ໂຣນັລໂດ ສ້າງສະຖິຕິລົງຫຼິ້ນໃນການແຂ່ງຂັນບານເຕະຂອງເອີຣົບ ຫຼາຍທີ່ສຸດອັນດັບ 2

85
Juventus' Cristiano Ronaldo celebrates after scoring during the Italian Serie A soccer match between Juventus and Genoa at the Allianz stadium in Turin, Italy, Wednesday, Oct. 30, 2019. (Alessandro Di Marco/ANSA via AP)

ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຢູເວນຕຸສ ສ້າງສະຖິຕິລົງຫຼິ້ນໃນລາຍການຂອງ ເອີຣົບ ( ລວມທຸກລາຍການ ) ເປັນນັດທີ 174 ທຽບເທົ່າກັບ ເປົາໂລ ມັລດິນີ ຕໍານານກອງຫຼັງຂອງ ເອຊີ ມິລານ ຫຼັງໄດ້ລົງເປັນຕົວຈິງໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບແບ່ງກຸ່ມໆ D ນັດທີ 4 ທີ່ ຢູເວນຕຸສ ບຸກໄປເອົາຊະນະ ໂລໂຄໂມທິຟ 2-1 ໃນວັນທີ 6 ພະຈິກ 2019.

ເຮັດໃຫ້ມີພຽງ ອີເກ ກາຊີຢາສ ຜູ້ຮັກສາປະຕູຂອງ ເອັຟຊີ ປໍໂຕຣ ທີມໃນປ໊ອກຕຸຍການ ເທົ່ານັ້ນທີ່ລົງຫຼິ້ນໃນລາຍການຊີງຂັນບານເຕະຂອງເອີຣົບຫຼາຍກວ່າ ໂຣນັລໂດ ແລະ ມັລດິນີ, ເຊິ່ງ ກາຊີຢາສ ປັດຈຸບັນອາຍຸ 38 ປີລົງຫຼິນໄປແລ້ວທັງໝົດ 188 ນັດ.

ສໍາລັບ ໂຣນັລໂດ ທີ່ເຄີຍຫຼິ້ນໃຫ້ກັບ ຣີລ ມາດຣິດ, ແມນເຊັສເຕີ ຢູໄນເຕັດ ແລະ ສະປອດຕິງ ລິສບອນ ເຄີຍລົງແຂ່ງຂັນບານເຕະຊີງຂັນຂອງເອີຣົບລາຍການ ຢູຟາ ແຊັມປ້ຽນລີກ, ຢູຟາ ຄັບ ( ປັດຈຸບັນ ຢູຟາ ຢູໂຣປາ ລີກ ) ແລະ ຢູຟາ ຊູເປີ ຄັບ.
(ຮູບຈາກ: AP)