ເມືອງພູຄູນ ທຳລາຍສິນຄ້າປອມແປງ ປະເພດແປ້ງນົວກວ່າ 7.000 ຖົງ

296

ໃນວັນທີ 6 ພະຈິກ 2019 ຜ່ານມາ, ຢູ່ເມືອງພູຄູນ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າຫຼອກຮຽນແບບຂຶ້ນຈຳນວນ 9 ລາຍການ ໃນນີ້ຫຼາຍກວ່າໝູ່ແມ່ນ ແປ້ງນົວກາຈອງ ລວມມູນຄ່າເສຍຫາຍ 41 ລ້ານກວ່າກີບ.

ສຳລັບສິນຄ້າ ທີ່ນຳມາທຳລາຍໃນຄັ້ງນີ້ ປະກອບມີປະເພດສິນຄ້າປອມແປງ ແລະ ສິນຄ້າໝົດອາຍຸ ລວມມູນຄ່າ 41 ລ້ານກວ່າກີບ ລວມທັງໝົດມີ 9 ລາຍການ ໃນນີ້: ມີແປ້ງນົວກາຈອງຈຳນວນ 7.690 ຖົງ; ປະເພດເຄື່ອງດື່ມ, ເຂົ້າໜົມ, ເຄື່ອງສຳອາງ ແລະ ອື່ນໆ ໄດ້ມາຈາກການລົງຕິດຕາມກວດກາຢູ່ບັນດາຫ້າງຮ້ານຂາຍພາຍໃນເມືອງ ແລະ ຢຶດຈາກລົດຂົນສົງຈຳນວນໜຶ່ງ ແຕ່ເດືອນ ສິງຫາເປັນຕົ້ນມາ ຂອງອົງການປະຕິບັດວຽກງານກວດກາການຄ້າ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງເມືອງ.


ເຂົ້າຮ່ວມໃນພິທີໂດຍທ່ານ ຄຳພັນ ພະນິນທອງ ຮອງເຈົ້າເມືອງພູຄູນ, ມີຜູ້ຕ່າງໜ້າຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຂະແໜງການ ແລະ ພາກສວນທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.

ທີ່ມາ, ຂ່າວສານເມືອງພູຄູນ ເມືອງພູຄູນ