ກັນການສວຍໂອກາດ! ເຈົ້າໜ້າທີ່ ຕ້ອງລະບຸເນື້ອໃນໝາຍເຫດໃສ່ຫຼັງທະບຽນວິສາຫະກິດ

559

ເພື່ອຫຼີກລ້ຽງການສວຍໂອກາດຂອງຜູ້ລົງທຶນ ໃນການນໍາເອົາໃບທະບຽນວິສາຫະກິດ ໄປເຄື່ອນ ໄຫວດໍາເນີນທຸລະກິດເລີຍ ໂດຍທີ່ບໍ່ທັນໄດ້ຮັບອະນຸຍາດຈາກພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ລວມທັງການພິມໃບທະບຽນວິສາຫະກິດ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຈຶ່ງໄດ້ແຈ້ງການເຖິງເຈົ້າໜ້າທີ່ໃນແຕ່ລະທ້ອງຖິ່ນ ຕ້ອງລະບຸເນື້ອໃນໝາຍເຫດໃສ່ດ້ານຫຼັງຂອງໃບທະບຽນວິສາຫະກິດ ເພື່ອຄວາມສະດວກໃນການກວດກາ.


ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນວິສາຫະກິດ ສະບັບເລກທີ 0023/ອຄ.ກທຄວ,ລົງວັນທີ 9 ມັງກອນ 2019. ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ແຈ້ງການ ສະລັບເລກທີ 1555 /ກທຄວ.ອຄ ລົງວັນທີ 06 ພະຈິກ 2019 ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ (ພະແນກ,ຫ້ອງການອຸດສາຫະກໍາ ແລະ ການຄ້າຂັ້ນທ້ອງຖິ່ນ) ຕ້ອງລະບຸເນື້ອໃນໝາຍເຫດໃສ່ດ້ານຫຼັງໃບທະບຽນວິສາຫະກິດດັ່ງນີ້:

1 ສໍາລັບດ້ານຫຼັງໃບທະບຽນວິສາຫະກິດທີ່ ບໍ່ມີກິດຈະການທີ່ສາມາດເຄື່ອນໄຫວໄດ້ເລີຍ ໃຫ້ລະບຸວ່າ: ວິສາຫະກິດ ພາຍໃຕ້ໃບທະບຽນວິສາຫະກິດສະບັບນີ້ ສາມາດເຄື່ອນໄຫວທຸລະກິດໄດ້ສະເພາະໃນຂອບເຂດກິດຈະການທີ່ໄດ້ຮັບໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດ ຈາກຂະແໜງການກ່ຽວຂ້ອງເທົ່ານັ້ນ ແລະ ຫ້າມນໍາເອົາໃບທະບຽນວິສາຫະກິດ ໄປເຄື່ອນໄຫວທຸລະກິດໂດຍບໍ່ໄດ້ຮັບໃບອະນຸຍາດດັ່ງທີ່ກ່າວມາຢ່າງເດັດຂາດ. ກໍລະນີລະເມີດຈະຖືກປະຕິບັດມາດຕະການຕາມກົດຫມາຍແລະລະບຽບການຢ່າງເຂັ້ມງວດ.

2 ສໍາລັບດ້ານຫຼັງໃບທະບຽນວິສາຫະກິດ ທີ່ມີກິດຈະການທີ່ສາມາດເຄື່ອນໄຫວໄດ້ເລີຍໃຫ້ລະບຸວ່າ: ນອກຈາກກິດຈະການທີ່ລະບຸຂ້າງເທິງນີ້ແລ້ວ ກ່ອນເຄື່ອນໄຫວດໍາເນີນທຸລະກິດຕ້ອງໄດ້ຮັບໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດຈາກຂະແໜງການກ່ຽວຂ້ອງກ່ອນ ແລະ ຫ້າມນໍາເອົາໃບທະບຽນວິສາຫະກິດ ໄປເຄື່ອນໄຫວທຸລະກິດ ໃນກິດຈະການທີ່ຕ້ອງຂໍອະນຸຍາດຢ່າງເດັດຂາດ ກໍລະນີລະເມີດຈະຖືກປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ດັ່ງຕົວຢ່າງຕໍ່ໄປນີ້:

ການລະບຸໝາຍເຫດໃສ່ໃບທະບຽນວິສາຫະກິດໃນກໍລະນີ (ມີ) ກິດຈະການທີ່ສາມາດເຄື່ອນໄຫວໄດ້ເລີຍເຊັ່ນ: ກິດຈະການທີ່ບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດ ທີ່ສາມາດເຄື່ອນໄຫວທຸລະກິດໄດ້ເລີຍມີຄື: ການຄ້າຂາຍຍົກ ແລະ ຂາຍຍ່ອຍ, ສ້ອມແປງລົດຍົນ ແລະ ລົດຈັກ; ການຂາຍຍົກ ເຄື່ອງຫຼິ້ນດົນຕີ, ເຄື່ອງຫຼິ້ນ ແລະ ເຄື່ອງກິລາ; ດຳເນີນທຸລະກິດດ້ານ ສົ່ງອອກເຄື່ອງໃຊ້ຫ້ອງການ; ການຂາຍຍົກເຄື່ອງໃຊ້ຄົວເຮືອນ. ນອກຈາກກິດຈະການທີ່ລະບຸຂ້າງເທິງແລ້ວ ກ່ອນເຄື່ອນໄຫວດໍາເນີນທຸລະກິດຕ້ອງໄດ້ຮັບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນກິດຈະການຈາກຂະແໜງການທີ່ກ່ຽວຂ້ອງກ່ອນ ແລະ ຫ້າມຫ້າມນໍາເອົາໃບທະບຽນວິສາຫະກິດ ໄປເຄື່ອນໄຫວທຸລະກິດ ໃນກິດຈະການທີ່ຕ້ອງຂໍອະນຸຍາດຢ່າງເດັດຂາດ ກໍລະນີລະເມີດຈະຖືກປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.