ບໍລິສັດ ອິນຊີ ເປີດໃຫ້ມວນຊົນຖ່າຍຮູບສືບສານປະເພນີລາວໂດຍບໍ່ເສຍຄ່າ

108

ກຸ່ມບໍລິສັດ ອິນຊີ ຈັດກິດຈະກໍາຖ່າຍຮູບພາບຜ່ານຊີວິດການເປັນຢູ່ແບບລາວໆ, ການວາງສະແດງຮູບພາບໃນອະດີດ ແລະ ການວາງສະແດງສິນຄ້າ ພ້ອມທັງເປັນການເປີດໂຕຮ້ານຄ້າອອນລາຍ Onxon.com ຂຶ້ນເມື່ອວັນທີ 4 ພະຈິກຜ່ານມາເພື່ອສະເຫຼີມສະຫຼອງບຸນພະທາດຫຼວງ, ເປັນການສືບສານວັດທະນະທໍາລາວໃຫ້ມວນຊົນໄດ້ເຫັນ ແລະ ໄດ້ເຂົ້າມາສໍາຜັດວິຖີຄົນລາວຍຸກເກົ່າ.

ທ່ານ ມະໂນທໍາ ເພັດສີລິແສງ ປະທານ ກຸ່ມບໍລິສັດ ອິນຊີ ໃຫ້ສໍາພາດວ່າ: ການຈັດກິດຈະກໍານີ້ກໍເພື່ອເປັນການສະເຫຼີມສະຫຼອງບຸນພະທາດຫຼວງ ແລະ ເປີດໂຕຮ້ານຄ້າອອນລາຍ Onxon.com ໃນຮູບແບບການ ສືບສານອະນຸຮັກຮີດຄອງປະເພດນີລາວ ໂດຍມີການຖ່າຍຮູບກັບວິຖີການດໍາລົງຊີວິດຂອງຄົນລາວ, ເຄື່ອງດົນຕີລາວ, ຫ້ອງຄົວ ແລະ ຊຸດລາວໃຫ້ປ່ຽນຖ່າຍຮູບ. ນອກຈາກນີ້, ຍັງວາງສະແດງຮູບພາບຊີວິດການເປັນຢູ່ຂອງຄົນໃນສະໄໝກ່ອນຫຼາຍກວ່າ 100 ຮູບ ເຊິ່ງເປັນຮູບທີ່ຫາເບິ່ງໄດ້ຍາກໃນສະໄໝນີ້ ແລະ ຍັງມີກິດຈະກໍາຈາກຫ້ອງວາງສະແດງສິນຄ້າຂອງພວກເຮົາໃຫ້ເລືອກຊົມ.

ສໍາລັບຮ້ານຄ້າອອນລາຍ Onxon.com ແມ່ນເປັນຮ້ານຄ້າຂອງຄົນລາວເພື່ອຄົນລາວ ໂດຍເປັນການຊື້ – ຂາຍອອນລາຍທີ່ສ້າງຄວາມສະດວກສະບາຍໃຫ້ຄົນລາວໄດ້ຊື້ງ່າຍ ແລະ ຂາຍສະດວກ ເຊິ່ງເປັນການສັ່ງຊື້ຜ່ານເວັບໄຊ ຫຼື ແອັບພລິເຄຊັນ ສາມາດສະໝັກສະມາຊິກ ແລະ ລົງຂາຍສິນຄ້າໄດ້ໂດຍບໍ່ເສຍຄ່າແບບບໍ່ຈໍາກັດລາຍການ.

ການຈັດກິດຈະກໍາຖ່າຍຮູບທີ່ລະນຶກຄັ້ງນີ້ເລີ່ມເປີດແຕ່ວັນທີ 5 ຫາ 11 ພະຈິກ 2019 ສໍາລັບການເຂົ້າຊົມ, ເຄື່ອງແຕ່ງກາຍ ແລະ ເຄື່ອງປະດັບແມ່ນບໍ່ໄດ້ເສຍຄ່າໃດໆ ສາມາດເຂົ້າມາຮ່ວມກິດຈະກໍາໄດ້ທີ່ ບໍລິສັດ ອິນຊີ ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປີດແຕ່ເວລາ 9:00 ໂມງ ຫາ 20:00 ໂມງ.

( ຂ່າວ: ທິບອຸສາ,ຮູບ: ວິລະສັກ )