ກອງປະຊຸມສຸດຍອດອາຊຽນບວກສາມ ເຫັນດີສືບຕໍ່ຮ່ວມມຶືກັນໃນບັນດາຂະແໜງການບູລິມະສິດ

306
From left, Malaysian Prime Minister Mahathir Mohamad, Myanmar leader Aung San Suu Kyi, Philippines Foreign Affairs Assistant Secretary for ASEAN Affairs Junever Mahilum-West, Singapore's Prime Minister Lee Hsien Loong, Japanese Prime Minister Shinzo Abe, Chinese Premier Li Keqiang, Thailand Prime Minister Prayuth Chan-ocha, South Korean President Moon Jae-in, Vietnamese Prime Minister Nguyen Xuan Phuc, Brunei Sultan Hassanal Bolkiah, Cambodian Prime Minister Hun Sen, Indonesian President Joko Widodo and Laos Prime Minister Thongloun Sisoulith pose for a group photo at the Association of Southeast Asian Nations (ASEAN) Plus Three summit in Nonthaburi, Thailand, Monday, Nov. 4, 2019. (AP Photo/Aijaz Rahi)

ໃນວັນທີ 4 ພະຈິກ 2019 ທີ່ ບາງກອກ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນຳພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນ ກັບບັນດາຄູ່ເຈລະຈາອາຊຽນ ເຊັ່ນ: ກອງປະຊຸມສຸດອາຊຽນບວກສາມ ຄັ້ງທີ 22; ກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ຄັ້ງທີ 7; ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14; ແລະ ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 22.

ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 22ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືອາຊຽນບວກສາມໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນບວກສາມ ໄລຍະ 2018-2022 ແລະ ຂໍ້ສະເໜີແນະຂອງໜ່ວຍງານວິໄສທັດອາຊີຕາເວັນອອກຊຸດທີສອງ (EAVG II). ນອກຈາກນີ້, ກອງປະຊຸມຍັງໄດ້ສືບຕໍ່ຢໍ້າຄືນບົດບາດສຳຄັນຂອງກົນໄກຮ່ວມມືອາຊຽນບວກສາມໃນການສົ່ງເສີມການຮ່ວມມືເພື່ອການພັດທະ ນາ ແລະ ການເຕີບໂຕດ້ານເສດຖະກິດ ເພື່ອກ້າວໄປສູ່ການບັນລຸເປົ້າໝາຍໄລຍະຍາວຂອງການສ້າງປະຊາຄົມອາຊີຕາເວັນອອກ ໂດຍມີອາຊຽນ ເປັນແກນກາງ.ສຳລັບໄລຍະຕໍ່ໜ້າ, ຜູ້ນຳອາຊຽນບວກສາມ ເຫັນດີຈະສືບຕໍ່ຮ່ວມມຶືກັນໃນບັນດາຂະ ແໜງການບູລິມະສິດ ຄື: ຂະແໜງການເງິນ, ກະສິກຳ, ການຮ່ວມມືດ້ານເສດຖະກິດ ແລະ ການເງິນ, ການເຊື່ອມຈອດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການສຶກສາ, ສາທາ, ໄພພິບັດທຳມະຊາດ, ຕ້ານອາຊະກຳຂ້າມຊາດ ແລະ ອື່ນໆ. ພິເສດກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫລງການ ວ່າດ້ວຍການເຊື່ອມສານບັນດາຂໍ້ລິເລີ່ມການເຊື່ອມຈອດແນໃສ່ຮັດແໜ້ນການຈັດຕັ້ງປະຕິບັດແຜນງານ/ໂຄງການບູລິມະສິດພາຍໃຕ້ ແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ການເຊື່ອມສານກັບບັນດາຂໍ້ລິເລີ່ມການເຊື່ອມຈອດອື່ນໆ ໃນພາກພື້ນ ແລະ ຂອບຈີ 20. ສຸດທ້າຍ, ກອງປະຊຸມ ຍັງໄດ້ຈັດພິທີເປີດເລີ່ມນໍາໃຊ້ເວັບໄຊຂອບການຮ່ວມມືອາຊຽນບວກສາມຕື່ມ.

ສຳລັບກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ຄັ້ງທີ 7, ໃນຖານະປະເທດປະສານງານໃຫ້ແກ່ການພົວພັນຮ່ວມມືອາຊຽນ-ສະຫະລັດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດໄດ້ຕາງໜ້າ ນຳສະເໜີບົດຄໍາເຫັນລວມຂອງອາຊຽນ ຕີລາຄາຄືນການຮ່ວມມືຜ່ານມາ ແລະ ກໍານົດທິດທາງໃນຕໍ່ຫນ້າ. ກອງປະຊຸມຄັ້ງນີ້ໄດ້ຕີລາຄາສູງຕໍ່ ຄວາມຄືບໜ້າໃນການ​ຈັດ​ຕັ້ງ​ປະ​ຕິ​ບັດການຮ່ວມມືໃນໄລຍະຜ່ານມາໂດຍການຜັນຂະຫຍາຍແຜນປະຕິບັດງານອາຊຽນ-ສະຫະລັດ ສໍາລັບປີ 2016-2020 ແລະ ຜົນກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 6 ໃນປີ 2018 ຜ່ານມາ. ສໍາລັບໄລຍະຕໍ່ຫນ້າ, ກອງປະຊຸມສືບຕໍ່ຮ່ວມມືກັນດ້ານຄວາມໝັ້ນຄົງທາງໄຊເບີ; ຕົວເມືອງອັດສະລິຍະ; ຈຸລະວິສະຫະກິດ, ວິສະທະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ການຄ້າ ແລະ ການລົງທຶນ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ສືບຕໍ່ນຳພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14, ເຊິ່ງບັນດາຜູ້ນໍາ ໄດ້ຢໍ້າຄືນບົດບາດສຳຄັນ ຂອງອີເອເອັສ ໃນການເປັນເວທີປຶກສາຫາລືລະດັບຜູ້ນໍາ ກ່ຽວກັບບັນຫາຍຸດທະສາດ, ການເມືອງ, ເສດຖະກິດ, ແລະ ຄວາມສົມບູນພູນສຸກໃນພາກພື້ນອາຊີຕາເວັນອອກ. ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງຜູ້ນໍາ ອີເອເອສ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານມະນິລາ 2018-2022. ກອງປະຊຸມຄັ້ງນີ້ ໄດ້ອອກຖະແຫລງການ 3 ສະບັບ: 1) ການຕ້ານການແຜ່ລາມຂອງຢາເສບຕິດຜິດກົດໝາຍ; 2) ການຮ່ວມມືເພື່ອຕ້ານອາຊະຍາກຳຂ້າມຊາດ; ແລະ 3) ການຮ່ວມມືເພື່ອຄວາມຍືນຍົງ.ພິເສດ,ໃນກອງປະຊຸມນີ້ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 22ໄດ້ສະແດງຄວາມຊົມເຊີຍ ຍີ່ປຸ່ນ ຕໍ່ຜົນສໍາເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມກຸ່ມປະເທດ G20 ໃນເດືອນມິຖຸນາ ຜ່ານມາ ແລະ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍສະເພາະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດ ອາຊຽນ 2025; ແຜນປະຕິບັດງານຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ແຜນການຮ່ວມມືເຕັກນິກ-ວິຊາການຜ່ານອົງການໄຈກາ. ສໍາລັບການຮ່ວມມືໃນໄລຍະຕໍ່ໜ້າ, ສອງຝ່າຍເຫັນດີຈະເພີ່ມທະວີການຮ່ວມມືບາງຂົງເຂດບູລິມະສິດ ເຊັ່ນ: ການຕ້ານອາຊະຍາກໍາຂ້າມຊາດ;ຄວາມໝັ້ນຄົງທາງໄຊເບີ; ການຕ້ານການກໍ່ການຮ້າຍ;ແລະອາຊະຍາກໍາຂ້າມຊາດ. ພິເສດ, ໃນກອງປະຊຸມຄັ້ງນີ້ ຍັງໄດ້ອອກຖະແຫຼງການຮ່ວມອາຊຽນ-ຍີ່ປຸ່ນ ວ່າດ້ວຍການເຊື່ອມຈອດຕື່ມ.

ກອງ​ປະຊຸມ​ສຸດ​ຍອດອາ​ເຊັບ​​ ໄດ້​ແຈ້ງ​ຜົນສຳເລັດພາກເນື້ອໃນຂອງສັນຍາ​ໂດຍ​ສ່ວນ​ໃຫຍ່ ​ແລະ ການ​ເຂົ້າ​ເຖິງ​ຕະຫຼາດ​ຂອງ​ສັນຍາ​ທັງ​ໝົດ ສໍາລັບ 15 ປະເທດ ​ແລະ ​ເຫັນ​ດີ ຕໍ່ກັບບົດຖະແຫຼງການຮ່ວມຂອງບັນດາຜູ້ນໍາ ອາເຊັບ. ສ່ວນ​ປະ​ເທດ ອິນ​ເດຍ ​ແມ່ນ​ຍັງ​ຕ້ອງການ​ເວລາ​ໃນ​ການ​ປຶກສາ​ຫາລື​ເພີ່ມ​ຕື່ມ. ພ້ອມ​ກັນນັ້ນ, ບັນດາ​ຜູ້​ນໍ​າອາ​​ເຊັບ ກໍ່​​ເຫັນ​ດີຈະ​ສືບ​ຕໍ່​ເຈລະຈາ​ບັນຫາທີ່ຄ້າງຄາທັງໝົດ ໃຫ້ໄວເທົ່າທີ່ຈະເປັນໄປໄດ້ ​​ເພື່ອ​ໃຫ້​ໄດ້ລົງ​ນາມສັນຍາ​ອາ​ເຊັບ ​ໃນ​ປີ 2020 ທີ່ ສສ. ຫວຽດນາມ ​ເຊິ່ງສັນຍາ​ອາ​ເຊັບ ແມ່ນ ອາຊຽນ-ເປັນແກນກາງໃນການສ້າງເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກທີ່ມີຄວາມທັນສະໄໝ, ຮອບດ້ານ, ມີຄຸນນະພາບສູງ ແລະ ມີຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດຈາກການສ້າງຕ່ອງໂສ້ມູນຄ່າ​ການ​ສະໜອງຂອງພາກພື້ນ ແລະ ສາກົນຜ່ານການຄ້າ ແລະ ການລົງທຶນພາຍໃນພາກພື້ນອາເຊັບ.

ຄຽງຄູ່ກັບການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 35 ແລະ ກອງປະຊຸມສຸດຍອດກັບບັນດາຄູ່ເຈລະຈາອາຊຽນ, ນາຍົກລັດຖະມົນຕີ ຍັງໄດ້ເຂົ້້າຮ່ວມພິທີປິດກອງປະຊຸມສຸດຍອດອາຊຽນຄັ້ງທີ 35 ແລະ ພິທີມອບ-ຮັບການເປັນປະທານອາຊຽນ 2020 ຂອງ ສ.ສ ຫວຽດນາມ; ເຂົ້້າຮ່ວມອາຫານເຊົ້້າແບບເຮັດວຽກ 3 ນາຍົກ: ລາວ-ຫວຽດນາມ-ກໍາປູເຈຍ; ແລະ ພົບປະ 2 ຝ່າຍກັບ ສ.ປ ຈີນ ແລະ ສ. ລັດເຊຍ.

ທີ່ມາ: ກະຊວງການຕ່າງປະເທດ