ຈາກບຸນຊ່ວງເຮືອກ້າວສູ່ບຸນທາດຫຼວງ …. ຫາງສຽງທີ່ຄວນແກ້

416

ຕາມແຈ້ງການຢ່າງເປັນທາງການບຸນທາດຫຼວງປີນີ້ຈະເລີ່ມແຕ່ວັນທີ 5 – 11 ພະຈິກ 2019 ມື້ຕັກບາດ ແມ່ນກົງກັບວັນທີ 11 ພະຈິກ ເປັນມື້ຂຶ້ນ 15 ຄໍ່າເດືອນ 12 ລາວ.


ຫຼັງບຸນປະເພນີ ໂດຍສະເພາະບຸນຊ່ວງເຮືອທ່າວັດຈັນ ຜ່ານມານີ້ ມີຫາງສຽງບາງອັນທີ່ຄວນຖອດຖອນເປັນບົດຮຽນ ເພື່ອຈັດສັນບຸນປະເພນີອີກຕໍ່ໄປ. ໃນນັ້ນ, ມີບຸນໃຫຍ່ຄື: ບຸນນະມັດສະການພະທາດຫຼວງ ຫາງສຽງອັນທຳອິດແມ່ນເລື່ອງການເກັບຄ່າປີ້ – ຄ່າເຊົ່າຂາຍເຄື່ອງໃນມື້ບຸນແພງຫຼາຍ ໂດຍສະເພາະຊາວບ້ານຂາຍເຂົ້າຫຼາມ – ປີ້ງໄກ່ ຫຼື ວ່າຜົນຜະລິດເລັກໆນ້ອຍໆທີ່ຊາວໄຮ່ – ຊາວນາ ມາວາງຂາຍເອງ. ເຫດຜົນເກັບຫຼາຍຄົນຮູ້ ແຕ່ເປັນຫາງສຽງ ເພາະວ່າມີຜູ້ຮັບເໝົາຕໍ່ເປັນມືສອງຖັດຈາກບໍລິສັດໃຫຍ່ ເຊິ່ງມີການກ່າວກັນວ່າເປັນຄົນຕ່າງດ້າວວ່າຊັ້ນ! ຈຸດນີ້ຄະນະກຳມະການຈັດງານກໍຕ້ອງເຂົ້າກວດກາເບິ່ງນໍ?.


ຫາງສຽງຕໍ່ມາແມ່ນເລື່ອງການຮັກສາຄວາມສະອາດ ເປັນຕົ້ນແມ່ນການເກັບຂີ້ເຫຍື້ອໃນມື້ບຸນ ແລະ ຫຼັງມື້ບຸນ ເຮັດບໍ່ຄ່ອຍໄດ້ດີ ບຸນແລ້ວແມງວັນບໍ່ຮູ້ກັບບ້ານກັບເຮືອນ ຢູ່ເປັນຫຼາຍມື້ຫຼາຍວັນ… ໜ້າທີ່ນີ້ຜູ້ຮັບເໝົາກໍຕ້ອງຮັບຜິດຊອບ ຄະນະກຳມະການກໍຕ້ອງເຂັ້ມງວດກວດຂັນປີນີ້ຄວາມສະອາດເຮັດບໍ່ໄດ້ດີ ປີຕໍ່ມາກໍຄວນເບິ່ງຄືນວ່າຈະໃຫ້ຮັບເໝົາຕໍ່ໄປ ຫຼື ບໍ່? ໄປຄຽງຄູ່ກັບບັນຫາຂີ້ເຫຍື້ອນີ້ກໍມີຫ້ອງນໍ້າ ໂດຍສະເພາະຫ້ອງນໍ້າທີ່ບໍ່ແມ່ນເຄື່ອນທີ່ແບບເທິງລົດ.


ອີກຫາງສຽງໜຶ່ງແມ່ນເລື່ອງຄ່າຝາກລົດເກັບແພງກວ່າຄະນະກຳມະການວາງອອກ ຄົນໄປບຸນຖືກຈົນມຸມ ຈຳເປັນຕ້ອງຈ່າຍໃຫ້ແກ່ຜູ້ຮັບເໝົາແບບປະຕິເສດບໍ່ໄດ້ເປັນທຸກປີ ແລະ ແກ້ຍາກ ແລະ ຊໍ້າເຮື້ອມາຕະຫຼອດ.
ພຽງແຕ່ຍົກສາມຫາງສຽງມາທໍ່ນັ້ນ ກໍເຫັນວ່າເປັນບັນຫາຊໍ້າເຮື້ອທີ່ຄົນໄປບຸນມັກຈົ່ມ ແລະ ໂສເລ້ກັນຫຼາຍ.

ເມື່ອເປັນຈັ່ງຊີ້ຊິແກ້ແນວໃດ? ເລື່ອງນີ້ເຂົາວ່າ: ເວົ້າງ່າຍປະຕິບັດຍາກ ເພາະກົນໄກຕະຫຼາດນໍ? ຜູ້ຮັບເໝົາກໍຢາກມີກຳໄລ. ສະນັ້ນ, ຈຶ່ງເກີດມີການເກັບປີ້ເກັບຄ່າເຊົ່າແພງຂຶ້ນ ບໍ່ມີນະໂຍບາຍຂາຍອາຫານພື້ນບ້ານຫາບມາຂາຍເອງກໍເກັບໂດຍບໍ່ມີນະໂຍບາຍ… ໄປບຸນເຮັດບຸນ ແທນທີ່ຈະຄິດເຖິງສ້າງບຸນກຸສົນ ແຕ່ກົງກັນຂ້າມເອົາເງິນຢ່າງດຽວ ສຸດທ້າຍກໍບໍ່ຮູ້ວ່າຊິໄດ້ບຸນ ຫຼື ໄດ້ແນວອື່ນ.
ການແກ້ກໍຄົງແມ່ນຄະນະກຳມະການຈັດງານບຸນ ຫຼື ເອີ້ນວ່າຄະນະຈັດສັນຕ້ອງເຂົ້າໄປກ່ຽວຂ້ອງ ຢ່າປ່ອຍປະໃຫ້ພວກສຳປະທານເຮັດຕາມໃຈ ເພາະຄືເວົ້າໃນເບື້ອງລົງທຶນກໍຕ້ອງຫວັງກຳໄລນໍ?.


ໃນນາມຜູ້ຂຽນກໍຂໍຮຽກຮ້ອງໝົດທຸກຝ່າຍທີ່ກ່ຽວຂ້ອງເບິ່ງຄືນ ວ່າຈະຈັດສັນແນວໃດ? ໃຫ້ພໍດີພໍງາມ ເງິນກໍໄດ້ເຖິງບໍ່ໄດ້ຫຼາຍ ແຕ່ໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກຜູ້ມາບຸນ ກໍໃຫ້ຄິດວ່າໄດ້ບຸນກຸສົນມະຫາສານ; ໃນໂລກນີ້ບໍ່ມີຫຍັງຊິໄດ້ໃຈເຮົາໝົດທຸກຢ່າງ… ມີໄດ້ມີເສຍເປັນຂອງຄູ່ກັນ.
ຕໍ່ກັບຜູ້ສຳປະທານມືສອງ ຫຼື ວ່າຈອງສະຖານທີ່ໄວ້ຂາຍຕໍ່ນັ້ນ ຄວນໄດ້ເບິ່ງຄືນວ່າເໝາະສົມສໍ່າໃດນໍ? ຖ້າປ່ອຍປະໄປຕາມກົນໄກຕະຫຼາດບໍ່ເຂົ້າຄຸ້ມຄອງມັນກໍມີຫາງສຽງ; ບຸນທາດຫຼວງເປັນປາງບຸນໃຫຍ່ຂອງຊາດ ບໍ່ແມ່ນແຕ່ຄົນລາວມາຮ່ວມບຸນ ຍັງມີແຂກຕ່າງດ້າວທ້າວຕ່າງແດນມາຮ່ວມຢ່າງຫຼວງຫຼາຍ. ສະນັ້ນ, ຈຶ່ງຈຳເປັນມີມາດຕະການທີ່ດີນໍ?

ຜູ້ຈະໄປບຸນຕ້ອງເບິ່ງແຈ້ງການທາງການຈຶ່ງຈະສະດວກສະບາຍໃນການໄປ ແລະ ຮ່ວມສ້າງບຸນກຸສົນ.

[ ທິດດີ ]