ທ່ານນາຍົກລາຍງານ ເສດຖະກິດລາວປີນີ້ຈະບັນລຸພຽງ 6,4%, ເພາະການກົດໜ່ວງຈາກໄພພິບັດ

249

ດັ່ງທີ່ທຸກຄົນຮັບຮູ້ດີ ປີ 2019 ນີ້ບ້ານເຮົາໄດ້ຮັບຜົນກະທົບຈາກດິນຟ້າອາກາດທັງນ້ຳຖ້ວມ ແລະແຫ້ງແລ້ງ, ຄຽງຄູ່ກັບເຫດການນ້ຳຖ້ວມຮ້າຍແຮງຢູ່ພາກກາງຫາພາກໃຕ້ຂອງລາວແລ້ວ, ຝົນພັດມາຊ້າ ແລະ ປະລິມານນ້ຳຝົນໜ້ອຍຜິດປົກກະຕິອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ພາກການຜະລິດທຸລະກິດ ໂດຍສະເພາະພາກກະສິກຳທີ່ເປັນທ່າແຮງສຳຄັນຂອງລາວເຮົາ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດໃນເຊົ້າວັນທີ 7 ພະຈິກ 2019 ນີ້ວ່າ: ສະພາບແວດລ້ອມການພັດທະນາເສດຖະກິດປີນີ້ ແມ່ນດຳເນີນໄປທ່າມກາງທີ່ສາກົນສືບຕໍ່ຜັນແປໄປຢ່າງສັບສົນ, ສົງຄາມການຄ້າລະຫວ່າງປະເທດມະຫາອຳນາດ ບວກກັບຄວາມເຄັ່ງຕຶງຢູ່ໃນຂົງເຂດຕ່າງໆຂອງໂລກ ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ຫຼາຍປະເທດ ແລະ ສ້າງຄວາມຜັນຜວນຕໍ່ຕະຫຼາດການເງິນ, ຕະຫຼາດທຶນຂອງທົ່ວໂລກເຮັດໃຫ້ການເຕີບໂຕຂອງເສດຖະກິດຖືກກະທົບ ເຊິ່ງກອງທຶນການເງິນລະຫວ່າງປະເທດ (IMF) ໄດ້ປັບຫຼຸດຄາດຄະເນອັດຕາການເຕີບໂຕຂອງເສດຖະກິດໂລກ ລົງຈາກ 3,2% ໃນປີ 2019 ມາເປັນ 3% ແລະ ຈາກ 3,5% ສໍາລັບປີ 2020 ເປັນ 3,4% ເຊິ່ງຖືວ່າເປັນອັດຕາຕ່ຳສຸດໃນຮອບ 10 ປີ ເຊິ່ງແນ່ນອນຈະສົ່ງຜົນກະທົບຕໍ່ບ້ານເຮົາຢ່າງຫຼີກລ້ຽງບໍ່ໄດ້.

ທ່ານນາຍົກກ່າວວ່າ: ປະເທດເຮົາໃນປີນີ້ ຍັງບໍ່ທັນຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກທີ່ມີລັກສະນະຊຳເຮື້ອແຫ່ງການຂາດດຸດໃນດ້ານຕ່າງໆທີ່ໜັກໜ່ວງ ບວກກັບໄພພິບັດ, ອຸທົກກະໄພໃນປີ 2018 ແລະ ຕໍ່ເນື່ອງໃສ່ປີ 2019 ກາຍເປັນອຸປະສັກໃຫ້ແກ່ການພັດທະນາ, ທັງເປັນການຈຳກັດແຫຼ່ງງົບປະມານ ເພື່ອອັດສີດເຂົ້າໃສ່ການກະຕຸ້ນເສດຖະກິດ ແລະ ຈັດຕັ້ງປະຕິບັດໂຄງການຕ່າງໆເພື່ອການເຕີບໂຕຂອງເສດຖະກິດ.
ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດໃນປີ 2019 ໄດ້ຖືກຊ້ຳເຕີມດ້ວຍຜົນກະທົບຈາກໄພທຳມະຊາດຢ່າງໜັກໜ່ວງບໍ່ນ້ອຍກວ່າປີ 2018 ໂດຍໃນປີ 2019 ນີ້ ນອກຈາກນໍ້າຖ້ວມ 6 ແຂວງພາກກາງ ແລະ ພາກໃຕ້ຢ່າງໜັກໜ່ວງແລ້ວ ຊ້ຳພັດເກີດມີໄພແຫ້ງແລງເກີດຂຶ້ນໃນ 2 ຮອບ ໃນປີດຽວກັນ ອັນໄດ້ສົ່ງຜົນສະທ້ອນຕໍ່ການປູກເຂົ້າ ແລະ ປູກພືດລະດູຝົນຫຼ້າຊ້າ, ເສຍຫາຍ ລວມທັງກະທົບຕໍ່ການລ້ຽງສັດ, ການປະມົງ, ກະທົບຕໍ່ປະລິມານນ້ຳເພື່ອຜະລິດໄຟຟ້າ ແລະ ສະໜອງນ້ຳປະປາກໍ່ຫຼຸດລົງ.

ທ່ານກ່າວອີກວ່າ: ນອກນີ້, ກໍ່ຍັງມີການລະບາດຂອງພະຍາດອະຫິວາໝູອາຟຣິກາ, ພະຍາດລະບາດຂອງບົ້ງສາລີ ແລະ ໄພນ້ຳຖ້ວມຢ່າງໜັກໜ່ວງໃນຮອບຫຼາຍ 10 ປີຢູ່ບັນດາແຂວງພາກກາງ ແລະ ພາກໃຕ້, ສະພາບໄຂ້ຍຸ້ງລາຍກໍ່ລະບາດ ເຊິ່ງຈາກສະພາບດັ່ງກ່າວນັ້ນ ເຮັດໃຫ້ການສະໜອງພາຍໃນບໍ່ພຽງພໍເທົ່າທີ່ຄວນ.

ຈາກສະພາບແວດລ້ອມທາງສາກົນ ແລະ ພາຍໃນດັ່ງກ່າວນັ້ນ ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການຄຸ້ມຄອງເສດຖະກິດມະຫາພາກຂອງລັດຖະບານ ທີ່ມີຄວາມບອບບາງຢູ່ແລ້ວ ພົບຂໍ້ຫຍຸ້ງຍາກ ແລະ ທ້າທາຍຫຼາຍຫຼາຍຂຶ້ນ, ລັດຖະບານຈິ່ງຈຳເປັນຕ້ອງໄດ້ອວ່າຍງົບປະມານປົກກະຕິ ໄປສູ່ການແກ້ໄຂໄພພິບັດ ແລະ ເລັ່ງປັບປຸງໂຄງລ່າງພື້ນຖານທີ່ຖືກທຳລາຍໃຫ້ກັບຄືນມານຳໃຊ້ໄດ້ໂດຍໄວ ແຕ່ອີກເບື້ອງໜຶ່ງກໍ່ເພີ່ມຄວາມກົດດັນໃຫ້ແກ່ງົບປະມານທີ່ມີຈຳກັດຢູ່ແລ້ວ ຍິ່ງໜີບຮັດຊ້ຳເຕີມໃຫ້ແກ່ການຈັດສັນງົບປະມານ ທີ່ຢາກໃຫ້ເປັນໄປຕາມແຜນວາງໄວ້ພົບຂໍ້ຫຍຸ້ງຍາກ.

ຈາກບັນຫາທັງໝົດນີ້ ຈິ່ງຄາດຄະເນການຂະຫຍາຍຕົວຂອງເສດຖະກິດລາວ ໝົດປີ 2019 ນີ້ ຈະບັນລຸພຽງ 6,4% ເຊິ່ງຫຼຸດແຜນການທີ່ສະພາແຫ່ງຊາດຮັບຮອງໄວ້ ປະມານ 0,3% (ມະຕິສະພາ 6,7%).