ຢາກມີບໍລິການດີໆແບບນີ້ຕະຫຼອດເດ້ ອິນຊີ ເປີດໃຫ້ມວນຊົນນຸ່ງຊຸດຖ່າຍຮູບ ຟຣີ

147

ເປັນເລື່ອງທີ່ໃຜໆຮູ້ແລ້ວກໍຕ້ອງໄປຮ່ວມກິດຈະກໍາ ແລະ ຄວ້າໂອກາດ ເມື່ອໄດ້ຍິນຄໍາວ່າ ຟຣີ ຫຼື ໄດ້ລ້າໆ ເມື່ອກຸ່ມບໍລິສັດ ອິນຊີ ຈັດກິດຈະກໍາຖ່າຍຮູບພາບຜ່ານຊີວິດການເປັນຢູ່ແບບລາວໆ, ການວາງສະແດງຮູບພາບໃນອະດີດ ແລະ ການວາງສະແດງສິນຄ້າ

ພ້ອມທັງເປັນການເປີດໂຕຮ້ານຄ້າອອນລາຍ Onxon.com ເພື່ອສະເຫຼີມສະຫຼອງບຸນພະທາດຫຼວງ, ເປັນການສືບສານວັດທະນະທໍາລາວໃຫ້ມວນຊົນໄດ້ເຫັນ ສໍາພັດວິຖີຄົນລາວຍຸກເກົ່າ.

ພິທີເປີດໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2019 ທີ່ ບໍລິສັດ ອິນຊີ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ມະໂນທໍາ ເພັດສີລິແສງ ປະທານກຸ່ມບໍລິສັດອິນຊີ ພ້ອມດ້ວຍພະນັກງານ ແລະ ມວນຊົນເຂົ້າຮ່ວມກວ່າ 80 ຄົນ.

ທ່ານ ມະໂນທໍາ ເພັດສີລິແສງ ໃຫ້ສໍາພາດວ່າ: ການຈັດກິດຈະກໍານີ້ກໍເພື່ອເປັນການສະເຫຼີມສະຫຼອງບຸນພະທາດຫຼວງ ແລະ ເປີດໂຕຮ້ານຄ້າອອນລາຍ Onxon.com ໃນຮູບແບບການສືບສານອະນຸລັກຮີດຄອງປະເພດນີລາວໂດຍມີການຖ່າຍຮູບກັບວິຖີການດໍາລົງຊີວິດຂອງຄົນລາວ, ເຄື່ອງດົນຕຣີລາວ, ຫ້ອງຄົວ ແລະ ຊຸດລາວໃຫ້ປ່ຽນຖ່າຍຮູບ.

ນອກຈາກນີ້, ຍັງວາງສະແດງຮູບພາບຊີວິດການເປັນຢູ່ຂອງຄົນໃນສະໄໝກ່ອນຫຼາຍກວ່າ 100 ຮູບ ເຊິ່ງເປັນຮູບທີ່ຫາເບິ່ງໄດ້ຍາກໃນສະໄໝນີ້ ແລະ ຍັງມີກິດຈະກໍາຈາກບູດວາງສະແດງສິນຄ້າຂອງພວກເຮົາໃຫ້ເລືອກຊົມຫຼາຍຢ່າງອີກດ້ວຍ.

ພາຍໃນກິດຈະກໍາດັ່ງກ່າວ ເພິ່ນມີຊຸດ, ເຄື່ອງປະດັບລາກຫຼາຍໃຫ້ເຮົາໄດ້ປ່ຽນ ໄດ້ໃຊເພື່ອຍ້ອນຍຸກເປັນສາວສະໄໝກ່ອນ ນອກຈາກນັ້ນຍັງເປັນການບົ່ງບອກເຖິງວັດທະນະທໍາທີ່ດີງາມຂອງແມ່ຍິງລາວ, ຄົນລາວທີ່ມີມາແຕ່ບູຮານນະການເຖິງປັດຈຸບັນ ທີ່ສໍາຄັນຄືທຸກຢ່າງແມ່ນຟຣີ ຟຣີ ສະເພາະງານບຸນທາດຫຼວງນີ້ເທົ່ານັ້ນ

ເຊິ່ງເລີ່ມເປີດແຕ່ວັນທີ 5 ຫາ 11 ພະຈິກ 2019 ສໍາລັບການເຂົ້າຊົມ, ເຄື່ອງແຕ່ງກາຍ ແລະ ເຄື່ອງປະດັບແມ່ນບໍ່ໄດ້ເສຍຄ່າໃດໆ ສາມາດເຂົ້າມາຮ່ວມກິດຈະກໍາໄດ້ທີ່ ບໍລິສັດ ອິນຊີ ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ເປີດແຕ່ເວລາ 9:00 ຫາ 20:00 ໂມງເດີ້.