ອາທິດນີ້ພາກກາງ -ໃຕ້ຈະມີຝົນຕົກ

193

ສະພາບອາກາດອາທິດນີ້ ຈະເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ແລະ ລົມພັດແຮງຢູ່ຫຼາຍທ້ອງຖິ່ນໃນພາກກາງ – ພາກໃຕ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໄລຍະວັນທີ 4 ຫາ 10 ພະຈິກ 2019 ວ່າ: ໃນໄລຍະວັນທີ 4 ຫາ 6 ພະຈິກ ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຍັງຈະມີກຳລັງປານກາງປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນຕົກສ່ຽງເໜືອພັດປົກຄຸມຢູ່ເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ. ຈາກນັ້ນ, ວັນທີ 7 ຫາ 10 ພະຈິກ ຄວາມກົດດັນອາກາດສູງຂອງອາກາດເຢັນຈະສືບຕໍ່ປົກຄຸມຢູ່ແຂວງພາກເໜືອຫາພາກກາງ, ສ່ວນພາກໃຕ້ຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ພ້ອມມີລົມພັດແຮງຢູ່ຫຼາຍທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 4 ຫາ 6 ພະຈິກ ອາກາດຍັງຈະເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນ, ວັນທີ 7 ຫາ 10 ພະຈິກ ອາດຍັງສືບຕໍ່ເຢັນຫາໜາວເຢັນ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ແຂວງຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 15 – 17 ອົງສາ ແລະ ສູງສຸດ 24 – 26 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 4 ຫາ 6 ພະຈິກ ອາກາດເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ແຂວງຫຼວງນ້ຳທາ, ຫຼວງພະບາງ ແລະ ໄຊຍະບູລີ. ຈາກນັ້ນ, ວັນທີ 7 ຫາ 10 ພະຈິກ ອາດຍັງຈະເຢັນຢູ່ຕື່ມອີກ ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ພາກກາງ: ໃນໄລຍະວັນທີ 4 ຫາ 6 ພະຈິກ ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ໂດຍສະເພາະຢູ່ທາງດ້ານຕາເວັນອອກຂອງພາກ. ຈາກນັ້ນ, ວັນທີ 7 ຫາ 10 ພະຈິກ ຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍຢູ່ທາງດ້ານຕາເວັນອອກຂອງພາກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ ແລະ ບໍລິຄຳໄຊ ອຸນຫະພູມຕ່ຳສຸດ 20 – 22 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໄລຍະວັນທີ 4 ຫາ 6 ພະຈິກ ອາກາດຈະເຢັນຫາໜາວເຢັນ ແລະ ຈະມີໝອກປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ຈາກນັ້ນ, ວັນທີ 7 ຫາ 10 ພະຈິກ ອາກາດຍັງສືບຕໍ່ເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜ້າປົກຫຸ້ມຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 25 – 27 ອົງສາ.

ພາກໃຕ້: ໃນໄລຍະວັນທີ 4 ຫາ 6 ພະຈິກ ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດອ່າວເຢັນພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ. ຈາກນັ້ນ, ວັນທີ 7 ຫາ 10 ພະຈິກ ຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ອຸນຫະພູມຕ່ຳສຸດ 21 – 23 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 4 ຫາ 10 ພະຈິກ ອາກາດຈະເຢັນຫາໜາວ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 11 – 13 ອົງສາ ແລະ ສູງສຸດ 23 – 25 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 4 ຫາ 10 ພະຈິກອາກາດອ່າວເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີເຝື້ອປົກຄຸມເປັນບາງສ່ວນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 32 – 34 ອົງສາ.