ກົມມາດຕະຖານ ແລະ ວັດແທກ ຈະສຸມໃສ່ 7 ແຜນງານແຕ່ນີ້ຫາ 2024

0
272

ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນເພື່ອສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດດວຽກງານວິຊາສະເພາະໃນໄລຍະຜ່ານມາ ແລະ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນໃສ່ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາຂອງຄະນະໜ່ວຍພັກຊຸດເກົ່າ, ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນໃນການຊີ້ນຳ – ນຳພາຂອງໜ່ວຍພັກໃນໄລຍະຜ່ານມາ, ຂະນະທີ່ແຜນການ 5 ປີຕໍ່ໜ້ານັບແຕ່ປີ 2020 – 2024 ຈະໄດ້ສຸມໃສ່ 7 ແຜນງານຕົ້ນ ຕໍ.

ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວບາງຕອນສໍາຄັນ ວ່າ: ຜົນຂອງກອງປະຊຸມຍັງໄດ້ເປັນເອກະພາບກັນຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ ປີ 2020 ຮອດປີ 2024 ປະກອບມີ 7 ເນື້ອໃນຫຼັກ ເປັນຕົ້ນແມ່ນ:

1 ຄົ້ນຄວ້າເຊື່ອມຊຶມແນວທາງ, ນະໂຍບາຍ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ຫັນມະຕິຄຳສັ່ງຂອງອົງຄະນະພັກກະຊວງເປັນແຜນການ, ໂຄງການຂອງຕົນ, ຄົ້ນຄວ້າມະຕິ, ວິທີການຈັດຕັ້ງປະຕິບັດ ເພື່ອນຳພາການປະຕິບັດໜ້າທີ່ການເມືອງຢູ່ໜ່ວຍພັກໃຫ້ຖືກຕ້ອງ.

2 ກໍ່ສ້າງໜ່ວຍພັກກົມມາດຕະຖານ ແລະ ວັດແທກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີການນຳພາ, ຊຸກຍູ້, ຕິດຕາມ, ກວດກາສະມາຊິກພັກ ແລະ ພະນັກງານລັດຖະກອນທີ່ຕົນຮັບຜິດຊອບເອົາໃຈໃສ່ສຶກສາອົບຮົມ ແລະ ກໍ່ສ້າງມະຫາຊົນເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ.

3 ນຳພາກໍ່ສ້າງ ແລະ ປັບປຸງໜ່ວຍພັກກົມມາດຕະຖານ ແລະ ວັດແທກ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່, ສິດ ແລະ ຄວາມຮັບຜິດຊອບຂອງຕົນ, ຄົ້ນຄວ້າ, ສັບຊ້ອນ ແລະ ຈັດສະມາຊິກຜູ້ທີ່ມີຄວາມຮູ້, ຄວາມສາມາດເຂົ້ານຳພາແຕ່ລະພະແນກ, ສູນຂອງກົມ.

4 ຊຸກຍູ້, ຕິດຕາມ, ກວດກາສະມາຊິກພັກ, ພະນັກງານໃຫ້ເປັນເຈົ້າການປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ນະໂຍບາຍຊົນເຜົ່າ, ນະໂຍບາຍຕ່າງປະເທດຂອງພັກ, ເຮັດວຽກປ້ອງກັນພັກ – ພະນັກງານ ແລະ ປ້ອງກັນຄວາມສະຫງົບພາຍໃນຂົງເຂດທີ່ຕົນຮັບຜິດຊອບ.

5 ຄົ້ນຄວ້ານຳສະເໜີຂັ້ນເທິງພິຈາລະນາ ແລະ ອະນຸມັດອອກມະຕິຮັບຮອງເອົາຜົນການເລືອກຕັ້ງຂອງໜ່ວຍພັກ ເພື່ອນຳສະເໜີຂັ້ນເທິງຕົກລົງແຕ່ງຕັ້ງຕຳແໜ່ງເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ.

6 ນຳພາຊຸກຍູ້ຕິດຕາມ, ກວດກາການເຄື່ອນໄຫວຂອງບັນດາສະມາຊິກພັກ ປະຕິບັດກົດລະບຽບຂອງພັກ ແລະ ໜ້າທີ່ວຽກງານທີ່ໜ່ວຍພັກກົມມາດຕະຖານ ແລະ ວັດແທກວາງອອກ, ຄຸ້ມຄອງການເງິນຂອງພັກກວດກາພິຈາລະນາຄຳເຫັນ ຫຼື ຄຳສະເໜີຂອງໜ່ວຍພັກກ່ຽວກັບເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ, ຈັດຕັ້ງຮຽນສະໜັບສະໜູນ ແລະ ກົດລະບຽບພັກໃຫ້ແກ່ເປົ້າໝາຍທີ່ຈະເຂົ້າເປັນສະມາຊິກພັກ, ສະຫຼຸບລາຍງານໃຫ້ຄະນະພັກຂັ້ນເທິງເພື່ອພິຈາລະນາຕົກລົງອະນຸມັດ.

7 ແຜນດຳເນີນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຖືກຈັດຕັ້ງຕາມຂັ້ນຕອນ ແລະ ເປັນລະບົບ.

ກອງປະຊຸມຍັງໄດ້ເປັນເອກະສັນເລືອກເອົາສະຫາຍ ວຽງທອງ ວົງທະວິໄລ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ນິສິດ ຄຳມູນເຮືອງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ວຽງຄຳ ສອນສິງໄຊ ເປັນປະທານກວດກາ, ສະຫາຍ ພວງມາລາ ຈູມພະຈັນ ເປັນຄະນະໜ່ວຍພັກ ແລະ ສະຫາຍ   ສົມພອນໄຊ ວົງດາລາ ເປັນຄະນະໜ່ວຍພັກ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ຫ້ອງປະຊຸມສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ.

[ ຂ່າວ: ສົມສະຫວິນ, ຮູບ: ບຸນທັນ ]

LEAVE A REPLY

Please enter your comment!
Please enter your name here