ຢູເອອີຄົ້ນພົບບໍນໍ້າມັນດິບ-ແກ໊ສແຫ່ງໃໝ່ປະລິມານມະຫາສານ

78

ສະຫະລັດອາຣັບເອເມຣັດຫຼືຢູເອອີປະເທດຜະລິດນໍ້າມັນລະດັບແຖວໜ້າຂອງໂອເປັກຄົ້ນພົບບໍນໍ້າມັນ ແລະ ແກ໊ສທໍາມະຊາດແຫ່ງໃໝ່ປະລິມານມະຫາສານເຊິ່ງເຮັດໃຫ້ຢູເອອີຫຍັບຂຶ້ນສູ່ອັນດັບ6ຂອງໂລກປະເທດທີ່ມີປະລິມານສໍາຮອງນໍ້າມັນດິບ ແລະ ແກ໊ສທໍາມະຊາດຫຼາຍທີ່ສຸດ.

ໂດຍການຄົ້ນພົບໃໝ່ປະກອບມີບໍນໍ້າມັນດິບປະມານ7.000ລ້ານບາເຣວ ແລະ ບໍແກ໊ສທໍາມະຊາດປະມານ58ພັນຕື້ຄິວບິກຟຸດ.

ການຄົ້ນໃໝ່ຈະເຮັດໃຫ້ປະລິມານນໍ້າມັນດິບສໍາຮອງຂອງຢູເອອີເພີ່ມຂຶ້ນເປັນ105.000ລ້ານບາເຣວແຊງກູເວດຂຶ້ນອັນດັບ6ປະເທດທີ່ມີນໍ້າມັນດິບສໍາຮອງຫຼາຍທີ່ສຸດໃນໂລກ,ສ່ວນປະລິມານແກ໊ສທໍາມະຊາດສໍາຮອງເພີ່ມຂຶ້ນເປັນ273ພັນຕື້ຄິວບິກຟຸດ.

ຢູເອອີສູບນໍ້າມັນດິບຂຶ້ນມາໃຊ້ປະມານ3ລ້ານບາເຣວຕໍ່ວັນ ແລະ ຜະລິດແກ໊ສທໍາມະຊາດດິບມື້ລະປະມານ10.500ລ້ານຄິວບິກຟຸດ.