ອຸຕຸແຈ້ງ! ກາງ-ໃຕ້ ກຽມຮັບມືພາຍຸຫົວໃໝ່ “ນາກຼີ” (NAKRI) 8-10 ພະຈິກນີ້

156

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນ ສະບັບເລກທີ 1585/ກອຄທ ສະບັບທີ 1 ລົງວັນທີ 7 ຕຸລາ 2019 ວ່າ ເນື່ອງຈາກວ່າພາຍຸ ນາກຼີ (NAKRI) ຫົວທີ 24 ປະຈໍາປີ 2019 ເຊິ່ງເວລາ 11 ໂມງ ຂອງວັນທີ 07 ພະຈິກ 2019 ກໍາລັງເຄື່ອນຢູ່ທະເລຈີນໃຕ້, ເຊິ່ງມີຈຸດສູນກາງຢູ່ເສັ້ນຂະໜານທີ 12.4 ອົງສາເໜືອ ແລະ ເສັ້ນແວງທີ 117.1 ອົງສາຕາເວັນອອກ.

ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກກາງຕອນໃຕ້ຂອງປະເທດ ສສ ຫວຽດນາມໃນໄລຍະວັນທີ 08 – 10 ພະຈິກ 2019 ວົງລັດສະໝີຈະກວມເອົາບັນດາແຂວງພາກກາງ ຫາ ພາກໃຕ້ຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງໃນລະດັບປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນບັນດາແຂວງ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງ ແລະ ມີລົມພັດແຮງ ທີ່ອາດຈະເກີດຂຶ້ນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.