປະກວດ ມິວ ສຸພາລັກ ໝາຍເລກ ML 37

63

ບາງຄົນກໍຍັງຈື່ໜ້າຈໍາຕາກັນໄດ້ຢູ່ກັບສາວຄົນນີ້ ມິວ ສຸພາລັກ ແສງພະຈັນ ຜູ້ເຂົ້າຮອບ 20 ຄົນໃນການປະກວດນາງສາວນະຄອນຫຼວງ 2019 ຜ່ານມາເມື່ອຕົ້ນປີ.

ແລະ ກັບມາອີກໜຶ່ງເວທີ ກັບການປະກວດນາງສາວລາວ 2019 ໝາຍເລກ ML 37 ມິວ ອາຍຸ 17 ປີ, ສູງ 168 ຊັງຕີແມັດ, ສັດສ່ວນ 32-25-34.

ປັດຈຸບັນຢູ່ ບ້ານຄໍາຮຸ່ງ ເມືອງໄຊທານີ ແຂວງນະຄອນຫລວງ ຮຽນທີ່ໂຮງຮຽນມັດທະຍົມສົມບູນສົມບັນຍາ ຊັ້ນ ມ 7.

ມິວບອກວ່າ: ນີ້ເປັນເວທີທີ່ຊົງກຽດ ແລະ ເພື່ອສະແດງສັກກະຍະພາບຂອງໂຕນ້ອງເອງ ຜົນງານດ້ານການບັນເທີງຂອງນ້ອງແມ່ນການເດີນແບບ, ຖ່າຍແບບ.

ສຳລັບນ້ອງແລ້ວທີ່ມາເວທີນີ້ ບໍ່ໄດ້ຄາດຫວັງຍັງຫລາຍເລີຍນອກຈາກ ປະສົບການດີໆ ໃໝ່ໆທີ່ຈະໄດ້ຮຽນຮູ້ ເພາະການປະກວດຜ່ານມາສອນໃຫ້ຮູ້ຫລາຍຢ່າງພໍສົມຄວນ ເລື່ອງພາສານັ້ນແມ່ນນ້ອງບໍ່ຄ່ອຍໄດ້ປານໃດອາດຈະມີຄົນອື່ນທີ່ເກັ່ງກວ່າ!!!

ແຕ່ຕອນນີ້ນ້ອງຮູ້ຈຸດດ້ອຍຂອງຕົວເອງແລ້ວ ກໍເລີ່ມໄປຮຽນ ແລະ ສືກສາເພີ່ມເຕີມອີກ ແລະຖ້ານ້ອງບໍ່ໄດ້ຕໍາແໜ່ງຢູ່ເວທີມິສລາວ ນ້ອງກໍບໍ່ເສຍໃຈເລີຍເພາະວ່າໄດ້ເຮັດເຕັມທີ່ທຸກຢ່າງແລ້ວແລະກໍໄດ້ເຮັດສີ່ງທີ່ມັກນຳອີກດ້ວຍ.

ສ່ວນນ້ອງມີເຄັດລັບໃນດ້ານຮັກສາສຸຂະພາບຄື ບໍ່ນອນເດີກ ພັກຜ່ອນໃຫ້ພຽງພໍ ບໍ່ດື່ມເຫຼົ້າ ຫຼືບໍ່ດື່ມເລີຍຈະດີກວ່າ ແລະກໍອອກກຳລັງກາຍຫຼືຫຼີ້ນໂຍຄະບາງມື້ ກີນອາຫານໃຫ້ຄົບ 5 ຫມູ່.

ຖ້າຖາມເວລາວ່າງເຮັດຫຍັງ ນ້ອງເອງບໍ່ຄ່ອຍຈະມີເພາະວ່າເປັນຄົນຮຽນຫລາຍແລະເຮັດວຽກຊ່ວຍຄອບຄົວ ແຕ່ຖ້າວ່າງແທ້ໆ ນ້ອງມັກຈະໄປລອຍນໍ້າ ຫຼື ຕີດອກ.

ຜູ້ຊາຍໃນສະເປັກນ້ອງຄື ເປັນຄົນດີ ມີມາລາຍາດ ເຂົ້າກັບຄົນອື່ນໄດ້ ແລະ ມີອະນາຄົດ ນ້ອງມີອ້າຍນ້ອງ 2 ຄົນ ແລະ ນ້ອງກໍເປັນຄົນທີ 2.

ເປົ້າຫມາຍໃນອະນາຄົດນ້ອງກໍຄື ເຮັດວຽກ ແລະ ເບິ່ງພໍ່ແມ່ຄອບຄົວໃຫ້ໄດ້ດີທີ່ສຸດເທົ່າທີ່ນ້ອງຈະເຮັດໄດ້ .

.