ການເລີ່ມຕົ້ນໃໝ່ມີຄວາມສໍາຄັນແນວໃດ?

139

ນັກການຕະຫຼາດໄດ້ໃຫ້ຂໍ້ຄິດກ່ຽວກັບຂັ້ນຕອນໃນການເລີ່ມຕົ້ນຊີວິດໃໝ່ ຫຼື ເຮັດວຽກໃໝ່ສໍາລັບຜູ້ທີ່ກໍາລັງພົບບັນຫາທ່າມກາງເສດຖະກິດໃນຍຸກປັດຈຸບັນ ເພື່ອຈະໄດ້ເປັນຄວາມຮູ້ ແລະ ຂໍ້ຄິດໃນຍຸກດິຈິຕອລ ເຊິ່ງຫຼາຍຄົນເມື່ອເຖິງເວລາເລີ່ມຕົ້ນໃໝ່ມັກຈະຕັ້ງໃຈເຮັດອັນໃດທີ່ເປັນການເລີ່ມຕົ້ນໃໝ່ຢູ່ສະເໝີ ເໝືອນເປັນການນັບໜຶ່ງແລ້ວຖິ້ມສິ່ງທີ່ບໍ່ດີໄປກັບອະດີດ.

ທ່ານ ອຸໄລສັກ ອໍາຄະໄຊ ຜູ້ຈັດການຝ່າຍການຕະຫຼາດຂອງບໍລິສັດແຫ່ງໜຶ່ງ ໄດ້ໃຫ້ທັດສະນະກ່ຽວກັບຄວາມສໍາຄັນຂອງການເລີ່ມຕົ້ນໃໝ່ ດັ່ງນີ້:

ຕັ້ງໃຈເຮັດວຽກ: ໃນໄລຍະຜ່ານມາ ເຮົາອາດຈະເຮັດວຽກບໍ່ໄດ້ດີດັ່ງທີ່ຕັ້ງໃຈເອົາໄວ້ ເຊິ່ງມີອຸປະສັກຫຼາຍຢ່າງຈຶ່ງເຮັດໃຫ້ເຮົາບໍ່ໄປເຖິງຈຸດໝາຍໄດ້. ສໍາລັບການລຸກໃໝ່ນັ່ງໃໝ່ກັບວຽກເກົ່າ ຫຼື ເລີ່ມຕົ້ນເຮັດວຽກໃໝ່ນັ້ນ ສິ່ງສໍາຄັນເຮົາຕ້ອງຕັ້ງໃຈລົງມືເຮັດຢ່າງຈິງຈັງເພື່ອບັນລຸເປົ້າໝາຍ, ແຕ່ຢ່າລືມໃຫ້ກໍາລັງໃຈຕົນເອງນໍາ ເພາະຄວາມສໍາເລັດບໍ່ໄດ້ປະເມີນກັນທີ່ປາຍທາງ ແຕ່ຈະວັດກັນທີ່ໄລຍະທາງຫຼາຍກວ່າ.

ອອກກໍາລັງກາຍເປັນປະຈໍາ: ເຖິງວ່າເຮົາຈະມີວຽກຫຼາຍປານໃດກໍຕາມ ຢ່າລືມຫາເວລາວ່າງອອກກໍາລັງກາຍອາທິດລະ 2 – 3 ເທື່ອ ຈະເປັນການດີທີ່ສຸດ ເພາະການອອກກໍາລັງກາຍນອກຈາກຈະເຮັດໃຫ້ເຮົາມີສຸຂະພາບແຂງແຮງແລ້ວ ຍັງເປັນການຜ່ອນຄາຍ, ຫຼຸດຜ່ອນ ຄວາມເຄັ່ງຄຽດ ແລະ ມີອາລົມດີນຳອີກ.

ເລີ່ມຕົ້ນໃຫ້ຄວາມສໍາຄັນກັບການອອມເງິນ: ຈະຖືວ່າເປັນສິ່ງໜຶ່ງທີ່ດີຫຼາຍ ຫາກເຮົາຕັ້ງໃຈເກັບອອມເງິນຕັ້ງແຕ່ມື້ນີ້ ເພາະມັນຈະຊ່ວຍໃຫ້ອະນາຄົດເຮົາມີຄວາມໝັ້ນຄົງ ເຖິງແມ່ນໃນອະນາຄົດຈະບໍ່ມີໃຜເບິ່ງແຍງດູແລເຮົາກໍຕາມ, ແຕ່ຢ່າງໜ້ອຍເຮົາກໍຍັງມີເງິນອອມທີ່ເກັບໄວ້ໃຊ້ຈ່າຍ ແລະ ບໍ່ເຮັດໃຫ້ເຮົາລໍາບາກໃນຍາມສຸກເສີນ.

ລອງຫາປະສົບການໃໝ່: ຖ້າຮູ້ສຶກວ່າວຽກທີ່ເຮັດຢູ່ເປັນສິ່ງທີ່ເຮົາບໍ່ຖະໜັດ ກໍລອງຫາວຽກໃໝ່ທີ່ເໝາະສົມ ເພາະການເຮັດວຽກທີ່ເຮົາມັກຈະສາມາດເຮັດໄດ້ຢ່າງເຕັມທີ່ ແລະ ພັດທະນາຄວາມຮູ້ – ຄວາມສາມາດຕໍ່ໄປໄດ້  ເຖິງວ່າຈະພົບກັບອຸປະສັກ ຫຼື ສິ່ງທ້າທາຍກໍຕາມ ເຮົາຈະຜ່ານຄວາມຫຍຸ້ງຍາກເຫຼົ່ານັ້ນໄປໄດ້ຢ່າງເຂັ້ມແຂງ.

ກໍລະນີວຽກທີ່ເຮົາບໍ່ມັກ ຫາກຍັງສາມາດສ້າງລາຍຮັບ ຫຼື ເຮັດໃຫ້ຊີວິດການເປັນຢູ່ເຮົາດີຂຶ້ນ ຖ້າທຽບໃສ່ກັບໜ້າວຽກອື່ນ ກໍສືບຕໍ່ພະຍາຍາມເຮັດໃຫ້ສຸດ ຄວາມສາມາດ ເພາະເຊື່ອວ່າຫາກເຮົາລົງມືເຮັດແບບເຕັມທີ່ແລ້ວ ຜົນໄດ້ຮັບຈະເປັນແນວໃດນັ້ນເຮົາຈະບໍ່ເສຍໃຈພາຍຫຼັງ.

ຫາໂອກາດໄປທ່ຽວ: ຫຼາຍຄົນອາດມີໂອກາດໄປທ່ຽວປະເທດເພື່ອນບ້ານ ຫຼື ໄປທ່ຽວໄກກວ່ານັ້ນ ເປັນຕົ້ນແມ່ນ: ອາຊີ, ເອີຣົບ, ອາເມຣິກາ ແລະ ປະເທດອື່ນໆ, ແຕ່ທ່ານຮູ້ບໍ່ວ່າການທ່ຽວພາຍໃນປະເທດກໍໄດ້ບັນຍາກາດອີກແບບໜຶ່ງ ເພາະ ຄວາມອຸດົມສົມບູນທາງທໍາມະຊາດຍັງຄົງຄວາມສວຍງາມໄວ້ໃຫ້ທ່ານໄດ້ລອງໄປສໍາຜັດ. ຄຽງຄູ່ກັນນັ້ນ, ຍັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ແລະ ເງິນຕາບໍ່ຮົ່ວໄຫຼນຳອີກ; ຂໍແນະນຳວ່າໃຫ້ທ່ານລອງໄປທ່ຽວໃນມື້ທຳມະດາ ຫຼື ວັນພັກເສົາ – ອາທິດກໍໄດ້; ແຕ່ບໍ່ຄວນຢູ່ໃນໄລຍະເທດສະການ ເພາະຄ່າໃຊ້ຈ່າຍຈະແພງກວ່າປົກກະຕິ.

[ ໂດຍ: ສົມສະຫວິນ ]