ນ້ຳກະທິຊ່ວຍບຳລຸງຜົມໄດ້

195

ນ້ຳກະທິທີ່ນຳມາເຮັດຕົ້ມ, ເຮັດແກງ ຫຼື ປຸງແຕ່ງອາຫານປະເພດອື່ນໆອີກຫຼາຍຢ່າງ ເພື່ອໃຫ້ໄດ້ລົດຊາດມັນ ແລະ ເຂັ້ມຂຸ້ນ ມັນສາມາດນຳມາບຳລຸງເສັ້ນຜົມໄດ້ ເພາະໃນກະທິອຸດົມໄປດ້ວຍວິຕາມິນທີ່ມີປະໂຫຍດຕໍ່ເສັ້ນຜົມ ສູດບຳລຸງຜົມດ້ວຍກະທິແກ້ບັນຫາຜົມແຫ້ງ ຫຼື ຜົມບາງຮັບຮອງໄດ້ດີ.

ສູດແກ້ບັນຫາຜົມພັນກັນ:

ຜູ້ທີ່ມີບັນຫາຜົມພັນກັນເມື່ອເວລາຫວີຜົມເຈັບໜັງຫົວ ແລະ ຫວີຮຽບຮ້ອຍກໍເປັນຝອຍໆແກ້ບັນຫາໂດຍໃຊ້ສຳລີກ້ອນຈຸ່ມນ້ຳກະທິມາທາລົງເສັ້ນຜົມຖິ້ມໄວ້ປະມານ 2 ຊົ່ວໂມງ ເພື່ອໃຫ້ເສັ້ນຜົມນຸ້ມມື່ນ ແລະ ຈັດຊົງງ່າຍຂຶ້ນເຮັດ 1 ເທື່ອຕໍ່ອາທິດກໍພໍ.

ສູດເລັ່ງໃຫ້ຜົມຍາວໄວ:

ໃນນ້ຳກະທິອຸດົມໄປດ້ວຍກົດໄຂມັນທີ່ຈຳເປັນ ແລະ ມີວິຕາມິນ E ເຊິ່ງຈະຊ່ວຍເລັ່ງໃຫ້ຜົມຍາວໄວ, ຊ່ວຍໃຫ້ຜົມນຸ້ມເງົາງາມ ຫຼື ອາດຈະເອົານ້ຳມັນໝາກກອກມາປະສົມກັບນ້ຳກະທິເພື່ອເພີ່ມປະສິດທິພາບຕື່ມກໍໄດ້. ຈາກນັ້ນ, ນຳມານວດໆໃຫ້ທົ່ວເສັ້ນຜົມ ແລະ ໜັງຫົວ ເພື່ອບຳລຸງພຽງເທົ່ານີ້ຜົມກໍຈະຍາວໄວແຖມຍັງດົກດຳຢ່າງເປັນທຳມະຊາດພ້ອມ.

ສູດແກ້ບັນຫາໜັງຫົວແຫ້ງ ແລະ ລອກເປັນແຜ່ນ:

ໜັງຫົວແຫ້ງ ແລະ ລອກເປັນແຜ່ນບໍ່ໄດ້ເປັນພຽງຕົ້ນເຫດຂອງການເກີດລັງແຄເທົ່ານັ້ນ ແຕ່ມັນຍັງເປັນສາເຫດທີ່ເຮັດໃຫ້ເສັ້ນຜົມແຫ້ງເສຍໄດ້ອີກ. ສະນັ້ນ, ເອົານ້ຳກະທິມາເປັນຕົວຊ່ວຍໃນການບຳລຸງເພາະໃນນ້ຳກະທິມີໄຂມັນທີ່ມີຄຸນສົມບັດເຮັດໃຫ້ຊຸ່ມຊື່ນ ແລະ ຊ່ວຍໃຫ້ສະພາບໜັງຫົວດີຂຶ້ນນຳ.

ສູດຊ່ວຍໃຫ້ຜົມເງົາງາມ:

ການໃຊ້ນ້ຳກະທິມາໝັກຜົມຢ່າງດຽວອາດຈະພຽງແຕ່ເຮັດໃຫ້ຜົມນຸ້ມ ແຕ່ຖ້າໃສ່ນ້ຳເຜິ້ງປະສົມລົງໄປນຳກໍຈະໄດ້ຜົມນຸ້ມ ແລະ ເງົາງາມໄປໃນຕົວພ້ອມກັນ ໂດຍເອົານ້ຳກະທິ ແລະ ນ້ຳເຜິ້ງມາປະສົມໃຫ້ເຂົ້າກັນເອົາໄປທາໃສ່ເສັ້ນຜົມປະໄວ້ 2 ຊົ່ວໂມງ ແລ້ວລ້າງອອກປົກກະຕິເຮັດ 2 ເທື່ອຕໍ່ອາທິດກໍຈະເຫັນຜົນໄດ້ຊັດເຈນ.

( ຂໍ້ມູນຈາກ: Women.com )

( ຮຽບຮຽງ: ນຸ້ມນິ້ມ )