ໄຂຂຶ້ນແລ້ວກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດ VIII

328

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງ ໃນຕອນເຊົ້າວັນທີ 7 ພະຈິກ 2019 ນີ້ທີ່ສະພາແຫ່ງຊາດຫຼັກ 6 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນສີ ສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາທ່ານຜູ້ນຳ, ບັນດາອະດີດການນຳຂັ້ນສູງຂອງພັກ-ລັດ, ບັນດາທ່ານນັກປະຕິວັດອາວຸໂສຜູ້ຊົງຄຸນວຸດທິ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ອະດີດສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະຖາບັນ, ນັກທຸລະກິດ ແລະ ທ່ານຜູ້ຕ່າງໜ້າພາກສ່ວນຕ່າງໆໄດ້ເປັນກຽດເຂົ້າຮ່ວມ.

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ກ່າວວ່າ: ປີ 2019 ເປັນປີທີ 4 ທີ່ການຈັດຕັ້ງພັກ-ລັດ ແລະ ທຸກພາກສ່ວນຂອງສັງຄົມ ໄດ້ສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 ແລະ ແຜນ 5 ປີ ຂອງສະພາແຫ່ງຊາດ ຊຸດທີ 8 ເຂົ້າສູ່ລ່ວງເລີກ ແລະ ມີຜົນສຳເລັດໃນຫຼາຍດ້ານ.

 

ທ່ານ ນາງ ປານີ ຍາທໍ່ຕູ້ ກ່າວຕື່ມອີກວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ຄັ້ງນີ້ເປັນກອງປະຊຸມທ້າຍປີ. ສະນັ້ນ, ຈະໄດ້ພິຈາລະນາຕົກລົງຫຼາຍບັນຫາສຳຄັນພື້ນຖານຂອງປະເທດຊາດດັ່ງນີ້:
1. ພິຈາລະນາ ຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກລັດຖະບານ ຕາມການສະເໜີຂອງທ່ານ ນາຍົກລັດຖະມົນຕີ; 2. ຮັບຟັງ ແລະ ພິຈາລະນາ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນງານຕາປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020; 3. ພິຈາລະນາເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020 ຂອງອົງການກວດສອບແຫ່ງລັດ, ບົດລາຍຜົນການກວດສອບ, ບົດສະຫຼຸດຂາດຕົວຂອງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018, ບົດລາຍງານຂອງອົງການກວດກາລັດຖະບານກ່ຽວກັບການກວດກາຕາມຜົນການກວດສອບ ສົກປີ 2014-2015, 2015-2016 ແລະ ປີ 2017.

  1. ຮັບຟັງການປະກອບຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະອົງການກວດກາລັດຖະບານ.
  2. ພິຈາລະນາ ແລະຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະນິຕິກຳໃຕ້ກົດໝາຍ ທີ່ຕິດພັນກັບການເກັບລາຍຮັບ, ການສ້າງວິຊາຊີບ, ການພັດທະນາສີມືແຮງງານທີ່ມີຄຸນນະພາບ, ການສ້າງວຽກເຮັດງານທຳຂອງປະຊາຊົນ ແລະການຈັດຕັ້ງປະຕິບັດນິຕິກຳທີ່ພົວພັວກັບການເຊົ່າ ແລະສຳປະທານທີ່ດິນ.

 

  1. ພິຈາລະນາຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2019 ແລະແຜນການປີ 2020.
  2. ພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດປະຈຳປີ 2019 ແລະແຜນການຂອງປີ 2020.
  3. ພິຈາລະນາຮັບຮອງເອົາການຈັດຕັ້ງປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນ ດຳລົງຕຳແໜ່ງທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ
  4. ພິຈາລະນາ ຮັບຮອງເອົາ ການສ້າງຕັ້ງ ແລະ ປັບປຸງຮ່າງກົດໝາຍ ຈຳນວນ 8 ສະບັບຄື: ຂົງເຂດເສດຖະກິດ 4 ສະບັບ ແລະ ຂົງເຂດວັດທະນາທຳ-ສັງຄົມ 4 ສະບັບ.

 

ນອກຈາກເນື້ອໃນທີ່ສຳຄັນທີ່ກ່າວມານັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈ້ງອະທິບາຍຈາກ 5 ກະຊວງກ່ຽວຂ້ອງ ກ່ຽວກັບນະໂຍບາຍ, ວິທີການ, ມາດຕະການ ເພື່ອຊຸກຍູ້ການຜະລິດສະບຽບອາຫານ, ການສົ່ງເສີມການຜະລິດພາຍໃນເພື່ອທົດແທນການນຳເຂົ້າສິນຄ້າ ແລະ ເພື່ອການສົ່ງອອກ, ການຄຸ້ມຄອງລາຄາສິນຄ້າ ແລະ ຄຸ້ມຄອງອັນຕາເງິນເຟີ້, ອັດຕາແລກປ່ຽນ, ການປະຕິບັດນະໂຍບາຍປະຢັດ, ການຄຸ້ມຄອງການເຂົ້າ-ອອກເມືອງ ແລະ ຮັບຟັງການປະກອບຄຳເຫັນຂອງສູນກາງແນວລາວສ້າງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII.