ແຂວງອື່ນກໍ່ຄວນມີຄືບໍລິຄຳໄຊ ລົງແກ້ໄຂບັນຫາພົນລະເມືອງຕົກຫຼົ່ນ ທີ່ຍັງບໍ່ຂຶ້ນສຳມະໂນຄົວ

244

ເພື່ອຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ກໍ່ຄືພາຍໃນບ້ານຕ່າງໆທີ່ເປັນພື້ນຖານອັນສຳຄັນຂອງຊາດໃຫ້ມີຄວາມສະຫງົບປອດໄພ ແນໃສ່ເຮັດໃຫ້ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ຫຼຸດນ້ອຍຖອຍລົງເທື່ອລະກ້າວ. ພ້ອມທັງສ້າງເຂົ້າໃຈ ໃຫ້ປະຊາຊົນບັນດາເຜົ່າ ຮັບຮູ້ເຖິງຄວາມສຳຄັນຂອງການຂຶ້ນສຳມະໂນຄົວ, ອັດຕາການເພີ່ມຂຶ້ນ ຫຼື ຫຼຸດລົງ ຫຼື ການຍົກຍ້າຍເຂົ້າ-ອອກຂອງພົນລະເມືອງພາຍໃນບ້ານ. ພ້ອມທັງຮັບຮອງເອົາບຸກຄົນທີ່ມາເປັນໃພ້ ຫຼື ເຂີຍທີ່ໂຍກຍ້າຍມາ ໄດ້ຮັບການຂຶ້ນສຳມະໂນຄົວ ຖືກຕ້ອງຕາມລະບຽບກົດໝາຍ.

ອີງຕາມຂ່າວທ້ອງຖິ່ນ ແຂວງ ບໍລິຄຳໄຊ ລາຍງານວ່າ: ເພື່ອແນໃສ່ຫຼຸດຜ່ອນບັນຫາຄົນເຖື່ອນ ຕາມຫົວຂໍ້ວິທະຍາສາດຂອງ ວ່າດ້ວຍການແກ້ໄຂບັນຫາ 4 ເຖື່ອນ ໃຫ້ປະກົດຜົນເປັນຈິງນັ້ນ ມາໃນວັນທີ 4 ຕຸລາ 2019 ພະແນກສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງປາກຊັນ ສົມທັບ ກັບ ປກສ ກຸ່ມເທດສະບານ 01 ໄດ້ລົງແກ້ໄຂບັນຫາຄົນຕົກຫຼົ່ນ, ທີ່ຍົກຍ້າຍມາເປັນໃພ້, ເປັນເຂີຍ ທີ່ບໍ່ທັນຂຶ້ນສໍາມະໂນຄົວຢູ່ບ້ານ ສີມຸງຄຸນ ເມືອງປາກຊັນ ເຊິ່ງນຳໂດຍ ທ່ານ ພັນໂທ ທົນທະວີ ໂພຄໍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ມີຄະນະພະແນກ, ຫົວໜ້າໜ່ວຍງານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ຫຼ້າສຸດ, ໃນວັນທີ 06 ພະຈິກ 2019, ພະແນກສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງປາກຊັນ ໄດ້ສືບຕໍ່ລົງແກ້ໄຂບັນຫາຄົນຕົກຫຼົ່ນ, ທີ່ໂຍກຍ້າຍມາເປັນໃພ້ ຫຼື ເຂີຍ ທີ່ບໍ່ທັນຂຶ້ນສໍາມະໂນຄົວໃຫ້ແກ່ບ້ານ ມີໄຊ ເມືອງປາກຊັນ ໄດ້ຮັບການຂຶ້ນສຳມະໂນຄົວຖືກຕ້ອງຕາມລະບຽບກົດໝາຍ.

ເຊິ່ງກ່ອນໜ້ານີ້ຄື ວັນທີ 25 ມິຖຸນາ ຫາ 18 ກໍລະກົດ 2019 ພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ກໍ່ໄດ້ສົມທົບກັບຫ້ອງການພາຍໃນເມືອງ ປາກຊັນ ລົງແກ້ໄຂສຳມະໂນຄົວຕົກຄ້າງ ແລະ ຄົນຕົກຫຼົ່ນຢູ່ 16 ບ້ານ ເຂດໂພນໄຊ ເມືອງ ປາກຊັນ ແຂວງ ບໍລິຄຳໄຊເຊັ່ນດຽວກັນ.

ຂໍ້ມູນ: ປ້ອງກັນຄວາມສະຫງົບ ບໍລິຄຳໄຊ