ແຂວງຈຳປາສັກ ຕ້ອງການງົບ 3,7 ຕື້ກີບ ສ້ອມແປງຂົວ ແລະ ທາງ

228

ທ່ານ ສຸກຂະເສີມ ປາກດີມະນີວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແຂວງຈໍາປາສັກ ໃຫ້ສໍາພາດຫວ່າງບໍ່ດົນມານີ້ ວ່າ: ປັດຈຸບັນແຂວງຈໍາປາສັກ ມີຄວາມຕ້ອງການງົບປະມານ 3,7 ຕື້ກວ່າກີບ ເພື່ອແກ້ໄຂສຸກເສີນກໍ່ສ້າງ ແລະ ສ້ອມແປງເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ໃນນັ້ນ, ແກ້ໄຂສຸກເສີນເສັ້ນທາງເລກທີ 7808 ແຕ່ແຍກເສັ້ນທາງເລກທີ 13 ໃຕ້ ຫາບ້ານແຊລະບໍາ ແລະ ບ້ານກວາງຊີ ເມືອງຊະນະສົມບູນ ມູນຄ່າ 1,77 ຕື້ກີບ, ແກ້ໄຂສຸກເສີນເສັ້ນທາງເລກທີ 7812 ແຕ່ແຍກເສັ້ນທາງເລກທີ 16 ຫາບ້ານໃໝ່ໄຊສົມບູນ ເມືອງປາກຊ່ອງ ມູນຄ່າ 1,33 ຕື້ກີບ ແລະ ແກ້ໄຂສຸກເສີນຂົວເບເລ ຫ້ວຍຄົດນ້ອຍ ຕາມເສັ້ນທາງເລກທີ 7812 ເມືອງປາກຊ່ອງ ໃນມູນຄ່າ 0,66 ຕື້ກີບ ເຊິ່ງຄວາມຕ້ອງການງົບປະມານແກ້ໄຂສຸກເສີນດັ່ງກ່າວ ພະແນກ ຍທຂ ແຂວງພວກເຮົາ ໄດ້ສ້າງເປັນເອກະສານສະເໜີຫາກົມຂົວທາງ ກະຊວງ ຍທຂ ແລ້ວ ຖ້າວ່າເພິ່ນອະນຸມັດພະແນກພວກເຮົາກໍຈະໄດ້ລົງມືຈັດຕັ້ງປະຕິບັດ.

ທ່ານ ສຸກຂະເສີມ ໃຫ້ຮູ້ຕື່ມວ່າ: ຈາກສະພາບນໍ້າຖ້ວມໃນທ້າຍເດືອນສິງຫາ – ຕົ້ນເດືອນກັນຍາ 2019 ທີ່ຜ່ານມາ ທົ່ວແຂວງຈໍາປາສັກ ມີເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງ ທ້ອງຖິ່ນ ແລະ ຂົວຕ່າງໆ ໄດ້ຮັບ ຄວາມເສຍຫາຍ ຄິດເປັນມູນຄ່າຫຼາຍຕື້ກີບ. ໃນນັ້ນ, ເສັ້ນທາງທີ່ໄດ້ຮັບຜົນກະທົບເສຍຫາຍທັງໝົດ ຈໍານວນ 115 ເສັ້ນ ມູນຄ່າເສຍຫາຍ 61,58 ຕື້ກີບ, ເສັ້ນທາງຖືກຕັດຂາດ 23 ເສັ້ນ ມູນຄ່າເສຍຫາຍ 16,24 ຕື້ກີບ, ຂົວຫັກ ແລະ ຖືກນໍ້າພັດຊຸອອກ 7 ແຫ່ງ ມູນຄ່າເສຍຫາຍ 9,60 ຕື້ກີບ ເຊິ່ງປັດຈຸບັນ ພະແນກ ຍທຂ ໄດ້ເຮັດໜັງສືສະເໜີຫາພະແນກແຜນການ ແລະ ການລົງທຶນແຂວງແລ້ວ ເພື່ອຂໍງົບປະມານເຂົ້າໃນການສ້ອມແປງແກ້ໄຂສຸກເສີນບັນດາເສັ້ນທາງ ແລະ ຂົວ ທີ່ຖືກຜົນກະທົບຈາກສະພາບນໍ້າຖ້ວມດັ່ງກ່າວ.

( ຂ່າວ: ທູນທອງໃຈ )