ວິທີລົບໄຟລ໌ສຽງທີ່ ສິຣິ ແອບຟັງສຽງໃນຂະນະໃຊ້ໂທລະສັບ

572

ສິຣິ ( Siri ) ແອບຟັງສຽງເຮົາໃນຂະນະທີ່ໃຊ້ອຸປະກອນ ເພື່ອນຳໄປວິເຄາະ ແລະ ປະເມີນຜົນຄຳຕອບ ຫຼື ຄຳຄົ້ນຫາໃຫ້ດີຂຶ້ນ ແຕ່ຜູ້ໃຊ້ສາມາດເລືອກລົບຂໍ້ມູນໄຟລ໌ສຽງທີ່ ສີຣິ ເກັບໄວ້ໃນເຄື່ອງໄດ້ດ້ວຍວິທີດັ່ງນີ້:

1 ຕັ້ງຄ່າໃຫ້ Siri ຢຸດເກັບປະຫວັດ ຢຸດແອບຟັງສຽງເຮົາມາວິເຄາະ.

ເຂົ້າໄປທີ່ການຕັ້ງຄ່າ – ເລືອກຄວາມເປັນສ່ວນ   ຕົວ – ເລືອກການວິເຄາະ ແລະ ການປັບປຸງ ແລ້ວປິດສະວິດທີ່ປັບປຸງ Siri ແລະ ປະຕິບັດຕາມຄຳແນະນຳ ພຽງເທົ່ານີ້ Siri ຈະບໍ່ບັນທຶກສຽງເຂົ້າໄປໃນເຄື່ອງ iPadOS ຫຼື ໃນ iOS13 ສຳລັບ iPhone, iPod Touch.

2 ວິທີລົບຂໍ້ມູນສຽງທີ່ Siri ແອບບັນທຶກ.

ເຂົ້າໄປທີ່ການຕັ້ງຄ່າ – ເລືອກ Siri ແລະ ການຄົ້ນຫາ – ກົດທີ່ປະຫວັດ Siri ແລະ ເຮັດຕາມຄຳແນະນຳຕໍ່ດ້ວຍລົບປະຫວັດ Siri ແລະ ປະຕິບັດຕາມຄຳແນະນຳ ( ປ້ອນຕາມຄຳບອກ ).

ພຽງເທົ່ານີ້ສຽງທີ່ Siri ບັນທຶກສຽງເຮົາໄວ້ ກໍຈະເອົາອອກຈາກເຊີເວີຂອງ Apple.

[ ໂດຍ: ສົມລົດ ]

ທີ່ມາ: https://www.it24hrs.com/2019/disable-and-delete-siri-history/