ສາວແດນນາງຟ້າ ປຸກກີ້ ທິບພາພອນ ສານຝັນຕໍ່ໃນເວທີນາງສາວລາວ 2019

248

ອີກໜຶ່ງສາວດິນແດນໃດໂນເສົາ ໜຶ່ງໃນຜູ້ເຂົ້າປະກວດນາງສາວລາວ 2019 ຫຼື Miss Laos 2019 ໝາຍເລກ 10 ຄື ປຸກກີ້ ທິບພາພອນ ສົມຈະເລີນ ອາຍຸ 17 ປີ, ສ່ວນສູງ 167 cm, ສັດສ່ວນ 33-26-35.

ຕອນນີ້ນ້ອງກໍາລັງຮຽນໂຮງຮຽນ ມ ປາຍ ໂພນສະຫວັນ ແຂວງ ສະຫວັນນະເຂດ ຊັ້ນ ມ 7 ປັດຈຸບັນຢູ່ບ້ານໄຊຍະມຸງຄຸນ ນະຄອນໄກສອນ ແຂວງສະຫວັນນະເຂດ

ປຸກກີ້ ບອກວ່າ: ເຫດຜົນທີ່ເລືອກເຂົ້າມາປະກວດນາງສາວລາວປີນີ້ ກໍ່ເພາະເປັນເວທີໜຶ່ງ ທີ່ເປີດໂອກາດໃຫ້ແມ່ຍິງຂຶ້ນມາສະແດງສັກກະຍະພາບ ຄວາມຮູ້ຄວາມສາມາດ, ສະແດງຄຸນຄ່າຂອງຕົວເອງໃຫ້ສັງຄົມໄດ້ຮັບຮູ້ ແລະ ເປັນເວທີທີ່ໃຫ້ເຍົາວະຊົນໄວໜຸ່ມ, ໄດ້ຮຽນຮູ້ເຖິງວັດທະນະທຳ, ຮີດຄອງປະເພນີລາວ.

ຜ່ານມານ້ອງເຄີຍປະກວດນາງສັງຂານສະຫວັນນະເຂດປະຈຳປີ 2018 ແລະ ນ້ອງກໍໄດ້ຮັບຕຳແໜ່ງ ນາງ ກິນນາລີ ຮອງອັນດັບ 6 ແລະ ກໍເດີນແບບ, ຖ່າຍແບບຕ່າງໆນໍາ.

ສໍາລັບຕົວນ້ອງເອງ ກໍມີຄວາມຄາດຫວັງກັບເວທີນີ້ ເພາະເປັນຄວາມຝັນມາແຕ່ນ້ອຍ ແລະຈະພະຍາຍາມເຮັດອອກມາໃຫ້ດີທີ່ສຸດ ເພາະຕັ້ງແຕ່ມື້ທີ່ຈະລົງຄັດເລືອກຂັ້ນແຂວງ ຈົນໄດ້ມາເປັນຕົວແທນຂອງແຂວງ ທຸກສິ່ງທຸກຢ່າງ ນ້ອງເຮັດມາດ້ວຍໃຈຈິງ ແລະ ມີຄວາມສຸກກັບສິ່ງທີ່ປະຕິບັດຢູ່.

ສ່ວນເຄັດລັບໃນການຮັກສາສຸຂະພາບແລະຮ່າງກາຍ ສຳລັບໂຕປຸກກີ້ເອງກໍບໍ່ມີຫຍັງຫຼາຍ ພຽງແຕ່ດື່ມນ້ຳໃຫ້ຫຼາຍຂຶ້ນ ພັກຜ່ອນໃຫ້ພຽງພໍແລະ ອອກກຳລັງກາຍເປັນປະຈຳ.

ເວລາວ່າງສ່ວນໃຫຍ່ແລ້ວ ກີ້ເອງກໍມັກຈະຫາຄຳສັບໃໝ່ ຄວາມຮູ້ໃໝ່ໆ ຕາມປຶ້ມຕ່າງໆຫຼືທາງໂຊຊ້ຽວ ເພື່ອພັດທະນາຕົນເອງໃຫ້ຫຼາຍຂຶ້ນ

ເປັນຄົນມັກສະອາດ ແລະ ມີຄວາມເປັນຜູ້ໃຫຍ່ກວ່າທັງຄວາມຄິດແລະການກະທຳ, ນ້ອງມີເອື້ອຍແລະນ້ອງຊາຍ ນ້ອງເປັນລູກຄົນທີ2.

ເປົ້າໝາຍໃນອະນາຄົດຂອງຕົວກີ້ເອງແລ້ວ ກໍຄືຢາກເຂົ້າເຮັດວຽກເປັນພະນັກງານລັດ ທີ່ສາມາດເບິ່ງແຍງແມ່ແລະຄອບຄົວໄດ້.

.

.

.