ຄຳມ່ວນຫາລື ວຽກງານໂພຊະນາການໃນຊຸມຊົນທີ່ສ່ຽງຂາດສານອາຫານ

141

ການຄ້ຳປະກັນສະບຽງອາຫານ ແລະ ບໍລິໂພກໃຫ້ໄດ້ຕາມຫຼັກໂພຊະນາການ ແມ່ນໜຶ່ງວຽກງານທີ່ສຳຄັນ ເຊິ່ງຄວນເອົາໃຈໃສ່ ເນື່ອງຈາກອາຫານເປັນສ່ວນສຳຄັນຂອງການມີສຸຂະພາບທີ່ດີ. ຖ້າປະຊາຊົນມີສຸຂະພາບດີແຂງແຮງກໍ່ໝາຍເຖິງວຽກງານການພັດທະນາປະເທດຊາດຈະດີຂຶ້ນໄປຕາມ.

ສະນັ້ນ ເພື່ອວຽກງານດັ່ງກ່າວ ໃນວັນທີ 1 ພະຈິກ 2019 ຜ່ານມາ ທີ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ສະຫຼຸບຜົນງານການຈັດຕັ້ງປະຕິບັດກິດຈະກຳໄຕມາດທີ 3 ແລະ ທິດທາງໄຕມາດທີ 4 ປີ 2019 ຂອງໂຄງການຮ່ວມມື ເພື່ອການປັບປຸງວຽກງານຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການຂອງຊຸມຊົນທີ່ມີຄວາມສ່ຽງຂາດສານອາຫານໃນແຂວງ.
ໂດຍການເປັນປະທານຂອງ ທ່ານ ທອນລະຂັນ ໄຊປັນຍາ, ຫົວໜ້າພະແນກສາທາລະນະສຸກແຂວງຄຳມ່ວນ ແລະ ທ່ານ ໄມເຄີຣ ພິກສ ຜູ້ອຳນວຍການອົງການເພື່ອສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກປະຈຳ ສ ປປລາວ, ມີອົງການ F-PP, ອົງການ UNICFF, ອົງການສຸພານິມິດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ຢາວມົວ ຫົວໜ້າໂຄງການຮ່ວມມື ເພື່ອການປັບປຸງວຽກງານຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການຂອງຊຸມຊົນທີ່ມີຄວາມສ່ຽງທາງດ້ານການຂາດສານອາຫານ ປະຈຳແຂວງຄຳມ່ວນ ໄດ້ຂຶ້ນກ່າວໃນທີ່ປະຊຸມວ່າ: ຈຸດປະສົງລວມຂອງໂຄງການຮ່ວມມື ກໍ່ເພື່ອເປັນການປັບປຸງວຽກງານຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການຂອງຊຸມຊົນທີ່ມີຄວາມສ່ຽງຂາດສານອາຫານ ແນໃສປະກອບສ່ວນປັບປຸງການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃຫ້ບັນລຸບຸລິມະສິດທີ 1 ຂອງຍຸດທະສາດ ແລະ ແຜນປະຕິບັດງານໂພຊະນາການແຫ່ງຊາດປີ 2016-2020 ຂອງ ສປປ ລາວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

ເປົ້າໝາຍຫຼັກຂອງໂຄງການ ກໍ່ແມ່ນເພື່ອປັບປຸງສະຖານະພາບດ້ານໂພຊະນາການ ແລະ ການຄໍ້າປະກັນສະບຽງອາຫານໃນ 5.000 ຄົວເຮືອນທີ່ມີຄວາມສ່ຽງໃນ 100 ບ້ານຂອງ 6 ເມືອງ ຢູ່ແຂວງຄຳມ່ວນ ໂດຍເນັ້ນໜັກໃສ່ເດັກອາຍຸຕ່ຳກ່ວາ 5 ປີ; ແມ່ຍິງໄວຈະເລີນພັນ ເຊິ່ງລວມທັງແມ່ຍິງຊົນເຜົ່າ; ຊຸມຊົນທີ່ທຸກຍາກ; ຜູ້ອົບພະຍົກ ແລະ ກຸ່ມຊາວໜຸ່ມ.

ໂຄງການນີ້ກວມເອົາ 6 ເມືອງ 100 ບ້ານເຊັ່ນ: ເມືອງບົວລະພາ 17 ບ້ານ, ເມືອງຄູນຄຳ 17 ບ້ານ, ເມືອງມະຫາໄຊ 17 ບ້ານ, ເມືອງຍົມມະລາດ 17 ບ້ານ, ເມືອງທ່າແຂກ 15 ບ້ານ ແລະ ເມືອງໄຊບົວທອງ 17 ບ້ານ.
ພ້ອມກັນນີ້, ໃນທີ່ປະຊຸມຍັງໄດ້ມີການຜັດປ່ຽນກັນປະກອບຄຳຄິດເຫັນ ຕໍ່ກັບການຈັດຕັ້ງປະຕິບັດໄຕມາດ 3 ແລະ ປະກອບຄຳເຫັນວາງແຜນການຈັດຕັ້ງປະຕິບັດວຽກງານໃນໄຕມາດທີ 4 ຕໍ່ໜ້າ.

ທີ່ມາ: Khammouane News