ຜູ້ນໍາຈີນຊີ້ຕ້ອງກໍາຈັດອຸປະສັກທາງການຄ້າຍຶດໝັ້ນໃນພະຫຸພາຄີ

61

ປະທານປະເທດຈີນເນັ້ນຢໍ້າໃນເລື່ອງການກໍາຈັດອຸປະສັກທາງການຄ້າ,ຍຶດໝັ້ນໃນຫຼັການການຄ້າພະຫຸພາຄີ,ຕໍ່ຕ້ານການປົກປ້ອງການຄ້າ ແລະ ການດໍາເນີນການແຕ່ຝ່າຍດຽວ.

ທ່ານ ສີ ຈິ້ນຜິງ ປະທານປະເທດຈີນກ່າວສູນທອນພົດເປີດງານມະຫະກໍາສະແດງສິນຄ້ານໍາເຂົ້າສາກົນປະຈໍາປີ2019ຢູ່ທີ່ນະຄອນ ຊຽງໄຮເມື່ອບໍ່ດົນມານີ້ວ່າ:ນາໆຊາດຈະຕ້ອງເພີ່ມຄວາມພະຍາຍາມໃນການສົ່ງເສີມຄວາມຮ່ວມມືສາກົນ ແລະ ກໍາຈັດອຸປະສັກທາງການຄ້າເພາະບໍ່ມີປະເທດໃດສາມາດແກ້ໄຂອຸປະສັກຂອງການພັດທະນາເສດຖະກິດໂລກໄດ້ພຽງລໍາພັງ.

ປະຊາຄົມໂລກຈະຕ້ອງຮ່ວມມືກັນທໍາລາຍກໍາແພງທີ່ມີຢູ່ຫຼາຍກວ່າສ້າງຂຶ້ນມາ  ໃໝ່,ຕໍ່ຕ້ານການປົກປ້ອງທາງການຄ້າ ແລະ ການກະທໍາແຕ່ຝ່າຍດຽວ ແລະ ເດີນໜ້າຫຼຸດອຸປະສັກທາງການຄ້າຕໍ່ໄປ.

ໂອກາດນີ້ຜູ້ນໍາຈີນເນັ້ນຢໍ້າສິ່ງທີ່ເຄີຍປະກາດວ່າຈະເປີດເສດຖະກິດຈີນໃຫ້ແກ່ໂລກພາຍນອກຕໍ່ໄປ ແລະ ເພີ່ມການປົກປ້ອງຊັບສິນທາງປັນຍາ.ພ້ອມທັງສະແດງຄວາມຫວັງວ່າຄວາມຕົກລົງຫຸ່ນສ່ວນທາງເສດະກິດລະດັບອາຊີຫຼືອາເຊັບ ຈະສາມາດລົງນາມ ແລ ະມີຜົນບັງຄັບໃຊ້ໃນມໍ່ໆນີ້ຫຼັງຈາກອິນເດຍຖອນຕົວອອກໄປ.