6 ປັດໄຈ ທີ່ອາດເຮັດໃຫ້ຍອດນັກທ່ອງທ່ຽວບໍ່ບັນລຸຕາມເປົ້າ

123

ແຜນດຶງດູດນັກທ່ອງທ່ຽວເຂົ້າມາລາວ ປີ 2019 ໃຫ້ບັນລຸ 4,5 ລ້ານຄົນ ຍັງມີຫຼາຍປັດໄຈທ້າທາຍ ເຖິງວ່າໃນ 9 ເດືອນຜ່ານມາ ຕົວເລກຈະເພີ່ມຂຶ້ນ 11% ແຕ່ກໍ່ບັນລຸໄດ້ພຽງ 3,4 ລ້ານເທື່ອຄົນ. ໃນນັ້ນ, ນັກທ່ອງທ່ຽວຈີນ ເພີ່ມຂຶ້ນ 26%, ແຕ່ໃນທາງກັບກັນກໍເຫັນວ່າຈຳນວນນັກທ່ອງທ່ຽວຈາກປະເທດອື່ນຫຼຸດລົງ.

ທ່ານ ຄັດຕະພອນ ພົມມະປັນຍາ ປະທານສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ໃຫ້ຮູ້ວ່າ: ເປົ້າໝາຍດຶງດູດນັກທ່ອງທ່ຽວເຂົ້າມາລາວ 4,5 ລ້ານເທື່ອຄົນ ໃນປີ 2019 ອາດບໍ່ບັນລຸຕາມເປົ້າຍ້ອນບາງສາເຫດ ເຊັ່ນ: 1. ພື້ນຖານໂຄງລ່າງ, ຖະໜົນຫົນທາງສູ່ແຫຼ່ງທ່ອງທ່ຽວຍັງບໍ່ດີພໍ, ຂອງທີ່ລະນຶກຂອງລາວຍັງບໍ່ຫຼາກຫຼາຍ; 2. ໂຮງໝໍ, ສູນປິ່ນປົວສຸຂະພາບຍັງຢູ່ໃນເກນມາດຖານທີ່ຕ່ຳ ເຊິ່ງເປັນສິ່ງບັ່ນທອນ ຄວາມຮູ້ສຶກຂອງນັກທ່ອງທ່ຽວ; 3. ອາຫານ, ຮ້ານອາຫານຕ່າງໆສ່ວນຫຼາຍແມ່ນຮ້ານອາຫານ “ ກະຈາ ” ຍັງປະປົນລະຫວ່າງອາຫານລາວກັບອາຫານຕ່າງປະເທດ ເຊິ່ງເຮັດໃຫ້ນັກທ່ອງທ່ຽວເສຍຄວາມຮູ້ສຶກເພາະເຂົາເຈົ້າມາລາວພັດບໍ່ໄດ້ກິນອາຫານລາວແທ້ໆ; 4. ພະນັກງານນຳທ່ຽວບາງຄົນຍັງຂາດຄວາມຮູ້ ແລະ ຍັງໃຫ້ຂໍ້ມູນທີ່ຜິດໆແກ່ນັກທອ່ງທ່ຽວ; 5. ເຈົ້າໜ້າທີ່ຕຳຫຼວດບາງຄົນພັດຫາວິທີທາງແຕ່ປັບໃໝນັກທ່ອງທ່ຽວ ແທນທີ່ຈະເປັນການໃຫ້ການຊ່ວຍເຫຼືອແນະນຳ; 6. ຫຼາຍໆບໍລິສັດບໍລິການການທ່ອງທ່ຽວ ລວມທັງລະບົບຂົນສົ່ງຮັບໃຊ້ນັກທ່ອງທ່ຽວຍັງບໍ່ມີມາດຕະຖານດ້ານຄວາມປອດໄພ, ໃນຂະນະທີ່ລາຄາທີ່ແພງເກີນໄປ ໂດຍປາສະຈາກການກຳນົດລາຄາທີ່ເປັນເອກະພາບ.

ເພື່ອໃຫ້ຂະແໜງການທ່ອງທ່ຽວລາວເວົ້າລວມ ສະເພາະແມ່ນໃນແຂວງຫຼວງພະບາງ ສາມາດດຶງດູດນັກທ່ອງທ່ຽວຫຼາຍຂຶ້ນ ແຕ່ລະພາກສ່ວນຕ້ອງໄດ້ແກ້ໄຂດ້ານພື້ນຖານໂຄງລ່າງ, ຖະໜົນຫົນທາງໃຫ້ດີ ແລະ ມີຄວາມປອດໄພ, ຍົກສູງລະບົບຮັບປະກັນສຸຂະພາບໃຫ້ມີຄຸນນະພາບ, ໂຮງແຮມ – ເຮືອນພັກຕ້ອງມີມາດຕະຖານຮອບດ້ານ ໂດຍນໍາໃຊ້ລະບົບເຕັກໂນໂລຊີທັນສະໄໝມາຊ່ວຍ ແລະ ຕ້ອງຄຸ້ມຄອງລາຄາຢ່າງເປັນເອກະພາບ ລວມທັງຕ້ອງສ້າງບຸກຄະລາກອນທີ່ມີຄຸນນະພາບ ແລະ ມີຈັນຍາບັນ, ຈັນຍາທຳ.

ດ້ານ ທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ຄາດວ່າ: ແຜນດຶງດູດນັກທ່ອງທ່ຽວເຂົ້າມາລາວໃນປີທ່ອງທ່ຽວ ລາວ – ຈີນ ອາດຈະບັນລຸເປົ້າ, ມີຫຼາຍສິ່ງຫຼາຍຢ່າງທີ່ທ້າທາຍຕໍ່ຂະແໜງການທ່ອງທ່ຽວ ເພາະສະພາບການໃນປັດຈຸບັນຂອງໂລກ ແລະ ພາກພື້ນຖືວ່າວິກິດ ແລະ ໄດ້ຮັບຊາຕາກຳອັນດຽວກັນເນື່ອງຈາກຫຼາຍບັນຫາ ເຊັ່ນ: ສົງຄາມການຄ້າ, ໄພພິບັດຕ່າງໆ ສົ່ງຜົນໃຫ້ເສດຖະກິດຖົດຖອຍ, ຜູ້ຄົນມີລາຍຮັບໜ້ອຍລົງ ເຊິ່ງເຮັດໃຫ້ນັກທ່ອງທ່ຽວໜ້ອຍລົງ. ຄ່າບໍລິການຢູ່ບັນດາແຫຼ່ງທ່ອງທ່ຽວ, ລາຄາທີ່ພັກໃນຫຼາຍປະເທດຕ້ອງປັບຫຼຸດລາຄາລົງ ເປັນຕົ້ນຄ່າໂຮງແຮມຢູ່ພູເກັດ ປະເທດໄທ ໂດຍປົກກະຕິຫ້ອງພັກລາຄາ 180 ບາດ ຕ້ອງຫຼຸດລົງເຫຼືອພຽງ 100 ບາດຕໍ່ຄືນຕໍ່ຄົນ ເພື່ອດຶງດູດນັກທ່ອງທ່ຽວ.

ສຳລັບ ສປປ ລາວ ເພື່ອໃຫ້ບັນລຸແຜນດຶງດູດນັກທ່ອງທ່ຽວໃນສະເພາະໜ້າ ແລະ ໄລຍະຍາວ ແຕ່ລະພາກສ່ວນຕ້ອງເອົາໃຈໃສ່ຕື່ມປັບປຸງພື້ນຖານ ໂຄງລ່າງ, ຖະໜົນຫົນທາງ, ພັດທະນາການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ, ເນັ້ນອາຫານການກິນທີ່ປອດສານພິດ ພ້ອມທັງສ້າງບຸກຄະລາກອນທີ່ມີຄຸນນະພາບເພື່ອຮອງຮັບນັກທ່ອງທ່ຽວທີ່ເດີນທາງມາກັບຂະບວນລົດໄຟ ລາວ – ຈີນ ແລະ ທາງດ່ວນຕ່າງໆທີ່ຈະສຳເລັດໃນມໍ່ໆນີ້.

ອີງຕາມບົດລາຍງານສະຖິຕິຂອງກົມພັດທະນາການທ່ອງທ່ຽວ ປະຈຳປີ 2018 ໜ້າ 32 ໃຫ້ຮູ້ວ່າ: ໃນໄລຍະ 3 ປີຜ່ານມາ 3 ເດືອນທ້າຍປີນັກທ່ອງທ່ຽວເຂົ້າມາລາວ ພຽງ 1 ລ້ານຄົນ. ດັ່ງນັ້ນ, ຈຶ່ງມີຄວາມທ້າທາຍສົມຄວນໃນການບັນລຸຄາດໝາຍ.

( ຂ່າວ: ກາວຊົ່ງ )