ກວດສອບເສັ້ນທາງ 3 ມື້ສຳຄັນບຸນພະທາດຫຼວງ

217

ລະຫວ່າງວັນທີ 9 – 11 ພະຈິກ ເສັ້ນທາງຫຼາຍເສັ້ນແມ່ນຈະປິດຊົ່ວຄາວ ໂດຍສະເພາະແມ່ນຖະໜົນໄກສອນ ແຕ່ປະຕູໄຊ ຫາ ໄຟແດງໂພນເຄັງ ແລະ ໄຟແດງໂພນທັນ ຫາ ໄຟແດງທາດຫຼວງເພື່ອອຳນວຍຄວາມສະດວກໃຫ້ຜູ້ມາທ່ຽວບຸນທາດຫຼວງ. ດັ່ງນັ້ນ, ຜູ້ຂັບຂີ່ທັງຫຼາຍຈະຕ້ອງໄດ້ວາງແຜນໃຊ້ເສັ້ນທາງອື່ນແທນ.

ທ່ານ ພັນໂທ ຢຸດຕະພົງ   ສຸວັນນະສິງ ຮອງຫົວໜ້າຫ້ອງຕໍາຫຼວດຜູ້ຊີ້ນໍາວຽກງານຈະລາຈອນນະຄອນຫຼວງວຽງຈັນ ໃຫ້ສຳພາດ ໃນວັນທີ 5 ພະຈິກ 2019 ວ່າ: ສະເພາະໃນງານບຸນນະມັດສະການພະທາດຫຼວງປີ 2019 ນີ້ ຈະລາຈອນໄດ້ວາງກຳລັງປະຈຳຢູ່ຫຼາຍຈຸດຕາມເສັ້ນທາງຕ່າງໆຈຳນວນ 500 ກວ່າສະຫາຍ. ສຳລັບບໍລິເວນອ້ອມຂ້າງງານບຸນທາດຫຼວງປະມານ 350 ສະຫາຍ ຍິງ 17 ສະຫາຍ ໂດຍຈັດວາງທຸກຈຸດຕາມບັນດາທາງຮ່ອມ, ທາງຂຶ້ນຮ່ອມ ແລະ ຈຸດຕ່າງໆໃຫ້ສາມາດເຫັນໄດ້ຢ່າງທົ່ວເຖິງ ເພື່ອເຮັດໜ້າທີ່ຮັກສາ ຄວາມປອດໄພ ແລະ ແກ້ໄຂບັນຫາຈະລາຈອນໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈຳປີ 2019 ນີ້.

ລະຫວ່າງວັນທີ 5 – 9 ພະຈິກ 2019 ແມ່ນຈະປ່ອຍການສັນຈອນໄປ – ມາເປັນປົກກະຕິ ແລະ ອຳນວຍຄວາມສະດວກຕາມແຕ່ລະຈຸດແຕ່ລະບ່ອນໃນການໄປ – ມາ ໃຫ້ມີ ຄວາມປອດໄພ. ແຕ່ລະ ຫວ່າງແລງວັນທີ 9 ຫາວັນທີ 11 ພະຈິກ 2019 ເຊິ່ງເປັນມື້ທີ່ມີພິທີທາງສາສະໜາເຈົ້າໜ້າທີ່ຕຳຫຼວດຈະລາຈອນຈະຄວບຄຸມຢ່າງເຂັ້ມງວດໃນການຈັດການສັນຈອນ ໂດຍສະເພາະແມ່ນການປ່ອຍ – ປິດເສັ້ນທາງຕ່າງໆໃນຂອບເຂດບຸນທາດຫຼວງ ຕາມລະບຽບຈະລາຈອນຢ່າງເຂັ້ມງວດ.

ດັ່ງນັ້ນ, ພາຫະນະທີ່ມາຈາກທາງທິດເໜືອແມ່ນຈະແຍກຢູ່ປະຕູໄຊ, ທູດຫວຽດນາມເກົ່າ, 4 ແຍກໜອງບອນ, ວົງວຽນ 450 ປີ; ພາຫະນະມາທາງທິດໃຕ້ແມ່ນແຍກຢູ່ໄຟແດງຮ່ອງແຊງ ຫຼື 3 ແຍກໂພນພະເນົາ ອອກໄປທາງຮ່ອງໄກ່ແກ້ວ; ກໍລະນີມາທາງຫົວຂົວ, ໂນນຄໍ້ ແມ່ນແຍກຢູ່ໄຟແດງທາດຫຼວງ ແລະ ກໍລະນີມາທາງຖະໜົນກຳແພງເມືອງແຍກຢູ່ໂຮງງານສັງກະສີ ໄຟແດງໂພນທັນ ໂດຍເສັ້ນທາງບໍລິເວນເຂດທາດຫຼວງ ຈະປິດເດັດຂາດ ແລະ ຂໍໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈົ່ງໃຊ້ເສັ້ນທາງທີ່ເຈົ້າໜ້າທີ່ກຳນົດຢ່າງຊັດເຈນ.

ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຜູ້ມາທ່ຽວບຸນ ໃຫ້ເອົາໃຈໃສ່ຕິດຕາມແຈ້ງການຕ່າງໆຂອງເຈົ້າໜ້າທີ່ ປກສ ເລກທີ 479 ໂດຍສະເພາະການແຍກ, ການເວັ້ນເສັ້ນທາງຂອງຜູ້ທີ່ບໍ່ມີຈຸດປະສົງມາບຸນທາດຫຼວງ ເພື່ອໃຫ້ການສັນຈອນມີຄວາມສະດວກ ແລະ ຕິດຕາມການຊີ້ນໍາເຈົ້າໜ້າທີ່ຈະລາຈອນຕາມແຕ່ລະຈຸດແຕ່ລະບ່ອນ.

( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ )